
ເມືອງຊົນນະບູລີ ສັກຢາ-ຢອດຢາກັນພະຍາດ ແລະ ໃຫ້ວັກຊີນ ກັນພະຍາດ ໂຄວິດ-19 ໃຫ້ກຸ່ມເປົ້າໝາຍອາຍຸແຕ່ 2-5 ປີຂຶ້ນໄປ
ເວລາອອກຂ່າວ: 2022-11-24 08:17:05 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 339634920 | ຄວາມນິຍົມ:
ຂະບວນການຕະລຸມບອນສັກຢາ-ຢອດຢາກັນພະຍາດໃຫ້ເດັກລຸ່ມ 2 ປີ ຫຼື (ວສຊ) ແລະ ໃຫ້ວັກຊີນປ້ອງກັນພະຍາດ ໂຄວິດ-19 ໃຫ້ກຸ່ມເປົ້າໝາຍອາຍຸແຕ່ 5 ປີ ໄດ້ຈັດຂຶ້ນທີ່ໂຮງຮຽນ ມສ ບຶງຊ້າງ ເມືອງຊົນນະບູລີ ແຂວງສະຫວັນນະເຂດ ໃນວັນທີ 22 ພະຈິກ 2022 ນີ້, ໂດຍໃຫ້ກຽດເປັນປະທານຂອງທ່ານ ປອ ວັນປະເສີດ ແກ້ວມະນີໄຊ ຄະນະປະຈຳພັກເມືອງ ຮອງເຈົ້າ ເມືອງ ເມືອງຊົນນະບູລີ ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ, ທັງເປັນປະທານຄະນະສະເພາະກິດຂັ້ນເມືອງ, ມີ ທ່ານ ດຣ ສີໂຫ ທຳມະບຸນມີ ກຳມະການພັກເມືອງ ຫົວໜ້າຫ້ອງການສາທາລະນະສຸກເມືອງ ພ້ອມຄະນະ ແລະ ພະ ນັກງານແພດໝໍ, ແຂກຖືກເຊີນ, ພະນັກງານຄູ-ອາຈານ ແລະ ນ້ອງນັກຮຽນ ເຂົ້າຮ່ວມ.
ທ່ານ ປອ ວັນປະເສີດ ແກ້ວມະນີໄຊ ໄດ້ກ່າວວ່າ: ການເປີດຂະບວນ
ການຕະລຸມບອນສັກຢາ-ຢອດ ຢາກັນພະຍາດເດັກລຸ່ມ 2 ປີ
ແລະ ໃຫ້ວັກຊີນກັນພະຍາດ ໂຄວິດ-19 ແກ່ກຸ່ມເປົ້າໝາຍອາຍຸແຕ່ 5 ປີຂຶ້ນໄປຄັ້ງນີ້ ເພື່ອຍົກອັດ ຕາການສັກວັກຊີນໃຫ້ ບັນລຸຕາມຄາດໝາຍປີ 2022 ໃຫ້ໄດ້ 80% ຂອງກຸ່ມເປົ້າໝາຍ
ເພື່ອໂຕ້ຕອບຕໍ່ສະພາບການລະ ບາດພະຍາດ ໂຄວິດ-19 ແລະ ສ້າງພູມຄຸ້ມກັນຕໍ່ພະຍາດໃນທົ່ວເມືອງໃຫ້ເຂັ້ມແຂງ ແລະ ທັງ
ເປັນການປ້ອງກັນຢັບຢັ້ງບໍ່ໃຫ້ ເຊື້ອພະຍາດເຂົ້າສູ່ຮ່າງກາຍ ເຮັດໃຫ້ໂຕເລກຄາດໝາຍຂອງການສັກຢາວັກຊີນທີ່ກຳນົດໄວ້ໃຫ້ບັນລຸໃນລະດັບສູງ, ພ້ອມນີ້ທ່ານຍັງໄດ້ຮຽກຮ້ອງໃຫ້ທຸກພາກສ່ວນ ແລະ ກຸ່ມເປົ້າໝາຍທົ່ວເມືອງເດັກອາຍຸລະຫວ່າງ 5 ປີ ຫາ 11 ປີ, 12-17 ປີ ແລະ 18 ປີຂຶ້ນໄປໃຫ້ເຂົ້າຮ່ວມການໃຫ້ບໍລິການວັກຊີນກັນພະຍາດໃຫ້ເປັນຂະບວນຟົດຟຶ້ນ. ຈາກນັ້ນ ທ່ານ ດຣ ສີໂຫ ທຳມະບູນມີ
ຫົວໜ້າຫ້ອງການສາທາລະນະ
ສຸກເມືອງ ຍັງໃຫ້ຮູ້ຕື່ມອີກວ່າ:
ມາຮອດປັດຈຸບັນນີ້ຫ້ອງການສາ ທາລະນະສຸກເມືອງ ສາມາດປະ ຕິບັດສັກຢາກັນພະຍາດ ໂຄວິດ-
19, ເຂັມ 1 ໄດ້ 73,5%; ເຂັມ 2 ໄດ້ 63% ເເລະເຂັມ 3 ໄດ້ 28% ແລະ ການສັກຢາກັນພະ ຍາດໃນເດັກຕ່ຳກວ່າ 2 ປີ ໂດຍສະເພາະຊະນິດຢາແຟນຕ້າ 3 ໄດ້ເຖິງ 71%.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ