
ທະຫານແຂວງຄຳມ່ວນ ເຊື່ອມຊຶມນິຕິກຳ ການກະກຽມດຳເນີນກອງປະຊຸມໃຫຍ່ຂັ້ນຮາກຖານພັກ
ເວລາອອກຂ່າວ: 2022-12-01 09:09:29 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 87 | ຄວາມນິຍົມ:
ວັນທີ 29 ພະຈິກ 2022 ນີ້, ກອງບັນຊາການທະຫານແຂວງຄຳມ່ວນ ໄດ້ຈັດກອງປະຊຸມເຊື່ອມຊຶມນິຕິກຳການກະກຽມດຳເນີນ ກອງປະຊຸມໃຫຍ່ຂັ້ນຮາກຖານພັກ, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ສົມແຄນ ອັບປະສອນ ກຳມະການຄະນະປະຈຳພັກແຂວງ ເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຄຳມ່ວນ, ມີຄະນະພັກກອງບັນຊາການທະຫານແຂວງ, ຄະນະພັກອົງການ 5 ຫ້ອງ, ເລຂາ, ຮອງເລຂາຮາກຖານພັກ ທີ່ຂຶ້ນກັບກອງບັນຊາການທະຫານແຂວງຄຳມ່ວນເຂົ້າຮ່ວມ.
ໃນພິທີ ສະຫາຍ ພັນເອກ ພັນມະຫາ ຈູມມະນີ ກຳມະການຄະນະພັກກອງບັນຊາການ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງຄຳມ່ວນ ໄດ້ຜ່ານມະຕິຕົກລົງຂອງຄະນະປະຈຳພັກ ກອງບັນຊາການທະ
ຫານແຂວງ ວ່າດ້ວຍ ການກະກຽມທາບທາມ ແລະ ດຳເນີນກອງປະຊຸມໃຫຍ່ຂັ້ນຮາກຖານພັກ, ຄຳສັ່ງແນະນຳ ວ່າດ້ວຍການກະກຽມດຳເນີນກອງປະຊຸມໃຫຍ່ຂັ້ນຮາກຖານພັກ ແລະ ແຜນການຂອງຄະນະພັກກອງບັນຊາການທະຫານແຂວງ ວ່າດ້ວຍ ການລົງເຄື່ອນໄຫວທາບທາມດຳເນີນຊີວິດການເມືອງທ້າຍສະ
ໄໝ ແລະ ດຳເນີນກອງປະຊຸມໃຫຍ່ ຂອງຄະນະພັກຮາກຖານ ແລະ ໜ່ວຍພັກຮາກຖານປີ 2023. ຈຸດປະສົງກໍເພື່ອແນໃສ່ເຮັດໃຫ້ການດຳເນີນກອງປະຊຸມໃຫຍ່ຂັ້ນຮາກຖານພັກຖືກຕ້ອງຕາມລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XI ແລະ ບົດແນະນຳຂອງກົມໃຫຍ່ການເມືອງກອງທັບ, ຮັບປະກັນຄວາມເປັນເອກກະພາບ ໃນທົ່ວກຳລັງປະກອບອາວຸດ ທັງເປັນບັ້ນດຳເນີນຊີວິດການເມືອງປັບປຸງປົວແປງພັກ, ດຳເນີນການສຳຫຼວດກວດກາຕີລາຄາຜົນສຳເລັດການນຳພາລວມຂອງຄະນະພັກແຕ່ລະຂັ້ນ, ປັບປຸງແບບແຜນການນຳພາ ແລະ ວິທີເຮັດວຽກໃນຊຸມປີຕໍ່ໜ້າໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ, ປັບປຸງບູລະນະລະບົບການຈັດຕັ້ງພັກ ໃຫ້ມີຄວາມປອດໃສ ເຂັ້ມແຂງ ໜັກແໜ້ນ, ສາມາດນຳພາກົມກອງປະຕິບັດໜ້າທີ່ການເມືອງໃຫ້ມີຜົນສຳເລັດ, ທັງເປັນການສະຫຼຸບຕີລາຄາຄືນໝາກຜົນແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ທີ່ຄະນະພັກຂັ້ນຕົນວາງອອກ, ຊອກໃຫ້ເຫັນຜົນສຳເລັດ, ຈຸດດີ, ຈຸດອອ່ນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ພ້ອມທັງກຳນົດເອົາທິດທາງແຜນການນຳພາໃນຊຸມປີຕໍ່ໜ້າ, ສະຫຼຸບສັງລວມບັນດາຂໍ້ມູນການນຳພາ-ຊີ້ນຳ ຂອງຄະນະພັກແຕ່ລະຂັ້ນ ເປັນບ່ອນອີງໃຫ້ແກ່ການຈັດຕັ້ງດຳເນີນກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກອງບັນຊາການທະຫານແຂວງຄຳມ່ວນ ທີ່ຈະໄຂຂຶ້ນໃນປີ 2024 ແລະ ເພື່ອເປັນການກຳນົດຈັດແບ່ງວັນ, ເວລາທາບທາມແຕ່ລະຮອບ, ດຳເນີນຊີວິດການເມືອງທ້າຍສະໄໝ, ດຳເນີນກອງປະຊຸມໃຫຍ່ຂອງບັນດາຮາກຖານພັກທົ່ວທະຫານແຂວງ ໃຫ້ສຳເລັດຕາມກຳນົດເວລາທີ່ກົມໃຫຍ່ການເມືອງກອງທັບກຳນົດໄວ້ ພ້ອມທັງກຳນົດຈັດແບ່ງບັນດາສະຫາຍຄະນະພັກກອງບັນຊາການທະຫານແຂວງເຂົ້າຮ່ວມເປັນປະທານກອງປະຊຸມໃຫຍ່ຂັ້ນຮາກຖານພັກ ໃຫ້ຖືກຕ້ອງຕາມພາລະບົດບາດ.
ໂດຍ: ເກດມະນີ ສຸວັນນະລາດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ