
ກອງປະຊຸມໃຫຍ່ ຄັ້ງທີ II ຂອງໜ່ວຍ ສະຫະພັນແມ່ຍິງ ກອງວາລະສານປ້ອງກັນຊາດ
ເວລາອອກຂ່າວ: 2023-02-07 08:58:51 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 502 | ຄວາມນິຍົມ:
ວັນທີ 2 ກຸມພາ 2023 ນີ້, ໜ່ວຍສະຫະພັນແມ່ຍິງ ກອງວາ ລະສານປ້ອງກັນຊາດ ໄດ້ດຳເນີນ ກອງປະຊຸມໃຫຍ່ ຄັ້ງທີ II ໂດຍການເປັນປະທານຂອງ ສະຫາຍ ພັນໂທ ນາງ ປາ ວົງສະແຫວງ ຫົວໜ້າພະແນກສະຫະພັນແມ່ ຍິງກົມໃຫຍ່ການເມືອງກອງ ທັບ, ມີ ສະຫາຍ ພັນໂທ ຄຳແສນ ສຸວັນນະຜ່ອງໃສ ຮອງຫົວໜ້າກອງວາລະສານປ້ອງຊາດ, ມີຄະ ນະໜ່ວຍສະຫະພັນແມ່ຍິງກອງວາລະສານປ້ອງກັນຊາດ, ແຂກຖືກເຊີນ ພ້ອມດ້ວຍສະມາຊິກສະຫະພັນແມ່ຍິງເຂົ້າຮ່ວມ.
ສະຫາຍ ພັນຕີ ນາງ ພູວັນ ຈັນປະສິດ ເລຂາໜ່ວຍສະຫະ ພັນແມ່ຍິງ ກອງວາລະສານປ້ອງ ກັນຊາດ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານໃນໄລ ຍະ 5 ປີຜ່ານມາ, ເຊິ່ງມີຫຼາຍ ດ້ານທີ່ພົ້ນເດັ່ນ ເປັນຕົ້ນໄດ້ຖືເອົາ ວຽກງານສຶກສາອົບຮົມການ ເມືອງ-ນຳພາແນວຄິດເປັນບັນ ຫາສຳຄັນຕິດພັນກັບວຽກງານວິຊາສະເພາະ, ເອົາໃຈໃສ່ປັບປຸງການຈັດຕັ້ງ, ປັບປຸງແບບແຜນວິທີເຮັດວຽກຂອງສະມາຊິກແມ່ ຍິງ, ໄດ້ນຳເອົາມະຕິ ຄຳສັ່ງ, ລະ ບຽບ ກົດໝາຍ, ແຜນພັດທະນາ ເສດຖະກິດ-ສັງຄົມ ຕິດພັນກັບ 4 ໜ້າທີ່ໃຫຍ່ 26 ແຜນງານ ຂອງຄະນະພັກກະຊວງປ້ອງກັນ ປະເທດວາງອອກ ມາຈັດຕັ້ງເຜີຍແຜ່ ໃຫ້ສະມາຊິກແມ່ຍິງໄດ້ ຮັບຮູ້ເຊື່ອມຊຶມ, ສະມາຊິກແມ່ ຍິງເຂົ້າຮ່ວມເຊື່ອມຊຶມເອກະສານສຳຄັນຕ່າງໆ ຂອງພັກ, ຂອງຊາດ ກໍຄື ຂອງກອງທັບ 65 ຄັ້ງ, ສ່ວນວຽກງານວິຊາສະເພາະສຳເນົາເອກະສານຂາ ເຂົ້າ-ຂາອອກໄດ້ 2.168 ສະບັບ, ກວດແກ້-ອອກແບບຈັດໜ້າວາ ລະສານໄດ້ 490 ບົດ, ຂຽນຂ່າວລົງເວັບໄຊ 450 ຂ່າວ, ອອກແບບ ແລະ ຕົບແຕ່ງຮູບພາບໂປຼຣສະເຕີ ຂອງຄະນະພັກກະຊວງປ້ອງກັນປະເທດ, ກົມໃຫຍ່, ກອງພົນ, ກອງບັນຊາການແຂວງໄດ້ 1.037 ໃບ, ຮັບວາລະສານ ແລະ ແຈກຢາຍວາລະສານໄດ້ 49.600 ຫົວ, ເກັບກຳຂໍ້ມູນຮູບພາບ ແລະ ຂ່າວ 200 ຄັ້ງ, ວຽກງານ ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ, ພາບໃນໜ່ວຍມີສະມາຊິກແມ່ຍິງ 3 ດີ ປະເພດ I ຈຳນວນ 10 ສະຫາຍ, ສະມາຊິກແມ່ຍິງ 3 ດີ ປະເພດ II ມີ 7 ສະຫາຍ ແລະ ໜ່ວຍສະຫະພັນແມ່ຍິງໄດ້ຮັບຢັ້ງຢືນເປັນໜ່ວຍ 3 ດີ 1 ສະໄໝ.
ກອງປະຊຸມຍັງໄດ້ປ່ອນບັດຄັດເລືອກເອົາຄະນະໜ່ວຍຊຸດໃໝ່ໂດຍມອບໝາຍໃຫ້ ສະຫາຍ ພັນຕີ ນາງ ພູວັນ ຈັນປະສິດ ເປັນເລຂາໜ່ວຍສະຫະພັນແມ່ຍິງ, ສະຫາຍ ຮ້ອຍເອກ ນາງ ສຸນິພອນ ແສງສຸລິຍາ ເປັນຮອງເລຂາ ແລະ ສະຫາຍ ຮ້ອຍເອກ ນາງ ອິລະພັນ ລໍຈິງຄູນພັນ ເປັນກຳມະການ.
ໂດຍ: ບຸນຊ້ອຍ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ