
ຫົວໜ້າຫ້ອງການເມືອງ ກອງພົນທີ 1 ພົບປະໂອ້ລົມພະນັກງານຫຼັກເເຫຼ່ງ ກອງພັນໃຫຍ່ 101
ເວລາອອກຂ່າວ: 2022-12-09 09:22:38 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 72 | ຄວາມນິຍົມ:
ທ້າຍເດືອນພະຈິກ 2022 ນີ້, ສະຫາຍ ພັນເອກ ປອ ສອນໄຊ ຈັນຍາລາດ ຄະນະປະຈຳພັກກອງພົນ ຫົວໜ້າຫ້ອງການເມືອງ ກອງພົນທີ 1 ໄດ້ເຄື່ອນໄຫວພົບ
ປະໂອ້ລົມພະນັກງານຫຼັກແຫຼ່ງຢູ່ກອງພັນໃຫຍ່101 ເຊິ່ງມີ ສະຫາຍ ພັນເອກ ບຸນຂຸ້ມ ສີຄຳໄຊ ຫົວໜ້າການເມືອງ ກອງພັນໃຫຍ່ 101 ພ້ອມດ້ວຍຄະນະພັກ-ຄະ
ນະບັນຊາ ພະນັກງານຫຼັກແຫຼ່ງໃນທົ່ວກົມກອງເຂົ້າຮ່ວມ.
ສະຫາຍ ພັນເອກ ບຸນຂຸ້ມ ສີຄຳໄຊ ໄດ້ລາຍງານໂດຍຫຍໍ້ກ່ຽວກັບທີ່ຕັ້ງ, ພາລະບົດບາດ ແລະ ການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານນຳພາ-ບັນຊາ ໃນໄລຍະຜ່ານມາ ເຊິ່ງຄະນະພັກ-ຄະນະບັນຊາກອງພັນໃຫຍ່ ໄດ້ເອົາໃຈວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດເປັນສຳຄັນ ໂດຍການນຳເອົາແນວທາງແຜນນະໂຍບາຍຂອງພັກ-ກົດໝາຍຂອງລັດ, ຂໍ້ກຳນົດ, ກົດລະບຽບຂອງພັກ, ມະຕິ, ຄຳສັ່ງ ແລະ ບັນດາເອກະສານມູນເຊື້ອທີ່ສຳຄັນຕ່າງໆຂອງຊາດ, ຂອງພັກ, ຂອງກອງທັບ ມາຈັດຕັ້ງເຜີຍແຜ່ ແລະ ເຊື່ອມຊຶມດ້ວຍຄວາມຮັບຜິດຊອບສູງເຮັດໃຫ້ພະນັກງານສະມາຊິກພັກ-ນັກຮົບມີແນວຄິດອຸ່ນອຽນທຸ່ນທ່ຽງ ແລະ ຮັບຮູ້ເຊື່ອມຊຶມຕໍ່ແນວທາງນະໂຍບາຍຂອງພັກ, ມີສະຕິໃນການປະຕິບັດຂໍ້ກຳນົດ, ກົດລະບຽບຂອງກອງທັບກໍ່ຄືກົມກອງວາງອອກ ເປັນຕົ້ນແມ່ນການຈັດຕັ້ງປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ອົງຄະນະພັກກະຊວງປ້ອງກັນປະເທດວາງອອກ ກໍຄືພາລະກິດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ພື້ນຖານກົມກອງໄດ້ຮັບການປັບປຸງໃຫ້ມີຄວາມໜັກແໜ້ນເຂັ້ມເເຂງ ໂດຍສະເພາະທາງດ້ານການເມືອງ-ແນວຄິດ, ດ້ານການຈັດຕັ້ງ, ພື້ນຖານວັດຖຸ-ເຕັກນິກ ແລະ ລະດັບສິລະປະຍຸດ-ຍຸດທະວິທີ ໄດ້ຮັບການພັດທະນາ ແລະ ຍົກສູງຂຶ້ນເລື້ອຍໆ.
ສະຫາຍ ພັນເອກ ສອນໄຊ ຈັນຍາລາດ ໄດ້ຮຽກຮ້ອງ ແລະ ເນັ້ນໃຫ້ ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ, ແຕ່ລະກົມກອງຈົ່ງພ້ອມກັນຍົກສູງຄວາມຮັບຜິດ
ຊອບຊີ້ນຳ-ນຳພາຕໍ່ໜ້າທີ່ການເມືອງຂອງກົມກອງ, ຍົກລະດັບຄວາມຮູ້ ຄວາມສາມາດໃນການປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ, ເປັນເຈົ້າການຕ້ານ, ສະກັດກັ້ນ ແລະ ທັບມ້າງທຸກກົນອຸບາຍຫັນປ່ຽນໂດຍສັນຕິຂອງອິດທິກຳລັງປໍລະປັກ, ຈັດຕັ້ງກຳລັງກໍ່ສ້າງຮາກຖານການເມືອງ ແບບມູນເຊື້ອ ແລະ ເປັນເຈົ້າການເຄື່ອນໄຫວແກ້ໄຂສະພາບການຕ່າງໆພາຍໃນຂອບເຂດ ຄວາມຮັບຜິດຊອບຂອງກົມກອງໃຫ້ມີຄວາມສະຫງົບປອດໄພ 100%
ໂດຍ: ສິນໄຊ ເພັດລັດຕະນະ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ