
ທ່ານ ປອ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ກ່າວສູນທອນພົດ ໄຂກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX
ເວລາອອກຂ່າວ: 2022-12-06 09:22:45 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 18 | ຄວາມນິຍົມ:
ຮຽນ: ພະນະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ທີ່ເຄົາລົບ ແລະ ນັບຖືຢ່າງສູງ.
ບັນດາທ່ານຜູ້ນຳຂັ້ນສູງ, ອະດີດຜູ້ນຳຂັ້ນສູງຂອງພັກ-ລັດ ທີ່ນັບຖື.
ບັນດາທ່ານສະມາຊິກສະພາແຫ່ງຊາດ, ແຂກທີ່ມີກຽດ ທີ່ນັບຖື ແລະ ຮັກແພງທັງຫຼາຍ.
ປະຕິບັດຕາມກົດໝາຍວ່າດ້ວຍສະພາແຫ່ງຊາດ ມາດຕາ 59 ກ່ຽວກັບກອງປະຊຸມສະໄໝສາມັນປະຈຳປີຂອງສະພາແຫ່ງຊາດ, ມື້ນີ້ກອງປະຊຸມສະໄໝສາ ມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ໄຂຂຶ້ນຢ່າງເປັນທາງການໃນທ່າມກາງບັນ ຍາກາດທີ່ທົ່ວພັກ-ລັດ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງ ຊົນລາວທັງຊາດພວມສຸມໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະ ຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະ ຕິກອງປະຊຸມຄົບຄະນະ ຄັ້ງທີ 4 ແລະ 5 ຂອງຄະນະບໍລິຫານສູນກາງພັກ ສະໄໝທີ XI ກໍຄື ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ໂດຍສະເພາະສອງວາລະແຫ່ງຊາດ ພວມໄດ້ຮັບການຈັດຕັ້ງປະຕິບັດ ຢ່າງເປັນຂະບວນຟົດຟື້ນແຂງ ແຮງ ແລະ ເປັນຮູບປະທຳຫຼາຍຂຶ້ນ.
ໃນໂອກາດທີ່ມີຄວາມໝາຍສຳຄັນນີ້ ຂ້າພະເຈົ້າມີຄວາມພາກພູມໃຈ ແລະ ມີຄວາມປິຕິຍິນດີເປັນຢ່າງຍິ່ງທີ່ໄດ້ຕ້ອນຮັບພະນະ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານ ງານສູນກາງພັກ, ປະທານປະ ເທດແຫ່ງ ສປປ ລາວ ທີ່ໄດ້ໃຫ້ກຽດເຂົ້າຮ່ວມກອງປະຊຸມທີ່ມີຄວາມສຳຄັນຄັ້ງນີ້, ຂໍສະແດງຄວາມຂໍ່ານັບຊົມເຊີຍບັນດາທ່ານ ຜູ້ນຳສູງພັກ-ລັດ, ບັນດາອະດີດ ການນຳຂັ້ນສູງຂອງພັກ-ລັດ, ບັນດາທ່ານສະມາຊິກລັດຖະ ບານ, ຜູ້ຕາງໜ້າອົງການຈັດຕັ້ງພັກ-ລັດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ຜູ້ຊົງຄຸນວຸດທິ, ສະຖາບັນການສຶກສາ, ຫົວໜ່ວຍທຸ ລະກິດທີ່ໄດ້ໃຫ້ກຽດເຂົ້າຮ່ວມກອງປະຊຸມຄັ້ງນີ້.
ຂໍສະແດງຄວາມຊົມເຊີຍມາຍັງບັນດາສະມາຊິກສະພາແຫ່ງຊາດ ຊຸດທີ IX ໃນຖານະເປັນ ຕົວແທນແຫ່ງສິດ ແລະ ຜົນປະ ໂຫຍດຂອງປະຊາຊົນລາວບັນ ດາເຜົ່າໃນຂອບເຂດທົ່ວປະເທດ ທີ່ໄດ້ເຂົ້າຮ່ວມກອງປະຊຸມຄັ້ງນີ້.
ບັນດາທ່ານທີ່ນັບຖື ແລະ ຮັກ ແພງປະຕິບັດຕາມການເຄື່ອນ ໄຫວພາລະບົດບາດ, ສິດ ແລະ ໜ້າທີ່ຂອງສະພາແຫ່ງຊາດມື້ນີ້ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດ ທີ IX ໄດ້ໄຂຂຶ້ນໃນທ່າມກາງຂອງພາກພື້ນ ແລະ ສາກົນ ທີ່ມີການຜັນແປໄປຢ່າງສະຫຼັບຊັບຊ້ອນ, ເຄັ່ງຮ້ອນ ແລະ ມີຄວາມຫຼໍ່ແຫຼມຫຼາຍດ້ານທີ່ຄາດຄະເນໄດ້ຍາກ ເຊິ່ງໄດ້ສົ່ງຜົນກະທົບໂດຍກົງຕໍ່ປະເທດຕ່າງໆໃນໂລກ ລວມທັງ ສປປ ລາວ ຂອງພວກເຮົາ ໂດຍສະເພາະຢ່າງຍິ່ງແມ່ນກະທົບຕໍ່ ການແກ້ໄຂສະພາບຄວາມຫຍຸ້ງ ຍາກທາງດ້ານເສດຖະກິດ-ການເງິນທີ່ສະສົມມາເປັນເວລາຫຼາຍປີ, ການຄຸ້ມຄອງລັດຕໍ່ເສດຖະ ກິດ-ສັງຄົມມີຫຼາຍສິ່ງທ້າທາຍໃໝ່ ເປັນຕົ້ນອັດຕາແລກປ່ຽນເໜັງຕີງແຮງ, ລາຄານໍ້າມັນເຊື້ອໄຟ ແລະ ສິນຄ້າເພີ່ມສູງຂຶ້ນ, ຊີ ວິດການເປັນຢູ່ຂອງປະຊາຊົນມີຄວາມຟຶດເຄື່ອງ ແຕ່ດ້ວຍຄວາມເອົາໃຈໃສ່ນຳພາ-ຊີ້ນຳ ຂອງຄະ ນະບໍລິຫານງານສູນກາງພັກ, ການປະສານສົມທົບ, ການປຶກສາ ຫາລືຮ່ວມກັນຢ່າງໃກ້ຊິດລະ ຫວ່າງສະພາແຫ່ງຊາດ ແລະ ລັດຖະບານ, ຄວາມເຂົ້າໃຈ ແລະ ເປັນເອກະພາບນຳພັກ-ລັດ, ຂອງພະນັກງານ-ລັດຖະກອນ, ທະ ຫານ, ຕຳຫຼວດ ກໍຄື ປະຊາຊົນບັນດາເຜົ່າ ເຮັດໃຫ້ບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນຂອງປະເທດເຮົາ ໄດ້ຮັບການແກ້ໄຂໃຫ້ເບົາບາງລົງ ເປັນກ້າວໆ, ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງ ຄົມປະຈຳປີຄາດໝາຍຈຳນວນໜຶ່ງບັນລຸໄດ້ຕາມແຜນການ ແລະ ລື່ນຄາດໝາຍ, ການຈັດ ຕັ້ງປະຕິບັດແຜນງົບປະມານແຫ່ງລັດໝົດປີສາມາດບັນລຸໄດ້ເກີນແຜນກຳນົດຈຳນວນໜຶ່ງ, ເຮັດໃຫ້ປະເທດຊາດຍັງສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະ ຫງົບໂດຍພື້ນຖານ, ສາມາດປະຄັບປະຄອງເສດຖະກິດ ບໍ່ໃຫ້ຕົກໃນສະພາບຫຍຸ້ງຍາກກວ່ານີ້ ແລະ ຮັບປະກັນໃຫ້ສືບຕໍ່ມີການຂະຫຍາຍຕົວ, ວຽກງານການຕ່າງປະເທດຂອງພັກໄດ້ຮັບການ ຈັດຕັ້ງຜັນຂະຫຍາຍຢ່າງເລິກ ເຊິ່ງ ແລະ ກວ້າງຂວາງ ເຊິ່ງເຮັດໃຫ້ບົດບາດອິດທິພົນຂອງປະເທດພວກເຮົາໄດ້ຮັບການຍົກສູງຢ່າງຕໍ່ເນື່ອງໃນເວທີພາກພື້ນ ແລະ ສາກົນ.
ບັນດາທ່ານຜູ້ນຳພັກ-ລັດ, ສະ ມາຊິກສະພາແຫ່ງຊາດ, ແຂກທີ່ນັບຖື ແລະ ຮັກແພງ ກອງປະ ຊຸມຄັ້ງນີ້ຈະໄດ້ພິຈາລະນາຮັບ ຮອງເອົາບັນດາເນື້ອໃນທີ່ສຳຄັນ ດັ່ງນີ້:
1. ບົດລາຍງານການເຄື່ອນ ໄຫວວຽກງານພົ້ນເດັ່ນ ປະຈຳປີ 2022 ແລະ ທິດທາງແຜນການໃນປີ 2023 ຂອງລັດຖະບານ.
2. ບົດລາຍງານຂອງລັດຖະ ບານ ກ່ຽວກັບການຈັດຕັ້ງປະຕິ ບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປະຈຳປີ 2022 ແລະ ແຜນການປະຈຳປີ 2023.
3. ບົດລາຍງານຂອງລັດຖະ ບານ ກ່ຽວກັບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດງົບປະມານແຫ່ງລັດ ປີ 2021, ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປີ 2022 ແລະ ແຜນງົບ ປະມານແຫ່ງລັດປີ 2023.
4. ບົດລາຍງານຂອງລັດຖະ ບານ ກ່ຽວກັບການຈັດຕັ້ງປະຕິ ບັດແຜນເງິນຕາ ປະຈຳປີ 2022 ແລະ ແຜນການ ປະຈຳປີ 2003.
5. ບົດລາຍງານຂອງລັດຖະ ບານກ່ຽວກັບການຈັດຕັ້ງປະຕິ ບັດວາລະແຫ່ງຊາດ, ການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະ ກິດ-ການເງິນ ປະຈຳປີ 2020 ແລະ ແຜນການປະຈຳປີ 2023.
6. ບົດລາຍງານຂອງລັດຖະ ບານ ກ່ຽວກັບການຈັດຕັ້ງປະຕິ ບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ປະຈຳປີ 2020 ແລະ ແຜນການ ປະຈຳປີ 2023.
7. ບົດລາຍງານຂອງລັດຖະ ບານ ກ່ຽວກັບການສ້າງຄົນ, ການພັດທະນາສີມືແຮງງານ ແລະ ຊອກວຽກເຮັດງານທຳໃຫ້ປະຊາຊົນ ເພື່ອແກ້ໄຂບັນຫາ ການວ່າງງານ.
8. ບົດລາຍງານຂອງອົງ ການກວດສອບແຫ່ງລັດ ກ່ຽວກັບການຈັດຕັ້ງປະຕິບັດວຽກ ງານປະຈຳປີ 2022 ແລະ ແຜນ ການເຄື່ອນໄຫວວຽກງານ ປະຈຳປີ 2023, ບົດລາຍງານຜົນ ການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນ ງົບປະມານແຫ່ງລັດ ປະຈຳປີ 2021.
9. ບົດລາຍງານຂອງອົງ ການກວດກາແຫ່ງລັດ ກ່ຽວກັບ ການຈັດຕັ້ງປະຕິບັດວຽກງານ ປະຈຳປີ 2022 ແລະ ແຜນການ ເຄື່ອນໄຫວວຽກງານ ປະຈຳປີ 2023, ບົດລາຍງານຜົນການກວດກາຕາມຜົນການກວດສອບ ປີ 2020.
10. ບົດລາຍງານຂອງສານ ປະຊາຊົນສູງສຸດ ກ່ຽວກັບການ ຈັດຕັ້ງປະຕິບັດວຽກງານ ປະ ຈຳປີ 2022 ແລະ ແຜນການ ເຄື່ອນໄຫວວຽກງານ ປະຈຳປີ 2023.
11. ບົດລາຍງານຂອງອົງ ການໄອຍະການປະຊາຊົນສູງສຸດ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ປະຈຳປີ 2022 ແລະ ແຜນການເຄື່ອນໄຫວວຽກງານ ປະຈຳປີ 2023.
12. ພິຈາລະນາຮັບຮອງເອົາການສ້າງ ແລະ ປັບປຸງກົດ ໝາຍ ຈຳນວນ 12 ສະບັບໃນນີ້: ມີກົດໝາຍສ້າງໃໝ່ 3 ສະບັບຄື: ຮ່າງກົດໝາຍວ່າດ້ວຍໜັງ ສືຜ່ານແດນ, ຮ່າງກົດໝາຍ ວ່າ ດ້ວຍການທາງນໍ້າ, ຮ່າງກົດໝາຍ
ວ່າດ້ວຍຫໍພິພິທະພັນ ແລະ ກົດ ໝາຍປັບປຸງ 9 ສະບັບຄື: ກົດ ໝາຍ ວ່າດ້ວຍທະນາຍຄວາມ, ກົດໝາຍ ວ່າດ້ວຍທະບຽນສານ, ກົດໝາຍ ວ່າດ້ວຍການກັນ ແລະ ຄວບຄຸມພະຍາດຕິດຕໍ່, ກົດໝາຍວ່າດ້ວຍວິສາຫະກິດ, ກົດໝາຍວ່າດ້ວຍວິທະຍາສາດ ແລະ ເຕັກ ໂນໂລຊີ, ກົດໝາຍ ວ່າດ້ວຍອົງ ການໄອຍະການທະຫານ, ກົດ ໝາຍ ວ່າດ້ວຍທຸລະກຳທາງເອເລັກໂຕຣນິກ, ກົດໝາຍ ວ່າດ້ວຍການກວດສອບແຫ່ງລັດ ແລະ ກົດໝາຍ ວ່າດ້ວຍການກວດກາລັດ.
13. ບົດລາຍງານຂອງຄະນະປະຈຳສະພາແຫ່ງຊາດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2022 ແລະ ແຜນການເຄື່ອນ ໄຫວວຽກງານ ປະຈຳປີ 2023 ແລະ ຜົນການຕິດຕາມກວດກາຂອງສະພາແຫ່ງຊາດ ກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ.
14. ບົດລາຍງານຂອງຄະນະປະຈຳສະພາແຫ່ງຊາດ ກ່ຽວກັບ ການປັບປຸງ ແລະ ການສ້າງກົດ ໝາຍ ນອກນັ້ນ, ຍັງຈະໄດ້ຮັບຟັງການຊີ້ແຈງຂອງພາກສ່ວນກ່ຽວຂ້ອງຈຳນວນໜຶ່ງ, ຕອບຄຳຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດ.
ບັນດາທ່ານທີ່ນັບຖື ແລະ ຮັກ ແພງ ເພື່ອພິຈາລະນາຮັບຮອງເອົາບັນຫາສຳຄັນພື້ນຖານຂອງປະເທດຊາດ ທີ່ມີຈຳນວນຫຼາຍດັ່ງທີ່ກ່າວມານີ້ໃຫ້ມີຄຸນນະພາບ, ມີປະສິດທິຜົນ ແລະ ບັນລຸຜົນຕາມແຜນການທີ່ວາງໄວ້, ໃນນາມປະທານກອງປະຊຸມຂ້າພະ ເຈົ້າຂໍຮຽກຮ້ອງມາຍັງທຸກພາກ ສ່ວນທີ່ກ່ຽວຂ້ອງ ຈົ່ງສືບຕໍ່ໃຫ້ ການຮ່ວມມື ແລະ ສະໜອງຂໍ້ມູນຕໍ່ບັນດາເນື້ອໃນທີ່ຈະນຳເຂົ້າພິຈາລະນາ ແລະ ຮັບຮອງໃນກອງປະຊຸມຄັ້ງນີ້, ຮຽກຮ້ອງມາ ຍັງບັນດາທ່ານສະມາຊິກສະພາ ແຫ່ງຊາດນຳໃຊ້ສິດປະຊາທິປະ ໄຕ ແລະ ເຊີດຊູຄວາມຮັບຜິດ ຊອບຂອງຕົນໃນການຄົ້ນຄວ້າ, ປະກອບຄຳເຫັນຕໍ່ທຸກບັນຫາຢ່າງຖີ່ຖ້ວນ, ສ້າງສັນ, ພາວະວິ ໄສ ແລະ ເລິກເຊິ່ງ ບົນພື້ນຖານແນວທາງນະໂຍບາຍຂອງພັກ, ກົດໝາຍ ແລະ ສະພາບຄວາມເປັນຈິງທາງດ້ານເສດຖະກິດ-ສັງຄົມຂອງປະເທດເຮົາໃນປັດ ຈຸບັນ ເພື່ອເຮັດໃຫ້ເນື້ອໃນທີ່ນຳມາພິຈາລະນາ, ຮັບຮອງໃນຄັ້ງນີ້ມີຄຸນນະພາບ ແລະ ສາມາດນຳໄປຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ.
ໃນໂອກາດອັນສະຫງ່າລາສີນີ້, ໃນນາມປະທານກອງປະຊຸມ, ຂ້າພະເຈົ້າຂໍປະກາດໄຂກອງປະ ຊຸມສະໄໝສາມັນເທື່ອ ທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ຢ່າງເປັນທາງການ ນັບແຕ່ເວລານີ້ເປັນຕົ້ນໄປ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ