
ທະຫານແຂວງຫຼວງພະບາງ-ເຊີນລາ ແລກປ່ຽນສະພາບການ ປະຈຳປີ 2022
ເວລາອອກຂ່າວ: 2022-11-30 08:32:16 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 5947 | ຄວາມນິຍົມ:
ໃນລະຫວ່າງວັນທີ 12-16 ພະຈິກ 2022, ຜ່ານມານີ້, ກອງບັນຊາການທະຫານແຂວງຫຼວງພະບາງ, ນຳໂດຍ ສະຫາຍ ພັນເອກ ສີວິໄຊ ເພັງສັນຕິສຸກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມພົບປະແລກປ່ຽນສະພາບ ແລະ ເຊັນບົດບັນທຶກຊ່ວຍຈຳ ປະຈຳປີ 2022 ກັບກອງບັນຊາການທະຫານແຂວງເຊິນລາ ແຫ່ງ ສສ ຫວຽດນາມ,
ເຊິ່ງມີ ສະຫາຍ ພັນເອກ ດ່າວຫງອກເຟືອງ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງເຊິນລາ ພ້ອມດ້ວຍຄະນະ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.
ກອງປະຊຸມພົບປະແລກປ່ຽນສະພາບ ແລະ ເຊັນບົດບັນທຶກຊ່ວຍຈຳ ປະຈຳປີ 2022 ທັງສອງຝ່າຍໄດ້ຕີລາຄາຜົນໄດ້ຮັບຂອງການຮ່ວມມື ປະສານສົມທົບ ໂດຍ
ປະຕິບັດຕາມທິດນຳ ຊີ້ນຳ ຂອງສອງພັກ, ສອງລັດ ກໍຄືກະຊວງປ້ອງກັນປະເທດ ແລະ ການນຳຂອງທັງສອງແຂວງ. ໃນປີ 2022 ຜ່ານມາ. ເຊິ່ງຍາມໃດພະນັກ
ງານ-ນັກຮົບ ຂອງກຳລັງປະກອບອາວຸດຂອງສອງແຂວງ ໄດ້ຍົກສູງນໍ້າໃຈເພີ່ມທະວີຮັດແໜ້ນຄວາມສາມັກຄີມິດຕະພາບແບບພິເສດ ມີຄວາມເຂົ້າໃຈເຊື່ອໝັ້ນເຊິ່ງກັນ ແລະ ກັນ ໄດ້ຈັດຕັ້ງປະຕິບັດຂໍ້ກຳນົດຢ່າງເຂັ້ມງວດ ຕາມເນື້ອໃນບົດບັນທຶກຊ່ວຍຈຳທີ່ໄດ້ລົງນາມນຳກັນໃນຊຸມປີຜ່ານມາ, ຂອງກອງບັນຊາການທະຫານທັງສອງແຂວງ ໂດຍສະເພາະແມ່ນການເຄື່ອນໄຫວປະສານສົມທົບແລກປ່ຽນຂໍ້ມູນຂ່າວສານ ແລະ ເປັນເຈົ້າການແຈ້ງໃຫ້ກັນຊາບກ່ຽວກັບສະພາບການເຄື່ອນໄຫວຂອງກຸ່ມຄົນບໍ່ດີ, ປະສານສົມທົບນຳກັນໃນການແກ້ໄຂບັນຫາສັບສົນຢູ່ຂອບເຂດຊາຍແດນ ພິເສດແມ່ນການເຂົ້າ-ອອກ ຊາຍແດນຜິດກົດໝາຍ, ການເຄື່ອນຍ້າຍຕັ້ງພູມລຳເນົາ
ແບບຊະຊາຍ, ການຄ້າຂາຍເຖື່ອນ, ການຂົນສົ່ງທາດສິ່ງເສບຕິດຂ້າມຊາຍແດນ ເປັນເສນາທິການໃຫ້ແກ່ຄະນະພັກອຳນາດການປົກຄອງທ້ອງຖິ່ນ ຢູ່ສອງຝັ່ງ
ຊາຍແດນ ເຮັດວຽກງານໂຄສະນາສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ມະຫາຊົນ, ປະຊາຊົນ ປະຕິບັດບັນດາຂໍ້ກຳນົດກົດລະບຽບຊາຍແດນ ຍົກສູງຄວາມຮັບຜິດຊອບໃນການກໍ່ສ້າງເສັ້ນຊາຍແດນ ລາວ-ຫວຽດນາມ ໃຫ້ມີສະຖຽນລະພາບ, ສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ. ໂອກາດດຽວກັນນີ້, ຄະນະທັງສອງຝ່າຍກໍໄດ້ລົງນາມບົດບັນທຶກຊ່ວຍຈຳ ແລະ ພ້ອມທັງມອບຂອງທີລະນຶກໃຫ້ເຊິ່ງກັນ ແລະ ກັນ ຕື່ມອີກ.
ໂດຍ: ບຸນເພັງ ວົງແກ້ວມະນີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ