
ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ
ເວລາອອກຂ່າວ: 2022-12-09 09:43:49 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 15 | ຄວາມນິຍົມ:
ໃນວັນທີ 7 ທັນວາ 2022 ນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ພ້ອມຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ ຢ່າງເປັນທາງການ ເຊິ່ງພິທີຕ້ອນຮັບຢ່າງເປັນທາງການໄດ້ຈັດຂຶ້ນຢູ່ທີ່ກະຊວງປ້ອງກັນປະເທດແຫ່ງ ສສ ຫວຽດນາມ ໂດຍການ ຕ້ອນຮັບຂອງ ສະຫາຍພົນເອກ ຟານວັນຍາງ ກຳມະການກົມການເມືອງສູນກາງພັກ ລັດ ຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ພ້ອມດ້ວຍຄະນະ. ໂອກາດນີ້, ສະຫາຍ ພົນເອກ ຟານວັນຍາງ ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສສຫວຽດນາມ ກໍໄດ້ກ່າວສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຂອບໃຈຕໍ່ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ພ້ອມຄະນະທີ່ໃຫ້ກຽດເດີນທາງຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້ ເຊິ່ງມັນສະແດງໃຫ້ເຫັນເຖິງຄວາມສາມັກພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ-ສອງລັດ ສອງກອງທັບກໍຄືປະຊາຊົນສອງຊາດ ຫວຽດນາມ-ລາວ-ລາວ-ຫວຽດນາມ ທີ່ມີມູນເຊື້ອມາແຕ່ດົນນານ ມາຮອດປັດຈຸບັນການພົວພັນຮ່ວມມືແມ່ນໄດ້ເສີມຂະຫຍາຍຂຶ້ນເລື້ອຍໆ. ຈາກນັ້ນ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະ ການກົມການເມືອງສູນກາງພັກຮອງນາຍຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດກໍໄດ້ສະແດງຄວາມຂອບໃຈຕໍ່ສະຫາຍ ພົນເອກ ຟານວັນຍາງ ລັດຖະມົນຕີກະຊວງປ້ອງກັນປະເທດ ທີ່ໃຫ້ການຕ້ອນຮັບອັນອົບອຸ່ນໄມຕີຈິດມິດຕະພາບຖານສະຫາຍອ້າຍນ້ອງຮ່ວມອຸທອນດຽວກັນ ພ້ອມທັງໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການນຳພັກ-ລັດຖະບານແຫ່ງ ສສ ຫວຽດນາມ ໃຫ້ການຊ່ວຍເຫຼືອຕະຫຼອດມາສະແດງເຖິງການພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ. ໃນນີ້, ກໍໄດ້ຕີລາຄາສູງແລະ ຂອບໃຈທີ່ຝາຍຫວຽດນາມໃຫ້ການຊ່ວຍເຫຼືອທາງດ້ານທຶນຮອນໃນການກໍ່ສ້າງນາຍທະຫານກອງທັບປະຊາຊົນລາວ ນັບຕັ້ງແຕ່ອາດີີດຈົນເຖິງປັດຈຸບັນເຊິ່ງມີຫຼາຍສະຫາຍໄດ້ກາຍເປັນພະນັກງານ, ນາຍທະຫານຂັ້ນສູງ ຂັ້ນບັນຊາ-ນຳພາ ແລະ ໃຫ້ການຊ່ວຍເຫຼືອດ້ານອື່ນໆອີກຈຳນວນໜຶ່ງໂດຍສະເພາະແມ່ນຊ່ວຍສ້າງໂຮງ ຮຽນທິດສະດີການເມືອງກອງທັບເຊິ່ງໄດ້ເປີດນຳໃຊ້ຢ່າງເປັນທາງການ ແລະ ມາຮອດປັດຈຸບັນພວມດຳເນີນໂຄງການກໍ່ສ້າງໂຮງຮຽນວັດທະນະທຳຊົນເຜົ່າກອງ ທັບ ສຳເລັດການກໍ່ສ້າງປັບປຸງຫໍພິພິທະພັນປະຫວັດສາດກອງທັບ ແລະ ສ້າງຫໍສະໝຸດກອງທັບ ທັງໝົດນີ້ແມ່ນສະແດງໃຫ້ເຫັນການເສີມຂະຫຍາຍສາຍພົວພັນຄວາມສາມັກຄີພິເສດທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບອັນດູດດື່ມຖານສະຫາຍອ້າຍນ້ອງກ້າວເຂົ້າສູ່ລວງເລິກ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ. ພ້ອມດຽວກັນນັ້ນ ທັງສອງຝ່າຍຍັງໄດ້ຮ່ວມລົງນາມເຊັນບົດບັນທຶກແຜນການຮ່ວມມືລະຫວ່າງສອງກະຊວງປ້ອງກັນປະເທດ ລາວ-ຫວຽດນາມ ປະຈຳປີ 2023 ແລະ ລົງນາມເຊັນບົດບັນທຶກກົດໝາຍໃນຂົງເຂດວຽກງານປ້ອງກັນຊາດການທະຫານລະຫວ່າງກົມກົດໝາຍກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ແລະ ກົມກົດໝາຍກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ. ໃນວັນດຽວກັນນັ້ນ ສະຫາຍພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ພ້ອມຄະນະ ກໍໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ຫຽວນຟຸຈັອງ ເລຂາທິການໃຫຍ່ຄະນະບໍລິງານສູນກາງພັກກອມມູນິດຫວຽດນາມ. ໂອກາດນີ້ສະຫາຍຫຽວນຟຸຈັອງ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນໄມຕີຈິດມິດຕະພາບ ແລະ ຕີລາຄາສູງຕໍ່ການເຂົ້າຢ້ຽມຂໍ່ານັບໃນຄັ້ງນີ້ເປັນການປະກອບສ່ວນອັນສຳຄັນເຂົ້າໃນເສີມຂະຫຍາຍສາຍພົວພັນຄວາມສາມັກຄີແບບພິເສດທີ່ບໍ່ມີປະເທດໃດໃນໂລກຄ້າຍຄື ລາວ- ຫວຽດນາມ ນັບຕັ້ງແຕ່ອະດີດຈົນເຖິງປັດຈຸບັນການພົວພັນຮ່ວມລະຫວ່າງສອງພັກ-ສອງລັດແມ່ນໄດ້ຮັບການຖະນຸຖະໜອມ ແລະ ເສີມຂະຫຍາຍກ້າວເຂົ້າສູ່ລວງເລິກ ແລະ ແຕກດອກອອກຜົນຍິ່ງຂຶ້ນເລື້ອຍໆ. ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ສະແດງຄວາມຂອບໃຈຕໍ່ ສະຫາຍ ຫຽວນຟຸຈັອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ທີ່ໃຫ້ການຕ້ອນຮັບອັນອົບອຸ່ນໄມຕີຈິດມິດຕະພາບຖານສະຫາຍອ້າຍນ້ອງພ້ອມທັງໄດ້ແຈ້ງໃຫ້ຊາບກ່ຽວກັບການພົບປະລະຫ່ວາງສອງກະຊວງປ້ອງກັນປະເທດ ລາວ-ຫວຽດນາມ ໃນຄັ້ງນີ້ໃຫ້ສະຫາຍເລຂາທິການໃຫຍ່ຮັບຊາບເຊິ່ງການພົບປະແມ່ນເຕັມໄປດ້ວຍການພົວພັນຮ່ວມມືທີ່ດີຕໍ່ກັນບົນພື້ນຖານແມ່ນໄດ້ເຫັນດີເປັນເອກພາບກັນຫຼາຍບັນຫາທີ່ສຳຄັນ. ເວລາຕໍ່ມາ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ພ້ອມຄະນະກໍໄດ້ເຂົ້າຢ້ຽມຂ່ຳນັບ ສະຫາຍ ຟາມມີ່ງຈີ່ງ ນາຍົກລັດຖະມົນຕີແຫ່ງ ສສຫວຽດນາມ ອີກດ້ວຍ.ຮອ ບຸນເລັ່ງ ສຸມີໄຊ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ