
ມອບ-ຮັບການໂອນຫຸ້ນບໍລິສັດຊີມັງລາວ ມະຫາຊົນ
ເວລາອອກຂ່າວ: 2022-11-23 09:34:22 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 29 | ຄວາມນິຍົມ:
ພິທີມອບ-ຮັບການໂອນຫຸ້ນບໍລິສັດຊີມັງລາວ ມະຫາຊົນ(ຫຸ້ນຝ່າຍຈີນ) ລະຫວ່າງບໍລິສັດ ຮ່ວມມືສາກົນເສດຖະກິດ-ເຕັກນິກ ຢູນນານ ຈຳກັດ CYC (ຜູ້ມອບໂອນ) ແລະ ບໍລິສັດ ເຄືອຂ່າຍເຕັກໂນໂລຊີ ສຽນຫານ ຢູນນານ ຈຳກັດ (ຜູ້ຮັບໂອນ) ໄດ້ຈັດ ຂຶ້ນໃນຕອນແລງວັນທີ 21 ພະຈິກນີ້, ຢູ່ທີ່ໂຮງແຮມດອນຈັນ ພລາເລດ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ພົນຕີ ປອ ວົງຄຳ ພົມມະກອນ ຮອງລັດຖະມົນຕີ ກະຊວງປ້ອງກັນປະ ເທດ, ມີ ທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີກະຊວງການເງິນ, ມີຄະນະອຳນວຍການ ບໍລິສັດລັດວິສາຫະກິດພັດທະນາກະສິກຳ, ອຸດສາຫະກຳ ແລະ ບໍ ລິການຂາເຂົ້າ-ຂາອອກຢາງຊຸຍ ມິງ(ພອກ), ຕະຫຼອດຮອດພະ ນັກງານວິຊາການ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.
ທ່ານ ວັນທອງ ສິດທະກຸນ ຜູ້ອຳນວຍການ ພກອ ໄດ້ສະຫຼຸບຕີລາຄາສັງລວມໂດຍຫຍໍ້ວ່າການ ມອບ-ຮັບການໂອນຫຸ້ນລະຫວ່າງ ບໍລິສັດຮ່ວມມືສາກົນເສດຖະກິດ-ເຕັກນິກ ຢູນນານ ຈຳກັດ CYC (ຂາຫຸ້ນຜູ້ເກົ່າ) ແລະ ບໍລິສັດເຄືອຂ່າຍເຕັກໂນໂລຊີ ສຽນຫານ ຢູນນານ ຈຳກັດ (ຂາຫຸ້ນຜູ້ໃໝ່) ແມ່ນການປົກປັກຮັກສາສະຖານະຂອງ ບໍລິສັດຊີມັງລາວ ມະຫາຊົນ ໃຫ້ສາມາດສືບຕໍ່ເຄື່ອນໄຫວຢູ່ໃນຕະຫຼາດຫຼັກຊັບລາວ; ຄຽງຄູ່ກັບການດຳເນີນທຸລະກິດໃຫ້ເປັນມິດກັບສິ່ງແວດລ້ອມ ສີຂຽວ ແລະ ຍືນຍົງ.ນອກຈາກນີ້, ຍັງເປັນການປະກອບສວ່ນເຂົ້າໃນ ການພັດທະນາເສດຖະກິດ-ສັງ ຄົມຂອງແຂວງວຽງຈັນ ໂດຍສະ ເພາະແມ່ນ ເມືອງວັງວຽງ ເຊິ່ງລັດຖະບານໄດ້ມີນະໂຍບາຍສົ່ງ ເສີມໃຫ້ແຫຼ່ງເປັນທ່ອງທ່ຽວລະ ດັບຊາດ ແລະ ລະດັບສາກົນ.
ໂອກາດດຽວກັນ, ທ່ານ ພົນຕີ ປອ ວົງຄຳ ພົມມະກອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ກໍຍັງໄດ້ໃຫ້ກຽດຂຶ້ນໂອລົມ ໂດຍຕາງໜ້າໃຫ້ຄະນະນຳກະຊວງປ້ອງກັນປະເທດ ແລະ ໃນນາມຄະນະຮັບຜິດຊອບສ້າງແຜນປັບປຸງຟື້ນຟູທຸລະກິດຊີມັງລາວມະຫາຊົນ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດໃນການມອບ-ຮັບການໂອນຫຸ້ນໃນຄັ້ງນີ້, ຫວັງວ່າຂາຫຸ້ນຜູ້ໃໝ່ຈະດຳເນີນນິຕິກຳຕ່າງໆ ທີ່ກ່ຽວຂ້ອງໃຫ້ຖືກຕ້ອງຕາມລະບຽບກົດໝາຍ ແລະ ຮີບຮ້ອນສືບຕໍ່ລົງມືພັດທະ ນາໂຄງການຕາມແຜນທີ່ກຳນົດໄວ້ ເພື່ອເຮັດໃຫ້ບໍລິສັດຊີມັງ ໄດ້ມີໂສມໜ້າໃໝ່ໃນການຟື້ນຟູທຸລະກິດຂອງຕົນໃຫ້ໄວເທົ່າທີ່ຈະເຮັດໄດ້.
ໃນຕອນທ້າຍຂອງພິທີ ໄດ້ມີການເຊັນສັນຍາມອບໂອນ, ໂດຍຜູ້ມອບແມ່ນ ທ່ານ ຢາງ ຊຸຍ ມິງ ປະທານບໍລິສັດ ຮ່ວມມືສາກົນ ເສດຖະກິດ-ເຕັກນິກ ຢູນນານ ຈຳກັດ CYC (ຂາຫຸ້ນຜູ້ເກົ່າ) ແລະ ທ່ານ ເນຍ ເລີຍ ປະທານບໍລິ ສັດເຄືອຂ່າຍເຕັກໂນໂລຊີ ສຽນ ຫານ ຢູນນານ ຈຳກັດ (ຂາຫຸ້ນ ຜູ້ໃໝ່).
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ