
ປະກາດການແຕ່ງຕັ້ງຄະນະ ແລະ ພະແນກການ ທະຫານເມືອງລ້ອງຊານ
ເວລາອອກຂ່າວ: 2023-01-27 09:29:03 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 413 | ຄວາມນິຍົມ:
ໃນວັນທີ 18 ມັງກອນ 2023 ນີ້, ທະຫານເມືອງລ້ອງຊານ ໄດ້ຈັດພິທີ ປະກາດການແຕ່ງຕັ້ງຄະນະກອງບັນຊາການ ແລະ ພະແນກການ ຢູ່ທີ່ສະໂມສອນຂອງຕົນຂຶ້ນ, ໂດຍການເປັນ ປະທານຂອງ ສະຫາຍ ພັນເອກ ໝອນຄຳ ດວງສະຫວັນ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງໄຊສົມບູນ, ມີຄະນະພັກ-ຄະນະບັນຊາກອງບັນຊາການທະເມືອງລ້ອງຊານ, ມີຄະນະກົມກອງອ້ອມ
ຂ້າງເມືອງ, ພະນັກງານອາວຸໂສບຳນານ ແລະ ພະນັກງານຫຼັກແຫຼ່ງພາຍໃນກົມກອງເຂົ້າຮ່ວມ.
ສະຫາຍ ພັນຕີ ແອ ແອນນະວົງ ຫົວໜ້າພະແນກພະນັກງານ ໄດ້ຜ່ານຂໍ້ຕົກລົງກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງຄະນະກອງບັນຊາການ ແລະ ພະແນກການ ກອງບັນຊາການທະຫານເມືອງລ້ອງຊານ, ອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ ສະບັບປັບປຸງ; ກະຊວງປ້ອງກັນ ປະເທດຕົກລົງ
ຍົກຍ້າຍ ສະຫາຍ ພັນໂທ ໂພໄຊ ໄຊຍະລາດ ຮອງຫົວໜ້າການເມືອງ ທັງເປັນຫົວໜ້າພະແນກການເມືອງ ຜູ້ເກົ່າໄປຮັບໜ້າທີ່ໃໝ່ ຢູ່ກອງບັນຊາການທະຫານ
ແຂວງໄຊສົມບູນ, ແຕ່ງຕັ້ງ ສະຫາຍ ພັນຕີ ຊົ່ງ ຢ່າງກົງຈີ ເປັນຮອງຫົວໜ້າການເມືອງ ທັງເປັນ ຫົວໜ້າພະແນກການເມືອງ ຜູ້ໃໝ່, ແຕ່ງຕັ້ງ ພັນຕີ ບຸນທອນ
ພິຈິດ ເປັນຮອງຫົວໜ້າພະແນກເສນາທິການ, ແຕ່ງຕັ້ງ ສະຫາຍ ຮ້ອຍເອກ ຄຳແພງ ເວດສຸວັນ ເປັນຮອງພະແນກເຕັກນິກ, ໃນພິທີ ຍັງໄດ້ປະກາດການເລື່ອນຊັ້ນ
ແລະ ທຽບຊັ້ນໃຫ້ນາຍ ແລະ ພົນທະຫານ ຈຳນວນໜຶ່ງ, ພ້ອມທັງມອບ-ຮັບໜ້າທີ່ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່.
ໂດຍ: ສົດ ນາມໄຕ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ