
ທະຫານແຂວງກວາງນາມ ມອບເຄື່ອງຊ່ວຍເຫຼືອແກ່ປະຊາຊົນ 4 ບ້ານລຽບຊາຍແດນ
ເວລາອອກຂ່າວ: 2022-12-06 09:10:19 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 110 | ຄວາມນິຍົມ:
ທ້າຍເດືອນພະຈິກ 2022 ນີ້, ສະຫາຍ ພັນໂທ ໂຮຮຸຍຮຸ່ງ ຮອງຫົວໜ້າກອງບັນຊາການທະຫານແຂວງກວາງນາມ ສສ ຫວຽດນາມ ໄດ້ນຳພາພະນັກງານ
ແພດໝໍ ຈາກກອງບັນຊາການທະຫານແຂວງກວາງນາມ ມາເຄື່ອນໄຫວກວດສຸຂະພາບ, ຈ່າຍຢາ ແລະ ມອບເຄື່ອງບໍລິໂພກຈຳນວນໜຶ່ງ ລວມມູນຄ່າທັງໝົດ
200 ລ້ານດົງໃຫ້ແກ່ປະຊາຊົນ 4 ບ້ານທີ່ຂຶ້ນກັບເມືອງດາກຈຶງແຂວງເຊກອງ, ໂດຍມີ ສະຫາຍພັນເອກ ສົມຈິດ ນິລະພົນ ຮອງຫົວໜ້າການເມືອງ ກອງບັນຊາ
ການທະຫານແຂວງເຊກອງ, ມີຄະນະພັກອຳນາດການປົກຄອງເມືອງ, ຄະນະກອງບັນຊາການທະຫານເມືອງ, ກອງຮ້ອຍທະຫານຊາຍແດນ 533, ອຳນາດການປົກຄອງ ຕະຫຼອດຮອດປະຊາຊົນ4 ບ້ານ ເຂົ້າຮ່ວມ.
ສະຫາຍ ພັນໂທ ໂຮຮຸຍຮຸ່ງ ໄດ້ໃຫ້ຮູ້ວ່າ: ການມາເຄື່ອນໄຫວເຮັດວຽກໃນຄັ້ງນີ້ ເປົ້າໝາຍເພື່ອມອບເຄື່ອງບໍລິໂພກ ພ້ອມທັງກວດກາສຸຂະພາບ, ຈ່າຍຢາ ແລະ ປິ່ນປົວປະຊາຊົນ ບ້ານດາກຕະອອກນ້ອຍ, ບ້ານດາກຕະອອກໃຫຍ່, ບ້ານດາກໂດມ, ບ້ານດາກມັນ ແລະ ອ້າຍນ້ອງກອງຮ້ອຍທະຫານຊາຍແດນ 533 ທີ່ກຳລັງປະຕິບັດໜ້າທີ່ຢູ່ຕາມຊາຍແດນລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ມີສຸຂະພາບແຂງແຮງສົມບູນ, ເພື່ອກຽມພ້ອມເຮັດສຳເລັດໜ້າທີ່ການເມືອງຂອງຕົນຕາມການຈັດຕັ້ງຂັ້ນເທິງມອບໝາຍ, ອີກຢ່າງເພື່ອເປັນການຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ
ລະຫວ່າງສອງພັກ-ລັດ, ສອງກອງທັບ ເວົ້າລວມ, ເວົ້າສະເພາະແມ່ນລະຫວ່າງກອງບັນຊາການທະຫານແຂວງກວາງນາມ ກັບ ກອງບັນຊາການທະຫານແຂວງເຊກອງ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ.
ໃນໂອກາດດັ່ງກ່າວ, ສະຫາຍ ເພັງນາ ຈັນທະພອນ ປະທານກວດກາສະພາປະຊາຊົນເມືອງດາກຈຶງ ໄດ້ຕາງໜ້າໃຫ້ອຳນາດການປົກຄອງເມືອງ ກ່າວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ກອງບັນຊາການທະຫານແຂວງກວາງນາມ ແລະ ປະຊາຊົນຫວຽດນາມ ທີ່ໃຫ້ການຊ່ວຍເຫຼືອເຄື່ອງບໍລິໂພກ ພ້ອງທັງກວດສຸຂະພາບ ແລະ ຈ່າຍຢາໃຫ້ປະຊາຊົນໃນຄັ້ງນີ້, ອັນເປັນການປະກອບສ່ວນສຳຄັນໃນການຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນທີ່ອາໄສຢູ່ລຽບຕາມຊາຍແດນໃຫ້ດີຂຶ້ນ, ມີສຸຂະພາບແຂງແຮງ ພ້ອມກັນປົກປັກຮັກສາ ແລະ ສ້າງສາພັດທະນາທ້ອງຖິ່ນຂອງຕົນໃຫ້ຈະເລີນກ້າວໜ້າ ແລະ ມີຄວາມສະຫງົບປອດໄພ.
ໂດຍ: ທອງມີ ຈັນທະວີວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ