
ກອງປະຊຸມລັດຖະມົນຕີປ້ອງກັນປະເທດ ອາຊຽນ-ວົງແຄບ ໄດ້ໄຂຂຶ້ນຢ່າງເປັນທາງການ
ເວລາອອກຂ່າວ: 2022-11-24 09:35:31 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 461 | ຄວາມນິຍົມ:
ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ-ວົງແຄບ (ADMM-Retreat) ເຊິ່ງໄດ້ຈັດຂຶ້ນທີ່ ແຂວງສຽມຣຽບ, ຣາຊະອານາຈັກ ກຳປູເຈຍ ພາຍໃຕ້ຫົວຂໍ້ “ຄວາມສາມັກຄີ ເພື່ອຄວາມໝັ້ນຄົງທີ່ກົມກຽວ” ໃນວັນທີ 22 ພະຈິກ 2022 ນີ້.
ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ-ວົງແຄບ ໃນຄັ້ງນີ້ແມ່ນດຳເນີນພາຍໃຕ້ການເປັນປະທານຂອງ ທ່ານ ພົນເອກ ສົມເດັດ ພິໄຈ ເຊນາ ເຕຍ ບັນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ຣາຊະອານາຈັກກຳປູເຈຍ, ມີບັນດາທ່ານລັດຖະມົນຕີປ້ອງກັນປະເທດ ຈາກ 9 ປະເທດສະມາຊິກອາຊຽນ ແລະ ທ່ານເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມກອງປະຊຸມດັ່ງກ່າວ. ຈຸດປະສົງຫຼັກຂອງກອງປະຊຸມ ແມ່ນເພື່ອແລກປ່ຽນທັດສະນະກ່ຽວກັບສະພາບຄວາມໝັ້ນຄົງຂອງພາກພື້ນ ແລະ ສາກົນ. ເພື່ອເປັນທິດທາງໃນການຮ່ວມມືຂອງກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ໃນອານາຄົດ. ຄຽງຄູ່ກັບສິ່ງທ້າທາຍທີ່ເກີດຈາກການແຜ່ລະບາດຂອງພະຍາດໂຄວິດ-19, ບັນດາປະເທດສະມາຊິກອາຊຽນ ຍັງໄດ້ຍົກບັນຫາດັ່ງກ່າວນັ້ນເປັນສິ່ງທ້າທາຍທີ່ບໍ່ແມ່ນການທະຫານຕ່າງໆ ທີ່ຍັງສືບຕໍ່ເປັນໄພຂົ່ມຂູ່ຕໍ່ຄວາມໝັ້ນຄົງຂອງພາກພື້ນ ແລະ ສາກົນ. ເປັນຕົ້ນແມ່ນການແຂ່ງຂັນຂອງປະເທດມະຫາອຳນາດ, ໄພພິບັດທາງທຳມະຊາດ, ການກໍ່ການຮ້າຍ, ຄວາມໝັ້ນຄົງທາງທະເລ ແລະ ອື່ນໆ, ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ເຫັນວ່າ ອາຊຽນຕ້ອງໄດ້ຮັດແໜ້ນຄວາມສາມັກຄີ, ສຸມໃສ່ການສ້າງຂີດຄວາມສາມາດ ແລະ ການເຮັດວຽກຮ່ວມກັນ ເພື່ອສາມາດຕອບໂຕ້ບັນດາສິ່ງທ້າທາຍຕ່າງໆເຫຼົ່ານັ້ນໄດ້ຢ່າງມີປະສິດທິພາບ ແລະ ທັນການ. ໃນຕອນບ່າຍຂອງວັນດຽວກັນນັ້ນ, ທ່ານຮອງນາຍົກ, ລັດຖະມົນຕີລັດຖະມົນຕີປ້ອງກັນປະເທດ ພ້ອມຄະນະຍັງໄດ້ເຂົ້າຮ່ວມກອງປະຊຸມບໍ່ເປັນທາງການລັດຖະມົນຕີປ້ອງກັນປະເທດອາຊຽນ-ອາເມຣິກາ ແລະ ກອງປະຊຸມບໍ່ເປັນທາງການລັດຖະມົນຕີປ້ອງກັນປະເທດອາຊຽນ-ອິນເດຍ. ສອງກອງປະຊຸມດັ່ງກ່າວນີ້ ມີຈຸດປະສົງເພື່ອ ຕີລາຄາຄືນສາຍພົວພັນສອງຝ່າຍອາຊຽນ-ອາເມຣິກາ ແລະ ອາຊຽນ-ອິນເດຍທີ່ຜ່ານມາ, ເພື່ອພ້ອມກັນສືບຕໍ່ຮັດແໜ້ນການພົວພັນຮ່ວມມື ໂດຍສະເພາະໃນຂົງເຂດການເມືອງ-ຄວາມໝັ້ນຂົງອາຊຽນ. ໃນນັ້ນ, ບັນດາລັດຖະມົນຕີປ້ອງກັນປະເທດອາຊຽນ ໄດ້ສະເໜີໃຫ້ອາເມຣິກາ ແລະ ອິນເດຍ ໃນຖານະເປັນຄູ່ຮ່ວມຍຸດທະສາດຮອບດ້ານຂອງອາຊຽນ ໃຫ້ສືບຕໍ່ຊຸກຍູ້ການສ້າງຂີດຄວາມສາມາດ, ການຮ່ວມມືທີ່ເປັນຮູບປະທຳ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ພ້ອມທັງສົ່ງເສີມຄວາມເປັນແກນກາງຂອງອາຊຽນ. ຄະນະຜູ້ແທນຂອງກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ຈະສືບຕໍ່ເຂົ້າຮ່ວມກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ-ບວກ ເຊິ່ງລວມມີ 10 ປະເທດສະມາຊິກອາຊຽນ ແລະ 8 ປະເທດຄູ່ເຈລະຈາ ທີ່ຈະຈັດຂຶ້ນໃນວັນທີ 23 ພະຈິກ 2022.
ໂດຍ: ບຸນເລັ່ງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ