
ກອງບັນຊາການທະຫານແຂວງຜົ້ງສາລີ ດຳເນີນກອງປະຊຸມທາບທາມສ້າງແຜນກຳນົດພະນັກງານນຳພາ-ບັນຊາ
ເວລາອອກຂ່າວ: 2022-12-09 09:20:45 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 47 | ຄວາມນິຍົມ:
ໃນລະຫວ່າງວັນທີ 17-19 ພະຈິກ 2022 ນີ້, ກອງບັນຊາການທະຫານແຂວງຜົ້ງສາລີ ໄດ້ດຳເນີນກອງປະຊຸມທາບທາມສ້າງແຜນກຳນົດພະນັກງານນຳ
ພາ-ບັນຊາ, ໂດຍການເປັນປະທານຂອງ ສະຫາຍ ສັນຕິ ແກ້ວຍະສານ ກຳມະການປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ມີສະຫາຍ ພັນເອກ ຊຽງເພັງ ບົວລະວົງ ຮອງເລຂາຄະນະພັກ ຫົວໜ້າການທະຫານ ກອງບັນຊາການ
ທະຫານແຂວງຜົ້ງສາລີ, ມີບັນດາຄະນະປະຈຳພັກ, ຄະນະພັກ, ເລຂາຄະນະພັກຮາກຖານ, ພະນັກງານຫຼັກແຫຼ່ງຮອງຫົວໜ້າພະແນກຂຶ້ນໄປ ແລະ ໜ່ວຍພັກບັນ
ດາກົມກອງໃນທົ່ວທະຫານແຂວງເຂົ້າຮວ່ມ.
ສະຫາຍ ພັນເອກ ສົມຈັນ ລອດສຸລີ ຄະນະພັກກອງບັນຊາການ ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດ ຂອງຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານສະມາຊິກພັກ, ໂດຍມອບໃຫ້ບັນດາໜ່ວຍພັກ
ເປັນເຈົ້າການນຳເອົາຂໍ້ກຳນົດ, ກົດລະບຽບ, ມະຕິ, ຄຳສັ່ງຕ່າງໆ ມາຈັດຕັ້ງເຜີຍແຜ່, ເຊື່ອມຊຶມໃນແຕ່ລະໄລຍະເປັນປົກກະຕິ ເຮັດໃຫ້ພະນັກງານສະມາຊິກພັກມີຄວາມຮັບຮູ້, ເຂົ້າໃຈຕໍ່ແນວທາງຂອງພັກ, ກົດໝາຍຂອງລັດ, ມີສະຕິຕື່ນຕົວປະຕິບັດໜ້າທີ່ຂອງຕົນຢ່າງເປັນປົກກະຕິ, ວຽກງານກໍ່ສ້າງພັກ ໄດ້ຕັ້ງໜ້າຄົ້ນຄວ້າກຳແໜ້ນພາລະບົດບາດ, ສິດໜ້າທີ່ຂອງຕົນ, ປະຕິບັດຕາມ 5 ຫຼັກການ 3 ທິດນຳຂອງພັກ; ວຽກງານກໍ່ສ້າງພັກ ກອງບັນຊາການທະຫານແຂວງປະກອບມີ 1 ອົງຄະ
ນະພັກ, ມີຄະນະພັກ 11 ສະຫາຍ, ມີ 8 ຄະນະພັກຮາກຖານ, ມີ 35 ໜ່ວຍພັກ, ມີສະມາຊິກພັກທັງໝົດ 1.148 ສະຫາຍ, ຍິງ 177 ສະຫາຍ, ໃນຊຸມປີຜ່ານມາສາ
ມາດຂະຫຍາຍມະຫາຊົນຜູ້ທີ່ກ້າວໜ້າເຂົ້າເປັນສະມາຊິກໄດ້ 174 ສະຫາຍ, ຍິງ 5 ສະຫາຍ, ມີພະນັກງານນຳພາ-ບັນຊາ ທັງໝັດ 152 ສະຫາຍ, ຍິງ 8 ສະຫາຍ
ແລະ ມີພະນັກງານຢູ່ໃນແຜນກຳນົດພະນັກງານນຳພາ-ບັນຊາຈຳນວນ 786 ສະຫາຍ, ຍິງ 10 ສະຫາຍ, ກໍ່ສ້າງໄປຍົກລະດັບຂັ້ນຕ່າງໆໄດ້ 48 ສະຫາຍ, ຍິງ 1 ສະຫາຍ. ໃນນີ້, ປະລິນຍາຕີ 9 ສະຫາຍ, ຊັ້ນສູງ 17 ແລະ ຊັ້ນກາງ 22
ສະຫາຍ.
ໃນກອງປະຊຸມ ຜູ້ແທນໄດ້ພ້ອມສຸມໃສ່ການຄົ້ນຄວ້າກຳນົດເອົາພະນັກງານນຳພາ-ບັນຊາ ແລະ ປ່ອນບັດທາບທາມຮອບທີ I ເຊິ່ງມີຜູ້ແທນປ່ອນບັດຕົວຈິງ 135 ສະຫາຍ, ຍິງ 6 ສະຫາຍ, ຮອບທີ II ຈຳນວນ 44 ສະຫາຍ, ຍິງ 1 ສະຫາຍ ແລະ ຮອບທີ III ຈຳນວນ 9 ສະຫາຍ; ເຊິ່ງກອງປະຊຸມໄດ້ຮັບຜົນສຳເລັດຕາມຄາດໝາຍທີ່ວາງໄວ້.
ໂດຍ: ທອງສຸກ ຈັນຖະໜອມ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ