
ປະກາດການຍົກຍ້າຍ ແລະ ແຕ່ງຕັ້ງນາຍທະຫານ ຢູ່ກອງບັນຊາການທະຫານແຂວງຫົວພັນ
ເວລາອອກຂ່າວ: 2023-02-03 09:04:05 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 24 | ຄວາມນິຍົມ:
ພິທີປະກາດການຈັດຕັ້ງ ແລະ ຍົກຍ້າຍນາຍທະຫານ ຢູ່ກອງບັນຊາການທະຫານແຂວງຫົວພັນ, ຈັດຂຶ້ນໃນວັນທີ 31 ມັງກອນ 2023 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການ ສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີ ສະຫາຍ ວັນໄຊ ແພງຊຸມມາ ກຳມະການສູນກາງພັກເຈົ້າ ແຂວງ ແຂວງຫົວພັນ, ສະຫາຍ ພົນຕີ ພູມີ ດາລາເພັດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີກົມທີ່ກ່ຽວຂ້ອງ, ແຂກຖືກເຊີນ, ຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງ, ກອງບັນຊາການທະຫານເມືອງ, ກົມກອງຮາກຖານທີ່ຂຶ້ນກັບ, ຕະຫຼອດຮອດພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ສະຫາຍ ພັນເອກ ຄຳເອ້ຍ ສຸກແສງເໜືອ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຄຳສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການຍົກຍ້າຍນາຍທະຫານໄປຮັບໜ້າທີ່ໃໝ່ ແລະ ດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງຫົວໜ້າການທະຫານ ກອງບັນຊາການທະຫານແຂວງຫົວພັນ, ອີງຕາມການຕົກລົງເຫັນ ດີເປັນເອກະພາບຂອງກອງປະ ຊຸມຄະນະປະຈຳພັກກະຊວງປ້ອງກັນປະເທດ ຄັ້ງວັນທີ 10 ມັງ ກອນ 2023 ແລະ ອີງຕາມການ ຄົ້ນຄວ້ານຳສະເໜີຂອງກົມໃຫຍ່ການເມືອງກອງທັບ, ນາຍົກລັດຖະມົນຕີ ຕົກລົງຍົກຍ້າຍ ສະຫາຍ ພັນເອກ ປອ ໂພນທອງ ພັນຈະເລີນພົນ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງຫົວພັນຜູ້ເກົ່າ ໄປຮັບໜ້າທີ່ໃໝ່ຢູ່ ກະຊວງປ້ອງກັນປະເທດ ແລະ ແຕ່ງຕັ້ງ ສະຫາຍ ພັນເອກ ຄຳເມືອງ ໂຄດວົງຄູນ ຫົວໜ້າຫ້ອງເສນາທິການ ຂຶ້ນເປັນຫົວໜ້າການທະຫານກອງບັນຊາການທະ ຫານແຂວງຫົວພັນຜູ້ໃໝ່.
ໂອກາດນີ້, ສະຫາຍ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ ໄດ້ມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳຫຼາຍບັນຫາສຳ ຄັນຕໍ່ຜູ້ທີ່ໄດ້ຮັບການຍົກຍ້າຍ ແລະ ໄດ້ຮັບການມອບໝາຍໜ້າທີ່ໃໝ່ໃນຄັ້ງນີ້, ເນັ້ນໜັກໃຫ້ແຕ່ລະ ສະຫາຍ ຍົກສູງສະຕິລະວັງຕົວ ຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິຂອງອິດທິກຳລັງປໍລະປັກ, ຄົ້ນ ຄວ້າເຊື່ອມຊຶມ ແລະ ກຳແໜ້ນຕໍ່ແນວທາງນະໂຍບາຍຂອງພັກ, ມະຕິຄຳສັ່ງຕ່າງໆຂອງຂັ້ນເທິງ, ສືບຕໍ່ປັບປຸງແບບແຜນວິທີເຮັດວຽກ, ວິທີນຳພາຢ່າງມີວິທະຍາສາດ, ປະດິດສ້າງ ແລະ ມີປະສິດທິພາບສູງ ເພື່ອນຳພາປັບປຸງພັດທະນາກົມກອງ ເຮັດໃຫ້ກົມກອງມີການຫັນປ່ຽນຢ່າງຕັ້ງໜ້າ ແລະ ທັນສະໄໝເທື່ອລະກ້າວ.
ໂດຍ: ສົມເພັດ ວິໄລຄຳ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ