
ກົມໃຫຍ່ເຕັກນິກກອງທັບ ມອບວັດຖຸປັດໄຈໃຫ້ພະນັກງານ-ນັກຮົບ ພາກສ່ວນຮັບປະກັນເຕັກນິກ ໃຫ້ແກ່ການຊ້ອມຮົບ ລາວ-ຣັດເຊຍ
ເວລາອອກຂ່າວ: 2022-12-06 09:02:58 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 39 | ຄວາມນິຍົມ:
ວັນທີ 30 ພະຈິກ 2022 ນີ້, ສະຫາຍ ພັນເອກ ລຽນວິໄລ ພັນທອງຄຳ ຫົວໜ້າຫ້ອງການເມືອງ ກົມໃຫຍ່ເຕັກນິກກອງທັບ ພ້ອມດ້ວຍຄະນະຊາວໜຸ່ມ-ສະຫະພັນແມ່ຍິງ ຕາງໜ້າໃຫ້ຄະນະນຳກົມໃຫຍ່ເຕັກນິກເຄື່ອນໄຫວມອບວັດຖຸປັດໄຈໃຫ້ແກ່ພະນັກງານ-ນັກຮົບພາກສ່ວນທີ່ກຳລັງປະຕິບັດໜ້າທີ່ຮັບປະກັນໃຫ້ການຊ້ອມຮົບ ລາວ-ຣັດເຊຍ ຢູ່ທີ່ສະໜາມຮົບເມືອງພູກູດ ແຂວງຊຽງຂວາງ.
ສະຫາຍ ພັນເອກ ວຽງເພັດ ສົມມະນີ ຫົວໜ້າກົມເສນາເຕັກນິກ, ຫົວໜ້າຄະນະຊີ້ນຳວຽກງານຮັບປະກັນເຕັກນິກຢູ່ພາກສະໜາມຮົບ ໄດ້ໃຫ້ຮູ້ວ່າ: ການເຂົ້າຮ່ວມປະກອບສ່ວນເຮັດວຽກງານຮັບປະກັນເຕັກນິກໃຫ້ການຊ້ອມຮົບ ລາວ-ຣັດເຊຍ ຄັ້ງນີ້ ມີຄວາມສຳຄັນຢ່າງຍິ່ງຕໍ່ກົມໃຫຍ່ເຕັກນິກກອງທັບ, ເປັນການປະກອບສ່ວນ
ອັນສຳຄັນໃຫ້ແກ່ແຕ່ລະເຫຼົ່າຮົບທາງດ້ານການຮັບປະກັນເຕັກນິກ ເຊິ່ງມີທັງຂໍ້ສະດວກ ແລະ ຂໍ້ຍຸ້ງຍາກ ແຕ່ກຳລັງເຕັກນິກກໍ່ສາມາດຜ່ານຜ່າອຸປະສັກຕ່າງໆ
ພ້ອມກັນນັ້ນ ຍັງໄດ້ເອົາໃຈໃສ່ປະຕິບັດຕາມແຜນການ ແລະ ຮັບປະກັນໄດ້ການປະສານງານລະຫວ່າງຄະນະຊີ້ນຳຢູ່ພາກສະໜາມຜ່ານການກວດກາເຕັກນິກຕົວຈິງ
ເຫັນວ່າແຕ່ລະພາກສ່ວນໄດ້ເອົາໃຈໃສ່ເຮັດທຸກວິທີທາງ, ສຸມສະຕິປັນຍາເຫື່ອແຮງປະກອບສ່ວນທັງກາງເວັນ ແລະ ກາງຄືນ ເຮັດວຽກງານຮັບປະກັນເຕັກນິກໃຫ້
ແກ່ການຊ້ອມຮົບ ລາວ-ຣັດເຊຍ ຄັ້ງນີ້ສຳເລັດຕາມຄາດໝາຍ.
ເຊິ່ງຕາງໜ້າໃຫ້ແກ່ຄະນະນຳກົມໃຫຍ່ເຕັກນິກມອບວັດຖຸປັດໄຈຄັ້ງນີ້ໂດຍ ສະຫາຍ ພັນເອກ ລຽນວິໄລ ພັນທອງຄຳ ໃນນັ້ນ, ມີເງິນສົດຈຳນວນ 22.455.000 ກີບ ແລະ ເຄື່ອງອຸປະໂພກ-ບໍລິໂພກ ລວມເປັນເງິນ ຈຳນວນ 1.315.000 ກີບ. ໃນນັ້ນ, ກອງຂົນສົ່ງ-ທາດລະເບີດ ມອບເຄື່ອງກິລາຊຸກຍູ້ ລວມ
ເປັນເງິນ ຈຳນວນ 7.600.000 ກີບ, ຕາງໜ້າຮັບໂດຍ ສະຫາຍ ພັນເອກ ວຽງເພັດ ສົມມະນີ. ພ້ອມນີ້, ສະຫາຍໄດ້ກ່າວສະແດງຄວາມຂອບໃຈມາຍັງຄະນະພັກ
ກົມໃຫຍ່ເຕັກນິກກອງທັບ, ບັນດາກົມກອງຂຶ້ນກັບທີ່ໄດ້ການປະກອບສ່ວນລະດົມທຶນຊຸກຍູ້ພະນັກງານ-ນັກຮົບທີ່ກຳລັງປະຕິບັດໜ້າທີ່ຢູ່ພາກສະໜາມຮົບຄັ້ງນີ້ ແລະ ໃຫ້ຄຳໝັ້ນສັນຍາວ່າຈະນຳເອົາເວັດຖຸປັດໄຈຈຳນວນດັ່ງກ່າວໄປແຈກຢາຍໃຫ້ພະນັກ
ງານ-ນັກຮົບພາກສ່ວນຮັບປະກັນເຕັກນິກພາກສະໜາມໃຫ້ທົ່ວເຖິງ.
ໂດຍ: ຄຳສອນ ພົມໄຊຍາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ