
ບໍລິສັດເຊີນຮວາ (ກາສີ) ບໍ່ຄຳຈຳກັດ ມອບລົດໃຫ້ກະຊວງປ້ອງກັນປະເທດ
ເວລາອອກຂ່າວ: 2023-01-31 09:19:08 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 23 | ຄວາມນິຍົມ:
ໃນວັນທີ 26 ມັງກອນ 2023 ນີ້, ຢູ່ທີ່ກົມເສດຖະກິດ ບໍລິສັດເຊິນຮວາ (ກາສີ) ບໍ່ຄຳ ຈຳກັດນຳໂດຍ ທ່ານ ຢາວຢົງອຸຍ ປະທານບໍລິສັດເຊິນຮວາ(ກາສີ) ບໍ່ຄຳຈຳກັດ ພ້ອມດ້ວຍຄະນະໄດ້ນຳເອົາລົດ ໄຟຟ້າ SUV (ເອັດຍູວີ) ຈຳນວນ 4 ຄັນມູນຄ່າ 89.200 ໂດລາສະຫະລັດ. ມາມອບໃຫ້ກະຊວງປ້ອງກັນປະເທດ ໂດຍການກ່າວຮັບຂອງ ທ່ານ ພົນຕີ ສາຍໃຈ ກົມມະສິດ ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ ພ້ອມທັງໄດ້ສະແດງຄວາມຂອບໃຈ ມາຍັງບໍລິສັດເຊິນຮວາ (ກາສີ) ບໍ່ຄຳຈຳກັດ ທີ່ໄດ້ນຳເອົາລົດດັ່ງກ່າວມາມອບໃຫ້ກະຊວງປ້ອງກັນປະເທດໃນຄັ້ງນີ້ ທັງເປັນການປະກອບອັນສຳຄັນເຂົ້າໃນການພົວພັນຮ່ວມມືຄວາມສາມັກທີ່ດີຕໍ່ກັນ ພ້ອມທັງໃຫ້ຄຳໝັ້ນສັນຍາວ່າຈະນຳເອົາລົດຈຳນວນດັ່ງກ່າວນັ້ນໄປປະກອບສ່ວນເຂົ້າໃນໜ້າທີ່ວຽກງານໃຫ້ເກີດປະໂຫຍດສູງສຸດ.
ໂອກາດນີ້, ທ່ານປະທານບໍລິສັດເຊິນຮວາ (ກາສີ) ບໍ່ຄຳຈຳກັດ ກໍໄດ້ສະແດງຄວາມຂອບອົກຂອບໃຈຕໍ່ກະຊວງປ້ອງກັນປະເທດທີ່ໃຫ້ການຊ່ວຍເຫຼືອທາງດ້ານໜ້າທີ່ວຽກງານ ໂດຍສະເພາະແມ່ນການເອື້ອອຳນວຍຄວາມສະດວກສະບາຍໃຫ້ແກ່ບໍລິສັດ ເຊິ່ງໄລຍະຜ່ານມາທັງສອງພາກສ່ວນກໍ່ຄືບໍລິສັດເຊິນຮວາ (ກາສີ) ບໍ່ຄຳຈຳກັດ ກັບ ກົມເສດຖະກິດ ກະຊວງປ້ອງກັນປະເທດ ແມ່ນໄດ້ມີການພົວພັນຮ່ວມມືກັນຕະຫຼອດມາສາມາດເຮັດສຳເລັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍໃຫ້. ໃນວັນດຽວກັນນັ້ນ ທ່ານ ພົນຈັດຕະວາ ສີພອນໄຊ ຄຳທອງເຫວີນ ຫົວໜ້າກົມເສດຖະກິດ ກໍໄດ້ມອບກະຕ່າຂອງຂວັນໃຫ້ອາດີດການນຳກົມເສດຖະກິດ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວຄົບ 74 ປີ ຕື່ມອີກ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ