
ກອງພັນໃຫຍ່ 202 ເປີດຂະບວນການແຂ່ງຂັນກິລາ ຕ້ອນຮັບວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ
ເວລາອອກຂ່າວ: 2022-12-09 09:18:49 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 126 | ຄວາມນິຍົມ:
ວັນທີ 6 ທັນວາ 2022 ນີ້, ກອງພັນໃຫຍ່ 202 ກອງພົນທີ 2 ໄດ້ຈັດພິທີເປີດຂະບວນການແຂ່ງຂັນກິລາການທະຫານ, ກິລາມວນຊົນ ເພື່ອຂໍ່ານັບຮັບ ຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ. ໂດຍມີ ສະຫາຍ ພັນໂທ ບຸນຈັນ ມະນີສອນ ຄະນະພັກຫົວໜ້າພະແນກເສນາທິການ ກອງພັນໃຫຍ່ 202, ມີຄະນະພັກ-ຄະນະບັນຊາຈາກ ພະແນກການ, ກອງພັນ, ກອງຮ້ອຍເອກະລາດທີ່ຂຶ້ນກັບ ພ້ອມດ້ວຍພະນັກງານ-ນັກຮົບ, ນັກກິລາເຂົ້າຮ່ວມ.
ການແຂ່ງຂັນກິລາໃນຄັ້ງນີ້ ເພື່ອແນໃສ່ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ ທີ່ຈະມາເຖິງ ໃຫ້ມີບັນຍາກາດເບີກບານມ່ວນຊື່ນ,
ທັງເປັນການເຝິກຝົນຫຼໍ່ຫຼອມກຳລັງແຮງກາຍ ໃຫ້ພະນັກງານ-ນັກຮົບ ໃຫ້ມີຂະພາບແຂງແຮງ, ສາມາດເຮັດສຳເລັດໜ້າທີ່ ທີ່ການຈັດຕັ້ງມອບໝາຍໃຫ້, ພ້ອມກັນ
ນັ້ນຍັງເປັນການແລກປ່ຽນບົດຮຽນ, ເຕັກນິກໃນການເຝິກຊ້ອມ ແລະ ແຂ່ງຂັນແຕ່ລະປະເພດກິລາ ເພື່ອນຳໄປປັບປຸງພັດທະນາຕົນເອງໃຫ້ມີຄວາມຄ່ອງແຄ້ວ, ຊຳນິຊຳນານ. ກິລາທີ່ນຳມາຈັດຕັ້ງແຂ່ງຂັນປະກອບມີ 5 ປະເພດຄື: ບານເຕະ, ບານສົ່ງ, ກະຕໍ້, ເປຕັງຄູ່ 3 ແລະ ກິລາແລ່ນມ້າງປະກອບອາວຸດ 400 ແມັດ, ເຊິ່ງແບ່ງອອກເປັນ 2 ສາຍ, ໃນນັ້ນຍັງມີປະເພດອາວຸໂສຄື: ບານສົ່ງ ແລະ ເປຕັງ, ເຊິ່ງແຕ່ລະປະເພດກິລາຈະໄດ້ເລີ່ມຕົ້ນແຂ່ງຂັນ ແຕ່ວັນທີ 6 ທັນວາ 2022 ຈົນເຖິງວັນທີ 20 ມັງກອນ 2023 ຈຶ່ງຈະສຳເລັດ.
ໂດຍ: ຄຳຊາຍ ກວ່າງຄຸນສີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ