
ສື່ມວນຊົນກອງທັບປະຊາຊົນລາວເຄື່ອນໄຫວຢ້ຽມຢາມສູນວິທະຍຸ-ໂທລະພາບກອງທັບປະຊາຊົນຫວຽດນາມ.
ເວລາອອກຂ່າວ: 2022-11-25 17:29:24 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 513 | ຄວາມນິຍົມ:
ໃນວັນທີ25 ພະຈິກ 2022 ສື່ມວນຊົນກອງທັບປະຊາຊົນລາວ ນໍາໂດຍສະຫາຍ ພັນໂທ ອາໄພ ອະໄພຍະວົງ ຮອງຫົວໜ້າບັນນາທິການໜັງພິມກອງທັບປະຊົນລາວພ້ອມດ້ວຍຄະນະໄດ້ເຄື່ອນໄຫວຢ້ຽມຢາມສູນວິທະຍຸ-ໂທລະພາບກອງທັບປະຊາຊົນຫວຽດນາມ ໂດຍການໃຫ້ກຽດຕ້ອນຮັບຂອງສະຫາຍ ພັນເອກ ພິເສດ ຟາມແອັງວຽດ ຮອງຫົວຫນ້າອຳນວຍການສູນວິທະຍຸ-ໂທລະພາບກອງທັບປະຊາຊົນຫວຽດນາມພ້ອມດ້ວຍຄະນະ.
ໂອກາດນີ້ ທັງສອງຝ່າຍໄດ້ແຈ້ງສະພາບການເຄື່ອນໄຫວວຽກງານຂອງຕົນໃຫ້ກັນຊາບ ໂດຍສະເພາະໃນຂົງເຂດວຽກງານສື່ມວນຊົນ ທີ່ໄດ້ຮັບການຂະຫຍາຍຕົວໃນທົ່ວສັງຄົມຂອງສອງປະເທດ ເພື່ອຮັບປະກັນໃຫ້ວຽກງານດັ່ງກ່າວ ມີປະສິດທິພາບ ແລະ ວ່ອງໄວທັນການ ,ຮັບປະກັນໃນການໂຄສະນາ ແນວທາງນະໂຍບາຍຂອງພັກ-ລັດ,ເສດຖະກິດ-ສັງຄົມ - ວັດທະນະທໍາ ແລະ ມູນເຊື້ອປ້ອງກັນຊາດ ລະຫວ່າງ ສອງຊາດກໍຄື ສອງກະຊວງປ້ອງກັນປະເທດ ລາວ-ຫວຽດນາມ ໃຫ້ລົງເລິກກວ້າງຂວາງຂື້ນກວ່າເກົ່າ ພ້ອມທັງປຶກສາຫາລືກັນໃນການປະສານງານແລກປ່ຽນຂໍ້ມູນຂ່າວສານນໍາກັນ,ການພັດທະນາບຸກຄະລາກອນ,ການສ້າງສື່ ທີ່ທັນສະໄໝ ເຮັດໃຫ້ສາຍພົວພັນມິດຕະພາບ ຫວຽດນາມ-ລາວ, ລາວ-ຫວຽດນາມ ນັບມື້ເພີ່ມພູນຄູນສ້າງຂຶ້ນເລື້ອຍໆ. ໂດຍ ສຸວັນໂນ ທະລັງສີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ