ກອງທັບປະຊາຊົນລາວ

ວັນສຸກ, ວັນທີ 08 ທັນວາ 2023



ຍົກ​ສູງ​ຄວາມ​ສາມາດ​ໃນ​ການ​ໂຄສະນາ​ຕອບ​ຕ້ານ​ກົນອຸບາຍ ​ຂອງອິດ​ທິ​ກຳລັງ​ປໍ​ລະ​ປັກ​ຜ່ານ​ສື່​ມວນ​ຊົນ
ເວລາອອກຂ່າວ: 2022-11-24 08:17:42 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 339634921 | ຄວາມນິຍົມ:



ສື່​ມວນ​ຊົນ​ແມ່ນ​ນັກຮົບ​ປະຈັນບານ​ໃນ​ສະໜາມຮົບ​ການ ເມືອງ-ແນວ​ຄິດ, ສື່​ມວນ​ຊົນ​ລາວ​ ມີ​ພາລະ​ບົດບາດ​ຮັບ​ໃຊ້​ພາລະກິດ ​ຂອງ​ພັກ-ລັດ, ເປັນ​ຂົວ​ຕໍ່​ລະ ຫວ່າງ​ພັກ-ລັດ ແລະ​ ປະຊາຊົນ​ບັນດາເຜົ່າ, ເປັນ​ພາຫະນະ​ໂຄ ສະນາ​ທີ່​ສຳຄັນ​ໃນ​ການ​ສ່ອງ​ແສງ​ ການ​ປົກ​ປັກ​ຮັກສາ ແລະ ພັດທະ ນາ​ເສດຖະກິດ-ສັງຄົມ, ສ່ອງ​ແສງ​ເຖິງ​ການ​ປັບປຸງ​ກໍ່ສ້າງ​ພັກ ແລະ ປັບປຸງ​ລະບົບ​ການເມືອງ​ໃນ​ລະບອບ​ປະຊາທິປະໄຕ ປະ ຊາຊົນ, ເປັນ​ເວທີ​ໃຫ້​ມະຫາຊົນ​ໄດ້​ສະແດງ​ຄວາມ​ຄິດ​ເຫັນທັດສະນະ​ອັນ​ສ້າງສັນ​ກ່ຽວ​ກັບ​ການ​ນຳພາ​ຂອງ​ພັກ ແລະ ການ​ຄຸ້ມ​ຄອງ​ຂອງ​ລັດ ທ່ານ ນາງ ສວນ​ສະຫວັນ ວິ​ຍະ​ເກດ ກຳມະການ​ສູນ​ກາງ​ພັກ ລັດຖະມົນຕີ​ກະຊວງ​ຖະແຫຼງ​ຂ່າວ, ວັດທະນະທຳ ແລະ ທ່ອງ​ທ່ຽວ ໄດ້​ປະກອບ​ຄຳ​ເຫັນ​ຕໍ່​ກອງ​ປະຊຸມ​ວຽກ​ງານ​ການເມືອງ-ແນວ​ຄິດ​ທົ່ວ​ປະເທດ ​ຄັ້ງ​ທີ V ໃນ​ວັນ​ທີ 17-18 ພະຈິກ​, ​ໃນ​ຫົວຂໍ້: “ຍົກ​ສູງ​ຄວາມ​ສາມາດ​ໃນ​ການ​ໂຄສະນາ​ຕອບ​ຕ້ານ​ກົນ ອຸບາຍ​ຂອງ​ອິດ​ທິ​ກຳລັງ​ປໍ​ລະ​ປັກ​ຜ່ານ​ສື່ ” ວ່າ: ຕະຫຼອດ​ໄລຍະ​ຜ່ານ​ມາ​ວຽກ​ງານ​ສື່​ມວນ​ຊົນ​ໄດ້​ມີ​ບົດບາດ​ສຳຄັນ​ກາຍເປັນ​ອາວຸດ​ອັນ​ແຫຼມ​ຄົມ ປະກອບສ່ວນ​ຢ່າງຕັ້ງໜ້າເຂົ້າໃນໄຊຊະນະ​ລວມຂອງ​ການ​ປະຕິວັດ ໂດຍ​ສະ ເພາະ​ພາຍຫຼັງ​ພັກ​ປະຊາຊົນ ປະ ຕິວັດ​ລາວ ໄດ້​ມີ​ແນວທາງ​ປ່ຽນ ແປງ​ໃໝ່​ຮອບດ້ານ​ຢ່າງ​ມີ​ຫຼັກ ການ, ວຽກ​ງານ​ສື່​ມວນ​ຊົນ​ຍິ່ງ​ມີ​ບົດບາດ​ສຳຄັນ​ໃນ​ການ​ເຜີຍແຜ່​ແນວທາງ​ປ່ຽນແປງ​ໃໝ່​ຂອງ​ພັກ​ ລົງ​ສູ່​ທ້ອງຖິ່ນ​ຮາກ​ຖານ ແລະ ເປີດ​ກວ້າງ​ການ​ຮ່ວມ​ມື​ກັບ​ພາກ​ພື້ນ-ສາກົນ. ສື່​ມວນ​ຊົນ ນອກຈາກ​ເຮັດ​ໜ້າທີ່​ໂຄສະນາ​ເຜີຍແຜ່​ແນວທາງ​ນະໂຍບາຍ​ຂອງ​ພັກ ຍັງ​ເຮັດ​ໜ້າທີ່​ຕອບ​ໂຕ້​ບັນດາ​ຖ້ອຍ​ທຳນອງ​ທີ່​ບິດ​ເບືອນ​ຂອງ​ອິດ​ທິ​ກຳລັງ​ປໍ​ລະ​ປັກ​ຜ່ານ​ສື່​ມວນ​ຊົນ​ຕໍ່​ລະບອບ​ໃໝ່​ໄດ້​ຢ່າງ​ທັນ​ການ, ສື່​ມວນ​ຊົນ​ ໄດ້​ເອົາໃຈໃສ່​ປະກອບສ່ວນ​ວຽກ​ ງານ​ຕິດຕາມ, ກວດກາ ແລະ ຕອບ​ໂຕ້​ຫາງ​ສຽງ​ບໍ່​ດີ​ຂອງ​ສັງ ຄົມ, ໂຄສະນາ​ຕອບ​ຕ້ານ​ກົນອຸ ບາຍຂອງ​ອິດ​ທິ​ກຳລັງ​ປໍ​ລະ​ປັກ​ຜ່ານ​ສື່​ຢ່າງ​ເລິກເຊິ່ງ​ຮອບດ້ານ, ທັນ​ການ ແລະ ເປັນ​ລະບົບ​ຕໍ່​ເນື່ອງ. ໃນ​ນັ້ນ, ​ໄດ້​ໂຄສະນາ​ຕອບ​ໂຕ້​ນະໂຍບາຍ​ຫັນປ່ຽນ​ໂດຍ​ສັນຕິ​ຂອງ​ສັດຕູ​ທີ່​ຫວັງ​ມ້າງເພ​ທຳລາຍ​ລະບອບ​ປະຊາທິປະໄຕ ປະຊາຊົນ, ຕີ​ຖອຍ​ຖ້ອຍ​ທຳນອງ​ບິດ​ເບືອນ​ໃສ່​ຮ້າຍ​ປ້າຍ​ສີ​ຂອງ​ກຸ່ມ​ຄົນ​ບໍ່​ດີ ແລະ ອິດ​ທິ​ກຳລັງ​ປໍ​ລະ​ປັກ​ຕໍ່​ການ​ນຳພາ-ຊີ້​ນຳ​ຂອງ​ພັກ-ລັດ ກໍ​ຄື​ໝາກຜົນ​ໃນ​ການ​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດ​ຊາດ ເປັນຕົ້ນ​ບັນຫາ​ການ​ກໍ່ສ້າງ​ເຂື່ອນ​ໄຟຟ້າ, ໂຄງການ​ກໍ່ສ້າງ​ເສັ້ນທາງ​ລົດໄຟ​ ລາວ-ຈີນ, ການ​ອອກ​ຂ່າວ​ບິດ​ເບືອນ​ຄວາມ​ຈິງ, ຂ່າວ​ປອມ​ໃນ​ໄລຍະ​ການ​ປ້ອງ​ກັນ, ຄວບ​ຄຸມ ແລະ ແກ້​ໄຂ​ການ​ລະບາດ​ຂອງ​ພະຍາດ ​ໂຄ​ວິດ-19 ແລະ ຂໍ້​ກ່າວ​ຫາ​ກ່ຽວ​ກັບ​ສິດທິ​ມະນຸດ, ປະຊາທິປະໄຕ, ເຜົ່າ ແລະ ສາສະໜາ. ຄຽງ​ຄູ່​ກັນ​ນັ້ນ, ສື່​ມວນ​ຊົນ​ໄດ້​ອອກ​ບົດ, ຄໍ​ລຳ, ບົດ​ສຶກ​ສາ​ອົບຮົມ, ຕັກເຕືອນ ແລະ ຕອບ​ໂຕ້​ບັນດາ​ຂ່າວ​ປອມ, ຂ່າວ​ບິດ​ເບືອນ​ຄວາມ​ຈິງ​ຢ່າງ​ເລິກເຊິ່ງ ແລະ ທັນ​ສະພາບ​ການ. ໃນ​ໄລຍະ​ການ​ແກ້​ໄຂ​ການ​ລະບາດ​ຂອງ​ພະຍາດ ​ໂຄ​ວິດ-19 ສື່​ມວນ​ຊົນ​ກໍ​ໄດ້​ເຂົ້າ​ຮ່ວມ​ປະກອບສ່ວນ​ໂຄສະນາ​ຕອບ​ຕ້ານ​ກຸ່ມ​ຄົນ​ບໍ່​ດີ​ຢ່າງ​ຕັ້ງໜ້າ​ເຮັດ​ໃຫ້​ສັງຄົມ​ມີ​ຄວາມ​ຮັບ​ຮູ້, ເຂົ້າໃຈ, ມີ​ສະຕິ​ໃນ​ການ​ຮັບ​ຂ່າວສານ​ນັບ​ມື້​ດີ​ຂຶ້ນ​ເປັນ​ກ້າວໆ. ມາ​ຮອດ​ປັດຈຸບັນ​, ວຽກ​ງານ​ສື່​ມວນ​ຊົນ​ກຳລັງ​ໄດ້​ຮັບ​ການ​ພັດ ທະນາ​ເຕີບ​ໃຫຍ່​ຂະຫຍາຍຕົວ​ທາງ​ດ້ານ​ປະລິມານ ແລະ ຄຸນ​ນະ​ພາບ, ຕອບ​ສະໜອງ​ຕາມ​ຄວາມ​ ຮຽກຮ້ອງ​ຕ້ອງການ​ຂອງ​ໜ້າທີ່​ການເມືອງ​ໃນ​ແຕ່​ລະ​ໄລຍະ​ສະ ແດງ​ອອກ​ທົ່ວ​ປະເທດ​ມີ​ສື່​ສິ່ງ​ພິມ​ທັງ​ໝົດ 152 ສະບັບ ລວມ​ທັງ​ວາລະສານ, ໃບ​ຂ່າວ, ໜັງສືພິມ​ຢູ່​ຂັ້ນ​ສູນ​ກາງ ແລະ ທ້ອງຖິ່ນ​ໃນ​ຂອບ​ເຂດ​ທົ່ວ​ປະເທດ. ໃນ​ນັ້ນ, ​ມີ​ໜັງສືພິມ​ລາຍ​ວັນ 11 ສະບັບ, ສະຖານີ​ວິທະຍຸ​ກະຈາຍສຽງ 82 ແຫ່ງ, ສະຖານີ​ໂທລະພາບ 45 ແຫ່ງ, ໄດ້​ຕິດ​ຕັ້ງ​ລະບົບ​ໂທລະ​ໂຄ່ງ ​ຢູ່​ບ້ານ, ຊຸມ​ຊົນ​ທັງ​ໝົດ 5.918 ຊຸດ, 148 ເມືອງ​ ໃນ​ຂອບ​ເຂດ​ທົ່ວ​ປະເທດ. ນອກ​ນັ້ນ, ຍັງ​ໄດ້​ຫັນປ່ຽນ​ລະບົບ​ເຕັກນິກ​ວິທະຍຸ-ໂທລະພາບ​ໄປ​ສູ່​ລະບົບ​ທັນ​ສະໄໝ​ໄດ້​ຈຳນວນ​ໜຶ່ງ. ສຳລັບ​ສື່​ໃໝ່​ກໍ​ໄດ້​ຖືກ​ນຳ​ໃຊ້​ຢ່າງ​ກວ້າງຂວາງ, ອີງ​ຕາມ​ສະ ຖິຕິ​ແຫ່ງ​ຊາດ​ປະຊາກອນ​ລາວ​ມີ​ປະມານ 7 ລ້ານ​ກວ່າ​ຄົນ, ໃນ​ນັ້ນ​ ມີ​ຜູ້​ຊົມໃຊ້​ໂທລະສັບ​ມື​ຖື 6 ລ້ານ​ກວ່າ​ຄົນ, ໃຊ້​ອິນ​ເຕີ​ເນັດ 3,5 ລ້ານ​ກວ່າ​ຄົນ ໂດຍ​ເຫັນ​ໄດ້​ທ່າ ແຮງ​ດັ່ງກ່າວ, ອົງການ​ສື່​ມວນ​ຊົນ ​ຈຶ່ງ​ໄດ້​ນຳ​ໃຊ້​ສື່​ດັ່ງກ່າວ ​ເປັນຕົ້ນ​ເວັບ​ໄຊ, ເຟ​​ສ​ບຸກ ແລະ ຢູ​ທູບ ເຂົ້າ​ໃນ​ການ​ເຜີຍແຜ່​ຂໍ້​ມູນ​ຂ່າວສານ​ຢ່າງ​ກວ້າງຂວາງ​ທັງ​ມີ​ຄວາມ​ສະດວກ, ວ່ອງໄວ, ທັນ​ສະພາບ​ການ ແລະ ສັງຄົມ​ກໍ​ຄື​ປະຊາຊົນ​ສາມາດ​ເຂົ້າ​ເຖິງ​ຂໍ້​ມູນ​ໄດ້​ຫຼາຍ​ຂຶ້ນ. ໄປ​ຄຽງ​ຄູ່​ກັບ​ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ຂອງ​ວຽກ​ງານ ​ຖະແຫຼງ​ຂ່າວ, ມີ​ບຸກ​ຄະລາ​ກອນ​ສື່​ມວນ​ຊົນ​ຫຼາຍ​ກວ່າ 1.000 ຄົນ ທີ່​ເຮັດ​ໜ້າທີ່​ການເມືອງ​ຂອງ​ຕົນ ​ຢູ່​ອົງການ​ສື່​ໃນ​ຂອບ​ເຂດ​ທົ່ວ​ປະ ເທດ​ໄດ້​ຮັບ​ການເ​ຝິກ​ຝົນ​ຫຼໍ່​ຫຼອມ ​ທາງ​ດ້ານ​ຄຸນສົມບັດສິນ​ທຳ​ປະ ຕິວັດ, ທິດ​ສະ​ດີ​ການເມືອງ, ແນວ ທາງ​ນະໂຍບາຍ​ຂອງ​ພັກ, ຂໍ້​ກຳ ນົດ​, ກົດໝາຍ​ຂອງ​ລັດ, ທັງ​ໄດ້​ຮັບ​ການ​ຍົກ​ລະດັບ​ຢ່າງ​ຕໍ່​ເນື່ອງ​ທັງ​ໄລຍະ​ສັ້ນ, ໄລຍະ​ຍາວ​ຢູ່​ພາຍ​ໃນ ແລະ ຕ່າງປະເທດ​ເຮັດ​ໃຫ້​ເນື້ອ​ໃນ​ສາ ລະ​ຕ່າງໆ​ທັງ​ສື່​ສິ່ງ​ພິມ, ສື່​ເອ​ເລັກ​ໂຕຣ​ນິກ ແລະ ສື່​ອອນ​ລາຍ​ນັບ​ມື້​ນັບ​ຫຼາກ​ຫຼາຍ​ຮູບ​ແບບ​ສີສັນ​ສ່ອງ​ແສງ​ຂ່າວ​ໄດ້​ຢ່າງ​ເລິກເຊິ່ງ ແລະ ກະຈາຍ​ຜ່ານ​ຫຼາຍ​ຊ່ອງ​ທາງ​ໄປ​ເຖິງ​ທຸກ​ກຸ່ມ​ເປົ້າ​ໝາຍ​ໃນ​ໂລກ ອັນ​ໄດ້​ຕອບ​ສະໜອງ​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ສັງຄົມ​ໄດ້​ເປັນ​ຢ່າງ​ດີ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ