
ປິດຊຸດບຳລຸງວຽກງານໄອຍະການ ແລະ ວຽກງານຄູການເມືອງ ຊຸດທີ II
ເວລາອອກຂ່າວ: 2022-12-01 09:03:22 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 9 | ຄວາມນິຍົມ:
ວັນທີ 30 ພະຈິກ 2022 ນີ້, ໂຮງຮຽນທິດສະດີການເມືອງກອງທັບ ໄດ້ຈັດພິທີປິດຊຸດບຳລຸງວຽກງານໄອຍະການ ແລະ ວຽກງານຄູການເມືອງ ຊຸດທີ II ຂຶ້ນ, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ສອນທອງ ພົມລາວົງ ກຳມະການຄະນະປະຈຳພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະອຳນວຍການ, ແຂກຖືກເຊີນ, ຄູ-ອາຈານ, ພະນັກງານ-ນັກຮົບ ແລະ ນັກເຝິກອົບຮົມເຂົ້າຮ່ວມ.
ສະຫາຍ ພັນເອກ ບຸນທັນ ຈັນທະລິມາ ຮອງຫົວໜ້າການທະ
ຫານ, ຫົວໜ້າຫ້ອງອົບຮົມ-ກໍ່ສ້າງໂຮງຮຽນທິດສະດີການເມືອງກອງທັບ ໄດ້ລາຍງານຕໍ່ພິທີວ່າ: ການຈັດຊຸດອົບຮົມຄັ້ງນີ້ ໄດ້ເປັນການຍົກລະດັບຄວາມຮັບຮູ້, ຄວາມເຂົ້າໃຈຂອງພະນັກງານທີ່ຕໍ່ກັບບັນຫາພື້ນຖານດ້ານທິດສະດີ, ຫຼັກການສູ້ຮົບຂັ້ນຍຸດທະວິທີວຽກງານບັນຊາ-ເສນາ ແລະ ຮູ້ເຄື່ອນໄຫວວຽກງານພັກ-ວຽກງານການເມືອງຮັບປະກັນສູ້ຮົບອື່ນໆ, ສ້າງໃຫ້ແຕ່ລະສະຫາຍມີວິທີການໃນການສິດສອນຢູ່ໂຮງຮຽນຢ່າງຖືກຕ້ອງ, ສອດຄ່ອງກັບທິດຂະຫຍາຍຕົວຂອງກົມກອງ ແລະ ກອງທັບເຮົາໃນເງື່ອນໄຂປັດຈຸບັນ, ກຳແໜ້ນວິທີການຕ້ານຍຸດທະສາດຫັນປ່ຽນໂດຍສັນຕິຂອງສັດຕູ, ຮູ້ໄດ້ວິທີການນຳພາດ້ານການປ້ອງກັນຊາດ-ປ້ອງກັນ
ຄວາມສະຫງົບ, ສາມາດຕອບສະໜອງໄດ້ກັບຄວາມຕ້ອງການໃນສະເພາະໜ້າ ແລະ ຍາວນານ. ດ້ານວິຊາສະເພາະວຽກງານໄອຍະການທະຫານ ແມ່ນສາມາດກຳໄດ້ລະບົບດ້ານທິດສະດີຫຼັກການລະອຽດບັນດາບາດກ້າວຂັ້ນຕອນໃນການສືບສວນ, ສອບສວນ ແລະ ການແກ້ໄຂຄະດີຕ່າງໆ, ຮູ້ໝູນໃຊ້ທິດສະດີເຂົ້າໃນວຽກງານຕົວຈິງຂອງຕົນໃນການເຄື່ອນໄຫວປະຕິບັດໜ້າທີວຽກງານໃຫ້ມີປະສິດທິພາບສູງ ແລະ ມີວິທີການຮັບມື ແລະ ສາມາດແກ້ໄຂບັນຫາທີ່ເກີດຂຶ້ນທັນເວລາ, ມີປະສິດທິຜົນ. ສຳລັບດ້ານວິຊາສະເພາະວຽກງານຄູແມ່ນສາມາດກຳໄດ້ເປັນລະບົບ 8 ຫຼັກການສິດສອນທົ່ວໄປ, 7 ວິທີການສິດສອນ ແລະ ບັນດາບາດກ້າວຂັ້ນຕອນໃນການແຕ່ງບົດສອນ, ວິທີການສິດສອນຂຶ້ນຫ້ອງອະທິບາຍ, ກຳແໜ້ນ 4 ເນື້ອໃນ 5 ບາດກ້າວ ທຳນຽມຂອງຄູຢ່າງລະອຽດ.
ຜ່ານການກວດກາ-ສອບເສັງ ສາມາດສະຫຼຸບໄດ້ຄື: ຫ້ອງບຳລຸງວຽກງານໄອຍະການທະຫານ ໄດ້ເກຼດ A ມີ 3 ສະຫາຍ, ເກຼດ B+ 24 ສະຫາຍ, ເກຼດ B ຈຳນວນ 3 ສະຫາຍ ແລະ ຫ້ອງບຳລຸງຄູໄດ້ເກຼດ A ຈຳນວນ 6 ສະຫາຍ, ເກຼດ B 14 ສະຫາຍ. ໃນພິທີຍັງໄດ້ຜ່ານຂໍ້ຕົກລົງຂອງຄະນະອຳນວຍການໂຮງຮຽນທິດສະດີການເມືອງກອງທັບ ວ່າດ້ວຍການມອບໃບຢັ້ງຢືນໃຫ້ນັກສຶກສາບຳລຸງວຽກງານໄອຍະການ ແລະ ວຽກງານຄູການເມືອງ ຊຸດທີ II ປະຈຳສົກປີ 2022-2023 ຈຳນວນ 60 ສະຫາຍ ໂດຍການມອບຂອງ ສະຫາຍ ພົນຈັດຕະວາ ຄຳໄພ ຟອງດາລາ ຫົວໜ້າການທະຫານໂຮງຮຽນທິດສະດີການເມືອງກອງທັບ.
ໂອກາດນີ້, ສະຫາຍພົນຕີ ສອນທອງ ພົມລາວົງ ໄດ້ມີຄຳ
ເຫັນໂອ້ລົມຫຼາຍບັນຫາທີ່ສຳຄັນ ພ້ອມທັງເນັ້ນໃຫ້ໜັກໃຫ້ຄະນະພັກ-ຄະນະອຳນວຍການໂຮງຮຽນເອົາໃຈໃສ່ຕໍ່ວຽກງານກໍ່ສ້າງພັກ, ກໍ່ສ້າງພະນັກງານພາຍໃນກົມກອງໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ ແລະ ການຈັດຕັ້ງ, ສືບຕໍ່ສະຫຼຸບຖອດຖອນບົດຮຽນການຈັດຕັ້ງປະຕິບັດແຜນການອົບຮົມ-ກໍ່ສ້າງນັກຮຽນບຳລຸງໃນສົກຮຽນຜ່ານມາ ແລະ ສືບຕໍ່ກະກຽມແຜນການອົບຮົມ-ຫັດແອບ ໃຫ້ພະນັກງານທີ່ຈະມາບຳລຸງໃນຕໍ່ໜ້າໃຫ້ໄດ້ຮັບຜົນດີກວ່າເກົ່າ. ຕໍ່ຄູ-ອາຈານກໍ່ຕ້ອງສືບຕໍ່ປັບປຸງເນື້ອໃນໂຄງການຫຼັກສູດໃຫ້ແທດເໝາະ, ຮັບປະກັນໃຫ້ການສິດສອນໃນສົກຮຽນຕໍ່ໄປໃຫ້ມີຄຸນນະພາບດີກວ່າເກົ່າ, ສືບຕໍ່ຕັ້ງໜ້າຄົ້ນຄວ້າ ແລະ ປັບປຸງບົດສອນຂອງຕົນໃຫ້ດີ ເພື່ອກຽມພ້ອມສົ່ງຄວາມຮູ້ໃຫ້ນັກຮຽນເຂົ້າໃຈງ່າຍ, ສາມາດກຳໄດ້ເນື້ອໃນທິດສະດີ-ຫຼັກການ ແລະ ພາກປະຕິບັດຕົວຈິງ, ສຳລັບນັກຮຽນ ພາຍຫຼັງກັບຄືນສູ່ກົມກອງ ໃຫ້ນຳເອົາທິດສະດີ-ຫຼັກການ ແລະ ບົດຮຽນທີ່ຄູອາຈານຖ່າຍຖອດໃຫ້ນັ້ນ ໄປຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍໃນວຽກງານຕົວຈິງຂອງກົມກອງໃຫ້ມີອັນໃໝ່, ສ້າງກົມກອງໃຫ້ເປັນກົມກອງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ.
ໂດຍ: ເພັດ ສົມນໍວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ