
ກອງປະຊຸມລັດຖະມົນຕີ ກະຊວງປ້ອງກັນປະເທດ ບັນດາປະເທດ ອາຊຽນ ເປີດກວ້າງ ຄັ້ງທີ 9
ເວລາອອກຂ່າວ: 2022-11-25 08:59:14 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 80 | ຄວາມນິຍົມ:
ວັນທີ 23 ພະຈິກ ນີ້, ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດ, ບັນດາປະເທດອາຊຽນ ເປີດກວ້າງ (ADMM+) ຄັ້ງທີ 9 ໄດ້ໄຂຂຶ້ນຢູ່ສຽມຣຽບ (Siem Reap), ປະເທດ ກຳປູເຈຍ ໂດຍມີບັນດາລັດຖະມົນຕີ ກະຊວງປ້ອງກັນປະເທດ ອາຊຽນ ແລະ ຜູ້ຕາງໜ້າກະຊວງປ້ອງກັນບັນດາປະເທດຄູ່ຮ່ວມມື ລວມມີ: ອົດສະຕຣາລີ, ສປ ຈີນ, ອິນເດຍ, ຍີ່ປຸ່ນ, ສ.ເກົາຫລີ, ນູແວນເຊລັງ, ຣັດເຊຍ ແລະ ສ. ອາເມລິກາ. ໃນໂອກາດນີ້ ທ່ານ ຮຸນ ເຊນ (Hun Sen), ນາຍົກລັດຖະມົນຕີ ກຳ ປູເຈຍ ໄດ້ກ່າວເນັ້ນໃສ່ 5 ປັດໄຈ ເພື່ອປະຕິບັດຢ່າງຕັ້ງໜ້າ “ການ ຫັນພື້ນຖານຄວາມໝັ້ນຄົງ ໃຫ້ມີຄວາມປອງດອງ” ໃນພາກພື້ນ. ໃນນັ້ນແມ່ນ: ການຊຸກຍູ້ບົດບາດ ໃຈກາງຂອງອາຊຽນ; ຊຸກຍູ້ໂຄງສ້າງຄວາມໝັ້ນຄົງພາກພື້ນເປີດ, ກວມລວມ ແລະ ອີງໃສ່ລະບຽບກົດໝາຍ; ເພີ່ມທະວີການຮ່ວມມືປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ຖືປະຊາຊົນເປັນໃຈກາງ ແລະ ອີງໃສ່ຄວາມໄວ້ເນື້ອເຊື່ອໃຈ; ຊຸກຍູ້ຄວາມໝັ້ນຄົງຢ່າງຮອບດ້ານ; ຊຸກຍູ້ຄວາມໝັ້ນຄົງ ເພື່ອຮ່ວມມືຢ່າງເຂັ້ມແຂງໃນ ຕໍ່ໜ້າ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ