
ພະແນກຊາວໜຸ່ມ ວິທະຍາຄານການແພດກອງທັບ ສະຫຼຸບການເຄື່ອນໄຫວວຽກງານຊາວໜຸ່ມ ປະຈຳປີ 2022
ເວລາອອກຂ່າວ: 2022-12-08 08:47:08 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 300 | ຄວາມນິຍົມ:
ໃນວັນທີ 6 ທັນວາ 2022 ນີ້, ພະແນກຊາວໜຸ່ມ ວິທະຍາຄານການແພດກອງທັບ ໄດ້ສະຫຼຸບການເຄື່ອນໄຫວວຽກງານຊາວໜຸ່ມ ປະຈຳປີ 2022 ແລະ ຜ່ານ
ທິດທາງແຜນການປະຈຳປີ 2023, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ສຸລິວົງ ລັດວິໄລ ຫົວໜ້າການເມືອງ ວິທະຍາຄານການແພດກອງທັບ, ມີຄະນະຫ້ອງ, ຄະນະໜ່ວຍຊາວໜຸ່ມ ພ້ອມດ້ວຍສະມາຊິກຊາວໜຸ່ມທົ່ວວິທະຍາຄານ
ເຂົ້າຮ່ວມ.
ສະຫາຍ ຮ້ອຍເອກ ສາຍຍັນ ດວງຈັນ ຮັກສາການຫົວໜ້າພະແນກຊາວໜຸ່ມ ວິທະຍາຄານການແພດກອງທັບ ໄດ້ສະຫຼຸບຕີລາຄາຄືນຜ່ານການຈັດຕັ້ງປະຕິບັດ
ວຽກງານຊາວໜຸ່ມຕະຫຼອດໄລຍະ1 ປີຜ່ານມາ, ພະແນກຊາວໜຸ່ມ ໄດ້ຖືເອົາການສຶກສາອົບຮົມການເມືອງແນວຄິດເປັນສຳຄັນ ໃນການສຶກສາອົບຮົມໃຫ້ສະມາ
ຊິກຊາວໜຸ່ມໃຫ້ມີຄວາມໜັກແໜ້ນທາງດ້ານຄຸນທາດການເມືອງ ເຂັ້ມແຂງທາງດ້ານການຈັດຕັ້ງ ແລະ ຫ້າວຫັນຕໍ່ໜ້າທີ່ວຽກງານວິຊາສະເພາະ ກໍຄືໜ້າທີ່ການເມືອງຂອງກົມກອງມອບໝາຍໃຫ້ ເຮັດສຳເລັດໜ້າທີ່ການເມືອງຂອງຕົນ, ມີຄວາມຕື່ນຕົວເປັນເຈົ້າການປະຕິບັດ, ກົດລະບຽບຂອງກອງທັບວາງອອກ 7 ລະບອບ 18 ວຽກ ກໍຄືກົດລະບຽບຂອງກົມກອງ ວາງອອກຢ່າງເຂັ້ມງວດ, ປຸກລະດົມສະມາຊິກຊາວ
ໜຸ່ມຕື່ນຕົວຮໍ່າຮຽນ, ເຊື່ອມຊຶມເອົາແນວທາງນະໂຍບາຍຂອງພັກ, ບັນດາມູນເຊື້ອຕ່າງໆ, ເວົ້າລວມ ເວົ້າສະເພາະ ແມ່ນບັນດາທິດທາງແຜນການ ຂອງຫ້ອງການຊາວໜຸ່ມວາງອອກຢ່າງເຂັ້ມງວດ. ເຊິ່ງຕະຫຼອດໄລຍະຜ່ານມາສາມາດຕີລາຄາແບ່ງປະເພດສະມາຊິກຊາວໜຸ່ມ ປະເພດດີເດັ່ນ 248 ສະຫາຍ ກວມເອົາ 76,78 %, ປະເພດແຂງ 74 ສະຫາຍ ກວມເອົາ 22.91 % ແລະ ປະເພດກາງ 1 ສະຫາຍ
ກວມເອົາ 0,31 %. ກອງປະຊຸມຍັງໄດ້ມອບໃບຍ້ອງຍໍນາມມະຍົດ 4 ບຸກໃຫ້ຄະນະໜ່ວຍຊຸດເກົ່າ ແລະ ຄະນະໜ່ວຍນັກສຶກສາທີ່ມີຜົນງານດີເດັ່ນໃນໄລຍະຊຸມປີຜ່ານມາ. ພ້ອມດຽວກັນນີ້, ຍັງໄດ້ຜ່ານມະຕິຕົກລົງຂອງຄະນະພັກວິທະຍາຄານການແພດກອງທັບ ວ່າດ້ວຍການຮັບຮອງເອົາຄະນະໜ່ວຍຊາວໜຸ່ມຊຸດໃໝ່ຕື່ມອີກ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ