
ບໍລິສັດຊີມັງລາວ ສະຫວັນນະເຂດ ເຊື່ອມຊຶມມະຕິຄົບຄະນະບໍລິຫານງານສູນກາງພັກ
ເວລາອອກຂ່າວ: 2022-12-01 09:00:15 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 339635263 | ຄວາມນິຍົມ:
ໃນວັນທີ 25 ພະຈິກ 2022, ບໍລິສັດຊີມັງລາວສະຫວັນນະເຂດ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມມະຕິຄົບຄະນະຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 4 ສະໄໝທີ XI ແລະ ເອກະສານການເມືອງ-ແນວຄິດ, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ວັນທອງ ສິດທິກຸນ ຫົວໜ້າອຳນວຍການໃຫຍ່ ລັດວິສາຫະກິດ ພກອ, ມີ ສະຫາຍ ພົນຈັດຕະວາ ສົມຈິດ ກິດຕິຍະລາດ ຫົວໜ້າ
ການເມືອງ ກອງພົນທີ 4, ມີຄະ ນະພັກ-ຄະນະອຳນວຍການລັດ ວິສາຫະກິດ ຕະຫຼອດຮອດພະນັກ ງານລັດຖະກອນທົ່ວບໍລິສັດຊີມັງລາວ ເຂົ້າຮ່ວມ.
ເອກະສານທີ່ນຳມາເຜີຍແຜ່ໃຫ້ ພະນັກງານລັດຖະກອນບໍລິສັດຊີມັງລາວສະຫວັນນະເຂດ ໄດ້ເຊື່ອມຊຶມໃນຄັ້ງນີ້ ປະກອບມີ ຄຳສັ່ງແນະນຳຂອງກະຊວງປ້ອງກັນປະເທດ, ຄຳສັ່ງແນະນຳຂອງກົມໃຫຍ່ການເມືອງກອງທັບ, ບົດແນະນຳຂອງກົມໃຫຍ່ການເມືອງກອງທັບ, ມະຕິຂອງຄະນະບໍລິ ຫານງານສູນກາງພັກ ຄັ້ງທີ 4 ສະໄໝທີ XI, ດຳລັດ ວ່າດ້ວຍການປະຢັດ ແລະ ຕ້ານການຟຸມເຟືອຍ, ເອກະສານເພີ່ມທະວີສຶກສາອົບຮົມການເມືອງ-ນຳພາແນວຄິດ ທົ່ວກອງທັບໃນໄລຍະໃໝ່, ຍຸດທະສາດການຫັນປ່ຽນໂດຍສັນຕິ ຕິດພັນກັບການຕ້ານປະກົດການຫຍໍ້ທໍ້ໃນກອງທັບ, ເພີ່ມທະວີການປະຢັດ ແລະ ຕ້ານການຟຸມເຟືອຍ, ການຜັນຂະ
ຫຍາຍມະຕິ ແລະ ການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ບົດສະຫຼຸບວຽກງານການເມືອງ-ແນວຄິດ ທົ່ວກອງທັບ (2017-2022) ແລະ ທິດ
ທາງແຜນການແຕ່ນີ້ເຖິງປີ 2026 ແລະ ເອກະສານເສີມຂະຫຍາຍມູນເຊື້ອສາຍພົວພັນມິດຕະພາບອັນຍິ່ງໃຫຍ່ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ໃຫ້ໝັ້ນຄົງທະນົງແກ່ນຕະຫຼອດໄປ.
ໂດຍ: ບົວຄຳ ທອງລັດສະໝີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ