
ການປະຕິບັດວຽກງານຮອບດ້ານປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ຢູ່ກອງພັນ 511 ມີຜົນສຳເລັດຫຼາຍດ້ານ
ເວລາອອກຂ່າວ: 2022-12-09 09:27:46 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 112 | ຄວາມນິຍົມ:
ສະຫາຍ ພັນໂທ ຄຳມວນ ຄວນວິຈິດ ຫົວໜ້າການເມືອງກອງພັນ 511 ທະຫານນະຄອນຫຼວງວຽງຈັນ ໄດ້ໃຫ້ຮູ້ວ່າ: ຕະ ຫຼອດໄລຍະຜ່ານມາ, ຄະນະພັກ-ຄະນະບັນຊາຍາມໃດກໍໄດ້ ເອົາໃຈໃສ່ຊີ້ນຳ-ນຳພາພະນັກ ງານ-ນັກຮົບພາຍໃນກົມກອງ ຈັດຕັ້ງປະຕິບັດວຽກງານຮອບ ດ້ານປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງ ປ້ອງກັນປະເທດວາງອອກ, ໂດຍ ໄດ້ຖືເອົາເນື້ອໃນດັ່ງກ່າວມາ ສ້າງເປັນແຜນການ, ແຜນງານອັນລະອຽດແລ້ວຈັດຕັ້ງຜັນຂະ ຫຍາຍເຂົ້າສູ່ວຽກງານຕົວຈິງຢ່າງມີຈຸດສຸມ ສອດຄ່ອງກັບໜ້າທີ່ການເມືອງຂອງກົມກອງ, ສາມາດສ້າງໄດ້ຜົນສຳເລັດທີ່ເປັນພື້ນຖານຫຼາຍດ້ານ. ໃນນີ້, ໜ້າທີ່ເຮັດໃຫ້ສະພາບມີຄວາມ
ສະຫງົບ ເຊິ່ງເປັນໜ້າທີ່ສຳຄັນຕົ້ນຕໍ, ຄະນະພັກ-ຄະນະບັນຊາ ໄດ້ຈັດຕັ້ງກຳລັງປະຈຳການກຽມ ພ້ອມສູ້ຮົບ, ກຽມພ້ອມກອບກູ້ໄພພິບັດຕະຫຼອດ 24 ຊົ່ວໂມງ, ຈັດຕັ້ງກຳລັງປ້ອງກັນເວນຍາມວັນບຸນສຳຄັນຕ່າງໆ, ຈຸດລໍ່ແຫຼມ ແລະ ອອກເຄື່ອນໄຫວລາດ ຕະເວນຕາມຂອບເຂດຮັບຜິດ ຊອບເປັນປົກກະຕິ, ພ້ອມກັນນັ້ນ, ກໍໄດ້ຄັດເລືອກເອົາພະນັກງານທີ່ມີມາດຖານເງື່ອນໄຂຄົບຖ້ວນ ລົງກໍ່ສ້າງຮາກຖານການ
ເມືອງແບບມູນເຊື້ອຕາມຂອບເຂດກົມກອງຮັບຜິດຊອບ ຈຳນວນ 9 ບ້ານ, ສົມທົບແໜ້ນກັບອຳນາດການປົກຄອງທ້ອງຖິ່ນ ພ້ອມກັນເຄື່ອນໄຫວເຮັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເຊິ່ງເຮັດໃຫ້ສະພາບມີຄວາມສະຫງົບເປັນລະ
ບຽບຮຽບຮ້ອຍດີ.
ໜ້າທີ່ປັບປຸງກໍ່ສ້າງກຳລັງ: ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ພະນັກງານ-ນັກຮົບ ດ້ວຍຫຼາຍວິທີການຢ່າງຕໍ່ເນື່ອງ, ນຳເອົາແນວທາງນະໂຍບາຍຂອງພັກ, ມູນເຊື້ອວັນສຳຄັນຂອງຊາດ, ຂອງພັກ, ຂອງກອງທັບ ແລະ ບັນດານິຕິກຳຕ່າງໆຂອງຂັ້ນເທິງ ມາຈັດຕັ້ງເຜີຍແຜ່ເຊື່ອມຊຶມ, ເຮັດໃຫ້ພະນັກງານ-ນັກຮົບມີແນວຄິດອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນຳພາຂອງພັກ, ມີຄວາມຫ້າວຫັນເຮັດສຳເລັດໜ້າທີ່ວິຊາສະເພາະຂອງຕົນ, ໄດ້ເອົາໃຈໃສ່ຄຸ້ມຄອງການເຄື່ອນ ໄຫວຂອງສະມາຊິກພັກ ຕິດພັນກັບການປະຕິບັດກົດລະບຽບຂອງພັກຢ່າງເຂັ້ມງວດ, ຊຸກຍູ້ຂະບວນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃຫ້ຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບສູງ, ປັດຈຸບັນ, ຄະນະພັກຮາກຖານກອງພັນ 511 ມີ 5 ໜ່ວຍພັກຂຶ້ນກັບ ໄດ້ຮັບການຢັ້ງຢືນເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນທັງໝົດ, ໃນ 6 ເດືອນຜ່ານມາເລື່ອນສະມາຊິກພັກສຳຮອງຂຶ້ນ
ສົມບູນໄດ້ 11 ສະຫາຍ, ເອົາໃຈໃສ່ຄຸ້ມຄອງຊີວະປະຫວັດ ແລະ ການເຄື່ອນໄຫວຂອງພະນັກງານ-ນັກຮົບ, ສັບຊ້ອນມອບໝາຍໜ້າທີ່ໃຫ້ພະນັກງານເໝາະສົມ
ກັບລະດັບຄວາມຮູ້, ຄວາມສາມາດຂອງແຕ່ລະສະຫາຍ ເຮັດໃຫ້ກົມກອງສາມາດເຮັດລ້ອນໜ້າທີ່ການເມືອງຕາມການຈັດຕັ້ງຂັ້ນເທິງມອບໝາຍໃຫ້ເປັນຢ່າງດີ, ພ້ອມກັນນັ້ນ, ກໍໄດ້ຊີ້ນຳ ແລະ ອຳນວຍຄວາມສະດວກໃຫ້ແກ່ອົງການຈັດຕັ້ງມະຫາຊົນຊາວໜຸ່ມ-ແມ່ຍິງ ໄດ້ເຄື່ອນໄຫວຕາມພາລະບົດບາດຂອງເຂົາເຈົ້າ, ເປັນກຳລັງແຮງສຳຄັນໃນທຸກຂົງເຂດວຽກງານລວມຂອງກົມກອງ, ສ້າງໃຫ້ກົມກອງມີບັນຍາກາດຟົດຟື້ນຢູ່ສະເໝີ, ໄດ້ສຸມໃສ່ອົບຮົມ-ຫັດແອບການເມືອງ, ການທະຫານ ແລະ ພະລາທິການ-ເຕັກນິກ ຕາມແຜນການຂອງກອງບັນຊາການທະຫານນະຄອນຫຼວງວຽງຈັນ ເພື່ອປັບປຸງລະບຽບແບບແຜນໃຫ້ມີຄວາມຮັດກຸມ, ເປັນເອກະພາບກັນ, ທັງເປັນການເຝິກຝົນກຳລັງແຮງກາຍຂອງພະນັກງານ-ນັກຮົບໃຫ້ມີສຸຂະພາບແຂງແຮງ, ມີຄວາມຊຳນານທາງດ້ານສິລະປະຍຸດ-ຍຸດທະວິທີ ເພື່ອຮັບປະກັນເຮັດສຳເລັດໜ້າທີ່ການເມືອງຂອງກົມກອງໃນສະເພາະໜ້າ ແລະ ຍາວນານ.
ໜ້າທີ່ຮັບປະກັນດ້ານພະລາທິການ: ໄດ້ຊີ້ນຳພະນັກງານວິຊາການທີ່ກ່ຽວຂ້ອງເປັນເຈົ້າການປະຕິບັດໜ້າທີ່ວິຊາສະເພາະຂອງຕົນ ເຊິ່ງສາມາດຮັບປະກັນໄດ້ດ້ານສະບຽງອາຫານ, ການກິນດື່ມລວມໝູ່, ເຄື່ອງນຸ່ງຫົ່ມ, ນ້ຳມັນເຊື້ອໄຟ ແລະ ວັດຖຸຮັບໃຊ້ອື່ນໆຕາມລະບອບອັດຕາທີ່ຂັ້ນເທິງກຳນົດໃຫ້, ດ້ານການປູກຝັງ: ເຖິງວ່າເນື້ອທີ່ດິນທຳການຜະລິດຂອງກົມກອງມີໜ້ອຍແຕ່ຄະນະພັກ-ຄະນະບັນຊາກົມກອງ
ກໍໄດ້ປຸກລະດົມຊຸກຍູ້ພະນັກງານ-ນັກຮົບປູກຕາມເງື່ອນໄຂຕົວຈິງ, ໃນໄລຍະ 6 ເດືອນຕົ້ນປີ ສາມາດປູກຜັກຊະນິດຕ່າງໆເກັບກູ້ໄດ້ 8.425 ກິໂລກຣາມ, ປູກຕົ້ນໄມ້ປະດັບ, ຕົ້ນໄມ້ໃຫ້ໝາກແລະ ຕົ້ນໄມ້ອຸດສາຫະກຳໃສ່ດິນວ່າງເປົ່າບໍລິເວນຄ້າຍຄູຈຳນວນ 179 ຕົ້ນ, ດ້ານການລ້ຽງສັດ: ກົມກອງມີສະຖານທີ່ລ້ຽງສັດ 1 ແຫ່ງ ໄດ້ລ້ຽງງົວ 23 ໂຕ, ຂາຍ 2 ໂຕ, ລ້ຽງໝູລາດ 12 ໂຕ, ແບ້ 24 ໂຕ, ສັດປີກ 635 ໂຕ, ກົບ 1.300 ໂຕ ແລະ ປາ 2.700 ໂຕ, ສາມາດສ້າງລາຍຮັບຈາກການປູກຝັງໄດ້ 48 ລ້ານກວ່າກີບ, ຈາກການລ້ຽງສັດ 54 ລ້ານກວ່າກີບ, ຈາກການບໍລິການ 29 ລ້ານກວ່າກີບ, ລວມທັງໝົດ 132 ລ້ານກວ່າກີບ, ກົມກອງຍັງໄດ້ເອົາໃຈໃສ່ປັບປຸງສະຖານທີ່ຄ້າຍຄູດ້ວຍທຶນຂອງກົມກອງ ແລະ ງົບປະມານທີ່ຂັ້ນເທິງຕອບສະໜອງໃຫ້ຈຳນວນໜຶ່ງ, ສຳລັບທຶນກົມກອງກຸ້ມຕົນເອງມີ: ກໍ່ສ້າງຫ້ອງປະຈຳການ 1 ຫຼັງຂະໜາດ 3x4 ແມັດ ມູນຄ່າ 15 ລ້ານກວ່າກີບ ແລະ ກໍ່ສ້າງປະຕູໂຂງຍັງບໍ່ທັນສຳເລັດມູນຄ່າ 8 ລ້ານກວ່າ ກີບ.
ຄຽງຄູ່ກັບຜົນງານດັ່ງກ່າວ, ຄະນະພັກ-ຄະນະບັນຊາກົມກອງ ສືບຕໍ່ເພີ່ມທະວີວຽກງານສຶກສາອົບຮົມການເມືອງນຳພາແນວຄິດໃຫ້ທົ່ວເຖິງທຸກເປົ້າໝາຍ, ຊຸກຍູ້ພະນັກງານ-ນັກຮົບໃນການຈັດຕັ້ງປະຕິບັດຂໍ້ກຳນົດກົດລະບຽບຂອງກອງທັບໃຫ້ເຂັ້ມງວດກວ່າເກົ່າ, ການສ່ອງແສງລາຍງານສະພາບການຕ່າງໆຕ້ອງເຮັດເປັນປົກກະຕິຕໍ່ເນື່ອງ, ສືບຕໍ່ຊຸກຍູ້ພະນັກງານ-ນັກຮົບເພີ່ມພູນຜະລິດຜົນເພື່ອສະ ໜອງພືດຜັກ-ຊີ້ນປາເຂົ້າເຮືອນຄົວລວມໃຫ້ໄດ້ຫຼາຍກວ່າເກົ່າ, ພ້ອມກັນນັ້ນ, ຄະນະພັກ-ຄະນະບັນຊາແຕ່ລະຂັ້ນຕ້ອງໄດ້ເພີ່ມທະວີຄວາມເປັນແບບຢ່າງໃນການຊີ້ນຳ-ນຳພາ, ປະຕິບັດລະບອບດຳເນີນຊີວິດການເມືອງແຕ່ລະຂັ້ນໃຫ້ເປັນປົກກະຕິ, ຕຳນິກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ເພື່ອພ້ອມກັນເຮັດສຳເລັດໜ້າທີ່ການເມືອງຂອງກົມກອງຕາມການຈັດຕັ້ງຂັ້ນເທິງມອບໝາຍໃຫ້.
ໂດຍ: ນາງ ຍ້ອມເພັດ ວິໄລພັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ