
ທະຫານນະຄອນຫຼວງວຽງຈັນ ມອບເງິນນະໂຍບາຍອຸດໜູນ
ເວລາອອກຂ່າວ: 2022-12-09 09:14:33 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 107 | ຄວາມນິຍົມ:
ວັນທີ 1 ທັນວາ 2022, ກອງບັນຊາການທະຫານນະ ຄອນຫຼວງວຽງຈັນ ໄດ້ມອບເງິນນະໂຍບາຍອຸດໜູນ ໃຫ້ຄອບຄົວພະນັກງານບຳນານທີ່ເສຍຊີວິດ,
ໂດຍການເປັນປະທານຂອງ ສະ ຫາຍ ພັນໂທ ບຸນຖົມ ໄຊສັງທອງ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານນະຄອນຫຼວງວຽງຈັນ, ມີຜູ້ຕາງໜ້າຈາກສະຫະພັນນັກຮົບເກົ່າເມືອງ, ພະແນກການທີ່ກ່ຽວຂ້ອງ ພ້ອມດ້ວຍຄອບຄົວພະນັກງານບຳ ນານທີ່ເສຍຊີວິດ ເຂົ້າຮ່ວມ.
ສະຫາຍ ພັນໂທ ໂພໄຊ ແກ້ວມະນີ ຫົວໜ້າພະແນກປະກັນສັງ ຄົມ ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍ ການມອບເງິນ ນະໂຍບາຍອຸດໜູນໃຫ້ຄອບຄົວ ພະນັກງານບຳນານທີ່ເສຍຊີວິດ, ອີງຕາມກົດໝາຍ ວ່າດ້ວຍ ປະກັນສັງຄົມ, ອີງຕາມຄຳສັ່ງແນະນຳຂອງກະຊວງປ້ອງກັນປະເທດກ່ຽວກັບການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍ ປະກັນສັງຄົມໃນກອງທັບປະຊາຊົນລາວ ແລະ ກົມໃຫຍ່ການເມືອງກອງທັບ. ອະນຸມັດມອບເງິນນະໂຍບາຍອຸດໜູນຈຳ ນວນ 19 ສະຫາຍ. ໃນນີ້, ມີຄອບຄົວພະນັກງານບຳນານເສຍອົງຄະ 14 ສະຫາຍ, ຜູ້ປະກັນຕົນ ເສຍຊີວິດ 1 ສະຫາຍ, ນາງໝ້າຍ 2 ສະຫາຍ ແລະ ຄອບຄົວຄູ່ສົມລົດບຳນານເສຍອົງຄະ 2 ສະ ຫາຍ ລວມເປັນເງິນທັງໝົດ 1.218.168.000 ກີບ.
ໂດຍ: ວຽງສີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ