
ທະຫານເມືອງສາລະວັນ ປິດຊຸດອົບຮົມ-ຫັດແອບ ໃຫ້ກຳລັງກອງຫຼອນ ບ້ານໜອງບົວນ້ອຍ
ເວລາອອກຂ່າວ: 2022-12-06 08:57:02 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 121 | ຄວາມນິຍົມ:
ວັນທີ 23 ພະຈີກ 2022, ກອງບັນຊາການທະຫານເມືອງ ສາລະວັນ ແຂວງສາລະວັນ ໄດ້ປິດຊຸດອົບຮົມ-ຫັດແອບການເມືອງ-ການທະຫານ ໃຫ້ກຳລັງກອງຫຼອນ ກອງຮ້ອຍທີ 7 ບ້ານໜອງບົວນ້ອຍ ປະຈຳປີ 2022, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ສຸດໃຈ ແສນຄຳບົວທອນ ຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງສາລະວັນ, ມີ ສະຫາຍ ພັນໂທ ຄຳເບັນ ແກ້ວສາຍທອງ ຫົວໜ້າການທະຫານ ກອງບັນຊາການທະຫານເມືອງສາລະວັນ, ມີ ຄະນະພັກ-ຄະນະບັນຊາ, ແຂກທີ່ຖືກເຊີນ, ຄູ-ອາຈານ ຕະຫຼອດຮອດນັກເຝິກອົບຮົມ ເຂົ້າຮ່ວມ.
ສະຫາຍ ພັນຕີ ກີດາວັນ ລືເດດມູນສອນ ຮອງຫົວໜ້າການທະຫານ ກອງບັນຊາການທະ ຫານເມືອງສາລະວັນ ໄດ້ຜ່ານບົດສະຫຼຸບຊຸດອົບຮົມ-ຫັດແອບ ການເມືອງ-ການທະຫານ ໂດຍປະຕິບັດຕາມຄຳສັ່ງແນະນຳຂອງກົມໃຫຍ່ເສນາທິການກອງທັບ ວ່າດ້ວຍ ການຈັດຕັ້ງ ອົບຮົມ-ຫັດແອບບຳລຸງການທະຫານຂັ້ນ ພື້ນຖານ ປະຈຳປີ 2022 ເພື່ອເປັນການຕີລາຄາຄືນ. ຜ່ານການ ຈັດຕັ້ງອົບຮົມ-ຫັດແອບ ສາມາດຕີລາຄາສະເລ່ຍລວມຄວາມຮັບ ຮູ້ເຂົ້າໃຈຂອງກຳລັງກອງຫຼອນ ພາກການເມືອງ ບັນລຸໄດ້ 80%, ສິລະປະຍຸດ 75% ແລະ ຍຸດທະ ວິທີ 75%.
ໂດຍ: ພອນມະນີ ລັດສະໜີວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ