
ກົມກອງຕ່າງໆປາຖະກະຖາສອງວັນປະຫວັດສາດ
ເວລາອອກຂ່າວ: 2022-12-06 09:04:24 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 39 | ຄວາມນິຍົມ:
ໃນບໍ່ດົນມານີ້, ຫ້ອງວ່າການກະຊວງປ້ອງກັນປະເທດ, ໂຮງຮຽນ 307, ກອງພັນໃຫຍ່ 661, ກອງບັນຊາການທະຫານແຂວງໄຊສົມບູນ, ກອງບັນຊາການທະ
ຫານແຂວງຫຼວງນ້ຳທາ, ກອງບັນຊາການທະຫານແຂວງວຽງຈັນ ແລະ ກອງພັນໃຫຍ່ 497 ໄດ້ປາຖະກະຖາ ວັນຊາດ ທີ 2 ທັນວາ ຄົບ ຮອບ 47 ປີ ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ. ທັງນີ້,
ກໍເພື່ອເປັນການສຶກສາອົບຮົມການເມືອງແນວຄິດ ໃຫ້ພະນັກງານສະມາຊິກພັກ-ນັກຮົບ ຮັບຮູ້ເຊື່ອມຊຶມຕື່ມປະຫວັດຄວາມເປັນມາຂອງມູນເຊື້ອວັນຊາດທີ 2 ທັນວາ ແລະ ຮ່ຳຮຽນເອົາຊີວິດການເຄື່ອນໄຫວປະຕິວັດ, ຜົນງານ-ຄຸນງາມຄວາມດີຂອງ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງການປະຕິວັດຮຸ່ນກ່ອນມາເປັນແບບຢ່າງ ໝູນໃຊ້ເຂົ້າໃນການພັດທະນາຕົນເອງປະກອບສ່ວນເຂົ້າໃນການປັບປຸງກໍ່ສ້າງກົມກອງ.
ຢູ່ແຕ່ລະແຫ່ງໄດ້ຍົກໃຫ້ເຫັນຄວາມໝາຍ ຄວາມສຳຄັນຂອງວັນຊາດ ທີ 2 ທັນວາ ເຊິ່ງເປັນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ໃນປະຫວັດສາດແຫ່ງການຕໍ່ສູ້ຂອງຊາດລາວ, ມີມູນເຊື້ອອົງອາດກ້າຫານໃນການຕໍ່ສູ້ຕ້ານການຮຸກຮານຂອງຈັກກະພັດລ່າເມືອງຂຶ້ນທັງແບບເກົ່າ ແລະ ໃໝ່ ຂອງປະຊາຊົນລາວບັນດາເຜົ່າໂດຍພາຍໃຕ້ການນຳພາຂອງພັກ ດຳເນີນການຕໍ່ສູ້ຕ້ານການຮຸກຮານຂອງພວກຈັກກະພັດຕ່າງດ້າວ ເພື່ອຄວາມເປັນເອກະລາດແຫ່ງຊາດ ແລະ ຄວາມມີອິດສະຫຼະພາບ
ຂອງປະຊາຊົນລາວບັນດາເຜົ່າ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສະຖາປະນາ ສປປ ລາວ ຢ່າງສະຫງ່າຜ່າເຜີຍໃນວັນທີ 2 ທັນວາ 1975.
ຈາກນັ້ນມາໄດ້ສືບຕໍ່ປົກປັກຮັກສາ, ສ້າງສາພັດທະນາປະເທດຊາດໃຫ້ຄົງຕົວ ແລະ ຂະຫຍາຍຕົວເປັນກ້າວໆ. ພ້ອມດຽວກັນນັ້ນ, ໄດ້ທົບທວນຫວນຄືນມູນເຊື້ອວິລະກຳອັນໂດດເດັ່ນ, ປະຫວັດ, ຊີວິດການເຄື່ອນໄຫວປະຕິວັດ, ຜົນງານ-ຄຸນງາມຄວາມດີ, ຄຸນສົມບັດສິນທຳປະຕິວັດ, ສະຕິປັນຍາອັນສະຫຼາດສ່ອງໃສ ຂອງປະທານ ໄກສອນ ພົມວິຫານ ຜູ້ນຳການປະຕິວັດລາວຕື່ມອີກ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ