
ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ ລົງເຄື່ອນໄຫວກວດກາ ຢູ່ ໂຮງຮຽນ ກໍ່ສ້າງນາຍສິບເລກ 2 ວຽງໄຊ
ເວລາອອກຂ່າວ: 2022-12-08 09:06:35 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 257 | ຄວາມນິຍົມ:
ໃນທ້າຍອາທິດ ຜ່ານມານີ້, ສະຫາຍ ພົນຈັດຕະວາ ວົງສັກ ສີພັນດອນ ກຳມະການຄະນະພັກກະຊວງປ້ອງກັນປະ ເທດ ຮອງກົມໃຫຍ່ພະລາທິການກອງ ທັບ, ສະຫາຍ ພັນໂທ ວິໄລ ສຸກກອງມີ ຮອງກົມກໍ່ສ້າງ-ຄຸ້ມຄອງຊັບສິນກົມໃຫຍ່ພະລາທິການ ກອງທັບ. ໄດ້ເຄື່ອນໄຫວຢ້ຽມ ຢາມ ແລະ ເຮັດວຽກຢູ່ໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ ໂດຍໃຫ້ການຕ້ອນຮັບຂອງສະ ຫາຍ ພັນໂທ ກິແກ້ວ ລິດແສນຫວັງ ຫົວໜ້າຫ້ອງພະລາທິການ ໂຮງຮຽນພ້ອມຄະນະ. ການຢ້ຽມ ຢາມມາຄັ້ງນີ້ ກໍເພື່ອກວດກາຄືນ ບັນດາວຽກງານກໍ່ສ້າງສ້ອມ ແປງທົ່ວກົມກອງ ພ້ອມທັງມີຄຳເຫັນ ແລະ ເນັ້ນຫນັກໃຫ້ຫ້ອງພະລາທິການເອົາໃຈໃສ່ຕໍ່ວຽກງານຮັບປະກັນຊີວິດການເປັນຢູ່ລ້ຽງດູທັບ ໃນເງື່ອນໄຂປະຈຸບັນ.
ເນື່ອງໃນໂອກາດວັນສ້າງຕັ້ງໂຮງຮຽນ ສະຫາຍ ພັນເອກ ວົງ ມະນີຈັນ ສາມາວົງ ຫົວໜ້າການ ທະຫານໂຮງຮຽນ ພ້ອມຄະນະ ໄດ້ນຳກະຕ່າຂອງຂວັນເຂົ້າອວຍ ພອນ ອະດີດການນຳໂຮງຮຽນ ເລກ 2 ວຽງໄຊ ຄົບຮອບ 60 ປີ ( 22 ພະຈິກ1962 – 22 ພະຈິກ 2022). ເຊິ່ງເຕັມໄປດ້ວຍເນື້ອໃນຄວາມໝາຍເລິກເຊິ່ງ ໃນນີ້ ມີ ສະຫາຍ ພັນເອກ ທອງພັນ ແກ້ວມະນີຈັນ, ສະຫາຍ ພັນໂທ ຈະເລີນໄຊ ພະເມືອງ, ສະຫາຍ ພັນໂທ ສຸກີ ສີລານຸວົງ, ສະຫາຍ ພັນຕີ ຄຳເພັດ ສິງວົງສາ ທັງນີ້ ກໍເພື່ອສະແດງຄວາມຮູ້ບຸນຄຸນ, ຄຸນງາມຄວາມດີ ຂອງບັນດາສະ ຫາຍໃນການຊີ້ນຳ-ນຳພາປົກປັກ ຮັກສາ-ສ້າງສາພັດທະນາໂຮງ ຮຽນ ພວກເຮົາໃນໄລຍະຜ່ານມາ ແລະ ອວຍພອນໄຊອັນປະເສີດມາຍັງທ່ານ ຈົ່ງມີສຸຂະພາບ ເຂັ້ມ ແຂງ ແຂງແຮງ ອາຍຸໝັ້ນຂວັນຍືນມີພາລານາໄມສົມບູນ, ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ ສືບຕໍ່ໃຫ້ຄວາມໃກ້ຊິດຕິດແທດ ເປັນຮົ່ມໂພໃຫ້ແກ່ ຄະນະພັກ-ຄະນະບັນຊາ ກໍຄືພະ ນັກງານ-ນັກຮົບ ພວກເຮົາໃນການສ້າງກອງທັບ ໃຫ້ກາຍເປັນກອງທັບປະຕິວັດ ເພື່ອສ້າງຮຸ່ນສືບທອດທີ່ມີຄຸນະພາບ ໃຫ້ແກ່ກອງທັບປະຊາຊົນລາວ.
ຂ່າວໃຫ້ຮູ້ຕື່ມອີກວ່າ: ວັນທີ 28 ພະຈິກ 2022 ນີ້, ສະຫາຍ ເລວັນທຶກ ຫົວໜ້າບໍລິສັດມິດຕະພາບ 206 ກອງບັນຊາການທະຫານນະເຂດ 5 ສສ ຫວຽດນາມ ພ້ອມຄະນະ ໄດ້ນຳກະຕ່າຂອງຂວັນເຂົ້າອວຍພອນ ຄະນະພັກ-ຄະນະອຳນວຍການໂຮງຮຽນ ເນື່ອງໃນໂອກາດວັນສະຖາປະນາ ສປປ ລາວ ຄົບຮອບ 47 ປີ ໂດຍເປັນກຽດຕ້ອນຮັບຂອງ ສະຫາຍ ພັນເອກ ແສງເດືອນ ອິນທິສອນ ຮອງ ຫົວໜ້າການເມືອງໂຮງຮຽນ ພ້ອມຄະນະ. ໂອກາດດັ່ງກ່າວ, ສະຫາຍໄດ້ຕາງໜ້າໃຫ້ຄະນະ ພັກ-ຄະນະບັນຊາ, ພະນັກງານ-ນັກຮົບໃນທົ່ວໂຮງຮຽນວຽງໄຊ ກ່າວສະແດງຄວາມຂອບໃຈ ຢ່າງຈິງໃຈມາຍັງ ສະຫາຍ ເລວັນທຶກ ພ້ອມຄະນະ ທີ່ມາຢ້ຽມຢາມຖາມຂ່າວ ແລະ ອວຍພອນໃຫ້ບັນ ດາສະຫາຍ ຢູ່ໃນບໍລິສັດດັ່ງກ່າວ ຈົ່ງມີສຸຂະພາບເຂັ້ມແຂງ ມີຄວາມ ກ້າວໜ້າໃນໜ້າທີ່ວຽກງານ, ສືບ ຕໍ່ສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນຢ່າງຕໍ່ເນື່ອງ ພ້ອມກັນເສີມຂະຫຍາຍ ແລະ ປົກປັກຮັກສາມູນເຊື້ອຄວາມສາມັກຄີລະຫວ່າງ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ໝັ້ນຄົງທະນົງແກ່ນຕະ ຫຼອດກາລະນານ.
ໂດຍ: ສົມພົງ ແກ້ວປະເສີດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ