
ພົນເອກ ວິໄລ ຫຼ້າຄຳຟອງ ໄດ້ຮັບຫຼຽນຄຳທີ່ລະນຶກກຳແພງເມືອງຈີນ ເປັນຄົນທຳອິດຂອງ ສປປ ລາວ
ເວລາອອກຂ່າວ: 2022-12-01 09:19:57 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 5 | ຄວາມນິຍົມ:
ສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ເປັນຄົນທຳອິດຂອງ ສປປ ລາວ ທີ່ຮັບ “ຫຼຽນຄຳທີ່ລະນຶກກຳແພງເມືອງຈີນ” ເປັນຫຼຽນທີ່ສະແດງເຖິງການຍ້ອງຍໍຊົມເຊີຍສູງສຸດຂອງກະຊວງປ້ອງກັນຄວາມສະຫງົບ ສປ ຈີນ.
ພິທີປະດັບຫຼຽນດັ່ງກ່າວໄດ້ຈັດຂຶ້ນໃນວາລະການດຳເນີນກອງປະຊຸມ ເວທີປຶກສາຫາລືຫຼຽນຢູນກາງ ໃນຫົວຂໍ້: “ການຮ່ວມມືສ້າງປະຊາຄົມຄວາມໝັ້ນຄົງສາກົນ ເພື່ອຕອບສະໝອງການປ່ຽນແປງຂອງໂລກ” ໃນວັນທີ 29 ພະຈິກ 2022 ໃນຮູບແບບກອງປະຊຸມທາງໄກ, ເປັນກຽດເຂົ້າຮ່ວມໂດຍ ສະຫາຍ ຫວາງ ສ່ຽວຫົງ ເລຂາທິການສູນກາງພັກກອມມູນິດຈີນ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບແຫ່ງ ສປຈີນ, ສະຫາຍ ເຈິງ ເຫວີຍຊູງ ຮອງປະທານຄະນະກຳມະການສະກັດກັ້ນ ແລະ ຕ້ານຢາເສບຕິດແຫ່ງຊາດຈີນ ປະທານກອງປະຊຸມເວທີປຶກສາຫາລືຫຼຽນຢູນກາງ ພ້ອມດ້ວຍແຂກຮັບເຊີນເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ, ສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ກ່າວສະແດງຄວາມຮູ້ສຶກປິຕິຍິນດີ ແລະ ພາກພູມໃຈເປັນຢ່າງຍິ່ງ ເຖິງຄວາມໄວ້ເນື້ອເຊື່ອໃຈຂອງພັກ, ລັດຖະບານ ແລະ ປະຊາຊົນຈີນ, ທັງເປັນການຢັ້ງຢືນຕໍ່ຜົນງານ ແລະ ໄຊຊະນະຂອງການຊີ້ນຳ-ນຳພາ ໃນຂົງເຂດວຽກງານປ້ອງກັນຄວາມສະຫງົບ ໃນໄລຍະຜ່ານມາ ເຊິ່ງມີບາງຕອນສະຫາຍກ່າວວ່າ: “ຂ້າພະເຈົ້າຮູ້ສຶກພາກພູມໃຈ ທີ່ໄດ້ຮັບກຽດເປັນຄົນທຳອິດຂອງ ສປປ ລາວ ເພື່ອຮັບ “ຫຼຽນຄຳ ທີ່ລະນຶກກຳແພງເມືອງຈີນ” ເຊິ່ງເປັນຫຼຽນທີ່ສະແດງເຖິງການຍ້ອງຍໍຊົມເຊີຍສູງສຸດຂອງກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປ ຈີນ ຕໍ່ເພື່ອນມິດສາກົນ ຜູ້ທີ່ປະກອບສ່ວນອັນພົ້ນເດັ່ນ ໃນການຊຸກຍູ້ການຮ່ວມມືສາກົນ ໃນດ້ານການປະຕິບັດກົດໝາຍ ແລະ ການຮັກສາຄວາມສະຫງົບປອດໄພ, ສະຖຽນລະພາບ ໃນພາກພື້ນ ແລະ ສາກົນ”.
ສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ກ່າວຕື່ມວ່າ: “ຂ້າພະເຈົ້າເຊື່ອໝັ້ນວ່າ ໂດຍຄວາມພະຍາຍາມຮ່ວມກັນຂອງທຸກຝ່າຍເວທີປຶກສາຫາລືຫຼຽນຢູນກາງ ຈະກາຍເປັນເວທີສຳຄັນໜຶ່ງ ໃນການເຕົ້າໂຮມບັນດາການນຳລັດຖະບານປະເທດຕ່າງໆ, ທັງພາກທຸລະກິດ ແລະ ອົງການຈັດຕັ້ງສາກົນ ເພື່ອຮ່ວມກັນສ້າງຕັ້ງ, ຮ່ວມກັນຄຸ້ມຄອງ, ຮ່ວມກັນສົ່ງເສີມການປະຕິບັດກົດໝາຍ ແນໃສ່ສ້າງຄວາມປອດໄພໃນການດຳລົງຊີວິດຂອງປະຊາຊົນ ແລະ ສ້າງສະພາບແວດລ້ອມອັນເອື້ອອຳນວຍ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ໃນພາກພື້ນ ແລະ ສາກົນໃຫ້ນັບມື້ນັບດີຂຶ້ນ”.
ພາບ-ຂ່າວ: ບຸນພະຈັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ