
ຫົວໜ້າກົມໃຫຍ່ພະລາທິການກອງທັບ ຕ້ອນຮັບຄະນະຊ່ຽວຊານ ວິຊາການປ່ຽນຖ່າຍໄຂ່ຫຼັງກອງທັບປະຊາຊົນຫວຽດນາມ
ເວລາອອກຂ່າວ: 2022-11-23 09:31:49 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 26 | ຄວາມນິຍົມ:
ວັນທີ 17 ພະຈິກ 2022 ນີ້, ສະຫາຍ ພົນຕີ ຄຳເພັດ ສີຊານົນ ກຳມະການຄະນະປະຈຳພັກກະຊວງ ຫົວໜ້າກົມໃຫຍ່ພະລາທິການກອງທັບ ໄດ້ໃຫ້ກຽດຕ້ອນ ຮັບຄະນະຊ່ຽວຊານວິຊາການປ່ຽນຖ່າຍໄຂ່ຫຼັງກອງທັບປະຊາຊົນຫວຽດນາມ, ນຳໂດຍ ສະຫາຍ ພັນເອກ ຮອງ ສຈ ປອ ຫວູ ເຍິ້ດດິງ ຮອງຫົວໜ້າອຳນວຍການໂຮງໝໍສູນກາງ 103 ກອງທັບປະຊາຊົນຫວຽດນາມ, ມີຄະນະກົມເສນາຮັກ, ຫ້ອງການ, ຄະນະນຳໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ເຂົ້າຮ່ວມ.
ໂອກາດນີ້, ສະຫາຍ ພົນຕີ ຄຳເພັດ ສີຊານົນ ໄດ້ກ່າວສະແດງຄວາມຕ້ອນຮັບຄະນະດັ່ງກ່າວຢ່າງອົບອຸ່ນ, ເຊິ່ງການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງຄະນະໃນຄັ້ງນີ້, ແມ່ນມີຂຶ້ນໃນທ່າມກາງບັນ ຍາກາດທີ່ສອງພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ກຳລັງເບີກບານມ່ວນຊື່ນໃນການຈັດຕັ້ງສະເຫຼີມສະຫຼອງປີສາມັກຄີ, ມິດຕະພາບ ລາວ-ຫວຽດນາມ ຢ່າງເປັນຂະບວນຟົດຟື້ນ, ການພົບປະ ແລະ ເຮັດວຽກຮ່ວມກັນລະຫວ່າງ ຄະນະຊຽວຊານວິຊາ ການປ່ຽນຖ່າຍໄຂ່ຫຼັງຂອງກອງ ທັບປະຊາຊົນຫວຽດນາມ ກັບ ໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ໃນຄັ້ງນີ້, ຈະເປັນ ການປະກອບສ່ວນອັນສຳຄັນເຂົ້າໃນການປີ່ນປົວສຸຂະພາບຂອງນາຍ, ພົນທະຫານ ແລະ ປະຊາຊົນ ທີ່ເຂົ້າມາປິ່ນປົວຢູ່ໂຮງໝໍຂອງກອງທັບ, ພ້ອມທັງເປັນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງຊາດ, ສອງກອງທັບ ເວົ້າລວມ, ເວົ້າສະເພາະ ກໍຄືດ້ານວຽກງານເສນາຮັກແພດໝໍກອງທັບປະຊາຊົນ ລາວ-ຫວຽດ ນາມ ໃຫ້ນັບມື້ແໜ້ນແຟ້ນ ແລະ ແຕກດອກອອກຜົນຈະເລີນກ້າວ ໜ້າຍິ່ງໆຂຶ້ນ.
ຈຸດປະສົງຂອງການເດີນທາງມາຢ້ຽມຢາມ ສປປ ລາວ ຂອງຄະນະຄະນະຊ່ຽວຊານວິຊາການປ່ຽນຖ່າຍໄຂ່ຫຼັງກອງທັບປະຊາຊົນຫວຽດນາມໃນຄັ້ງນີ້, ແມ່ນເພື່ອເຮັດວຽກຮ່ວມກັບຄະນະຊ່ຽວຊານວິຊາການໂຮງໝໍສູນກາງ 130 ຂອງກອງທັບປະຊາຊົນລາວ ໃນການຈັດຕັ້ງປະຕິບັດແຜນການຮ່ວມມືປ່ຽນຖ່າຍໄຂ່ ຫຼັງໃຫ້ຄົນເຈັບໃຫ້ມີປະສິດທິຜົນສູງ, ພ້ອມທັງເປັນການເສີມຂະຫຍາຍຄວາມຮູ້, ຄວາມສາມາດທາງດ້ານວິຊາສະເພາະແພດໝໍເສນາຮັກຂອງກອງທັບໃນສະ ເພາະໜ້າ ແລະ ຍາວນານ.
ໂດຍ: ຄຳປະສົງ ລາດຊະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ