
ກອງພົນທີ 2 ທາບທາມການ ສ້າງແຜນກຳນົດ ພະນັກງານນຳພາ-ບັນຊາ ຢູ່ສູນເຝິກອົບຮົມ
ເວລາອອກຂ່າວ: 2022-11-30 08:29:26 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 641 | ຄວາມນິຍົມ:
ໃນຕົ້ນເດືອນພະຈິກ 2022, ກອງພົນທີ 2 ໄດ້ຈັດກອງປະຊຸມທາບທາມການ ສ້າງແຜນກຳນົດພະນັກງານ ນຳພາ-ບັນຊາ ຂັ້ນກະຊວງປ້ອງກັນປະເທດຄຸ້ມຄອງ
ຢູ່ ສູນເຝິກອົບຮົມ ກອງພົນທີ 2, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສອນເພັດ ຈັນສົມ ຫົວໜ້າຫ້ອງເສນາທິການ ກອງພົນທີ 2, ມີຄະນະພັກ-ຄະນະບັນຊາຫ້ອງ, ພະແນກການ, ຄະນະພັກ-ຄະນະອຳນວຍການສູນ
ເຝິກອົບຮົມ, ພາກສ່ວນທີ່ກ່ຽວ ຂ້ອງ ແລະ ພະນັກງານວິຊາການ ເຂົ້າຮ່ວມ.
ສະຫາຍ ພັນໂທ ວຽງແກ້ວ ວິວັນໄຊ ຫົວໜ້າການເມືອງ ສູນເຝິກອົບຮົມ ໄດ້ຜ່ານບົດສະຫຼຸບຕີລາຄາການແຜນການກຳນົດພະ ນັກງານນຳພາ-ບັນຊາ ຢູ່ ສູນເຝິກອົບຮົມໃນໄລຍະຜ່ານມາ. ຄະນະພັກ-ຄະນະອຳນວຍການສູນເຝິກ ໄດ້ຖືເປັນສຳຄັນໃນການສ້າງແຜນກຳນົດພະນັກງານ ເພື່ອຈັດຕັ້ງປະຕິບັດໃຫ້ສອດຄ່ອງກັບມາດຕະຖານເງື່ອນໄຂທີ່ກຳນົດໃນກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນສະເພາະໜ້າ ແລະ ຍາວນານ ເຮັດໃຫ້ການຈັດຕັ້ງ ນຳພາ-ບັນຊາ ທຸກຂັ້ນນັບມື້ມີຄວາມເຕີບໃຫຍ່ ເຂັ້ມແຂງ ໜັກ ແໜ້ນ ສາມາດເຮັດສຳເລັດໜ້າທີ່ການເມືອງຂອງກົມກອງ ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ແລະ ພະນັກງານແຕ່ລະສະຫາຍທີ່ເປັນເສນາທິການໃຫ້ແກ່ຄະນະພັກຂັ້ນຕ່າງໆໄດ້ເປັນເຈົ້າການເອົາ ໃຈໃສ່ເຝິກຝົນຫຼໍ່ຫຼອມຕົນເອງຕໍ່ວຽກງານ ນຳພາ-ບັນຊາ ຕິດພັນກັບການຄົ້ນຄວ້າເຊື່ອມຊຶມກຳ ແໜ້ນບັນດາມະຕິຂອງກົມການ ເມືອງສູນກາງພັກ ແລະ ຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກ ກ່ຽວກັບການສ້າງ ແລະ ປະຕິບັດແຜນກຳນົດພະນັກງານ ນຳພາ-ບັນຊາຢ່າງເລິກເຊິ່ງ, ສາມາດ ຈັດຕັ້ງຜັນຂະຫຍາຍໃຫ້ກາຍ ເປັນຮູບປະທຳຕົວຈິງ, ສ້າງໄດ້ພະນັກງານສືບທອດປ່ຽນແທນໄດ້ຢ່າງຕໍ່ເນື່ອງ ຮັບປະກັນການກໍ່ສ້າງພະນັກງານ 3 ຮຸ່ນ, ເຮັດໃຫ້ການ ນຳພາ-ບັນຊາ ມີຄວາມເຂັ້ມແຂງໜັກແໜ້ນ.
ກອງປະຊຸມຍັງໄດ້ດຳເນີນການປ່ອນບັດທາບທາມເອົາບຸກຄະລະກອນບັນຈຸໃສ່ແຜນກຳນົດພະນັກງານ ຮອບທີ 1 ແລະ ຮອບທີ
2 ຕື່ມອີກ.
ໂດຍ: ຄຳຮັກ ໄຊວັນທອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ