
ກະຊວງປ້ອງກັນປະເທດ ມອບເຄື່ອງອຸປະໂພກ ໃຫ້ຄະນະນັກກິລາ ທີ່ເຂົ້າຮ່ວມງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ແຂວງຊຽງຂວາງ
ເວລາອອກຂ່າວ: 2022-12-05 08:26:34 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 7 | ຄວາມນິຍົມ:
ວັນທີ 30 ພະຈິກ 2022 ນີ້, ສະຫາຍ ພົນຕີ ພັນແສງ ບຸນພັນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ພ້ອມດ້ວຍຄະນະ ຕາງໜ້າກະຊວງປ້ອງກັນປະເທດ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ນຳເອົາເຄື່ອງອຸປະໂພກຮັບໃຊ້ຈຳນວນໜຶ່ງມາມອບໃຫ້ຄະນະນັກກິລາກະຊວງປ້ອງກັນປະເທດ ຢູ່ທີ່ສູນພັກນັກກິລາ ແຂວງຊຽງຂວາງ ເຊິ່ງກ່າວຮັບໂດຍ ສະຫາຍ ພັນເອກ ທອງສະໄໝ ສຸກປະເສີດ ຮອງຫົວໜ້າກົມອົບຮົມ ກົມໃຫຍ່ເສນາທິການກອງທັບ, ທັບ, ຄະນະຮັບຜິດຊອບນັກກິລາ, ມີບັນດາຄູເຝິກ-ນັກກິລາແຕ່ລະປະເພດເຂົ້າຮ່ວມ, ເຊິ່ງເຄື່ອງທີ່ນຳມາມອບໃນຄັ້ງນີ້ລວມມີ: ໂທລະທັດ 1 ໜ່ວຍ, ເຄື່ອງສຽງ1 ຊຸດ, ຕູ້ນ້ຳເຢັນ-ນ້ຳຮ້ອນ 4 ໜ່ວຍ, ຕູ້ເຢັນ 1 ໜ່ວຍ, ຕູ້ແຊ່ອາຫານ 1 ໜ່ວຍ ແລະ ເຄື່ອງຮັບໃຊ້ໃນຊີວິດປະຈຳວັນອີກຈຳນວນໜຶ່ງ ລວມມູນຄ່າ 35.000.000 ລ້ານກວ່າກີບ.
ໂອກາດນີ້, ສະຫາຍ ພັນເອກ ທອງສະໄໝ ສຸກປະເສີດ ຕາງໜ້າຄະນະຄູເຝິກ-ນັກກິລາ ໄດ້ກ່າວສະແດງຄວາມຂອບໃຈເປັນຢ່າງສູງ ຕໍ່ຄວາມເປັນຫວ່ງເປັນໃຍຂອງຄະນະນຳກະຊວງປ້ອງກັນປະເທດ ທີ່ໄດ້ນຳເອົາເຄື່ອງຮັບໃຊ້ຈຳນວນດັ່ງກ່າວມາມອບໃຫ້ໃນຄັ້ງນີ້ ແລະ ພ້ອມທັງ ໃຫ້ຄຳໝັ້ນສັນຍາວ່າຈະພ້ອມກັນ
ໝູນໃຊ້ເຄື່ອງຈຳນວນດັ່ງກ່າວໃຫ້ຊົມໃຊ້ໄດ້ຍາວນານ ແລະ ເກີດປະໂຫຍດສູງສຸດ.
ຂ່າວ-ພາບ: ເກດຕະວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ