
ການນຳພັກ-ລັດວາງພວງມາລາ ແລະ ກະຕ່າດອກໄມ້ ໃນໂອກາດ ສະຫຼອງວັນຊາດ ທີ 2 ທັນວາ
ເວລາອອກຂ່າວ: 2022-12-02 08:20:30 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 13 | ຄວາມນິຍົມ:
ໃນຕອນເຊົ້າວັນທີ 2 ທັນວາ 2022 ການນຳພັກ-ລັດ ນຳໂດຍ ທ່ານ ທອງລຸນ ສີສຸລິດເລຂາທິການໃຫຍ່ ຄະນະບໍລິຫານງານ
ສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ເຂົ້າວາງພວງ
ມາລາຢູ່ອານຸສາວະລີນັກຮົບນິລະນາມ (ດາວແດງ) ນະຄອນຫລວງວຽງຈັນ, ເນື່ອງໃນໂອກາດ ສະ ຫລອງວັນຊາດ ທີ 2 ທັນວາ ຄົບຮອບ 47 ປີ ແລະ ວັນຄ້າຍວັນເກີດ ປະທານໄກສອນ ພົມວິຫານ ຄົບຮອບ 102 ປີ.
ການວາງພວງມາລາໃນຄັ້ງນີ້, ແມ່ນເພື່ອເປັນການ
ສະແດງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນ ຄຸນເຖິງຄຸນງາມຄວາມດີ, ນໍ້າໃຈຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ຍອມຈໍານົນຂອງບັນພະບູລຸດລາວ ກໍຄືບັນດານັກຮົບປະຕິວັດ ທີ່ໄດ້ເສຍສະຫຼະຊີວິດ, ເລືອດເນື້ອເພື່ອພາລະກິດປະຕິວັດ
ຢ່າງອົງອາດກ້າຫານພາຍໃຕ້ການຊີ້ນຳ-ນຳພາຂອງພັກປະຊາຊົນ
ປະຕິວັດລາວ ຈົນສາມາດຍາດໄດ້ໄຊຊະນະອັນໃຫຍ່ຫລວງແລະ ປະກາດເອກະລາດ, ສະຖາປະນາເປັນສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.
ພາຍຫລັງສຳເລັດການວາງພວງມາລາ ທີ່ອານຸສາວະລີນັກ
ຮົບນິລະນາມແລ້ວ, ຄະນະການນຳພັກ-ລັດ ໄດ້ສືບຕໍ່ໄປວາງກະຕ່າ
ດອກໄມ້ຢູ່ຕໍ່ໜ້າອານຸສາວະລີປະທານ ໄກສອນ ພົມວິຫານ ອະດີດຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ເພື່ອ
ສະແດງຄວາມກະຕັນຍູຮູ້ບຸນຄຸນ ທີ່ໄດ້ສຸມສະຕິປັນຍາ
ເຂົ້າໃນການນຳພາ ຂະບວນການຕໍ່ສູ້ຕ້ານການຮຸກຮານ
ຂອງພວກຕ່າງດ້າວ ສາມາດຍາດໄດ້ໄຊຊະນະ ແລະ ນຳເອົາ
ຄວາມຢູ່ເຢັນເປັນສຸກມາສູ່ປະຊາຊົນລາວບັນດາເຜົ່າ, ຊຶ່ງຜົນ
ງານ ແລະ ຄຸນງາມຄວາມດີຂອງທ່ານແມ່ນໄດ້ຈາລຶກໃນຄວາມ
ຊົງຈຳຂອງປະຊາຊົນລາວບັນດາເຜົ່າຕະຫຼອດໄປ
ໂດຍ: ຈັນທະວົງ ອຸ່ນວິໄລຫົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ