
ມອບ-ຮັບໜ້າທີ່ ລັດຖະມົນຕີ ກະຊວງ ຍທຂ ຜູ້ເກົ່າ ແລະ ຜູ້ໃໝ່
ເວລາອອກຂ່າວ: 2023-02-07 09:01:27 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 15 | ຄວາມນິຍົມ:
ຂປລ. ພິທີມອບ-ຮັບໜ້າທີ່ ລະຫວ່າງ ສະຫາຍ ວຽງສະຫວັດ
ສີພັນດອນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ (ຍທຂ) ຜູ້ເກົ່າ ໄປຮັບໜ້າທີ່ໃໝ່ ຢູ່ແຂວງຫຼວງນ້ຳທາ ແລະ ສະຫາຍ ງາມປະສົງ ເມືອງມະນີ ເລຂາຄະນະບໍລິຫານງານພັກ ຄະນະປະຈຳພັກ, ລັດຖະມົນຕີກະຊວງ ຍທຂ ຜູ້ໃໝ່ ຈັດຂຶ້ນໃນວັນທີ 6 ກຸມພາ 2023 ທີ່ກະຊວງດັ່ງກ່າວ, ໂດຍການເຂົ້າຮ່ວມຂອງ ສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ມີບັນດາຮອງລັດຖະມົນຕີ, ຫົວໜ້າກົມ, ຮອງກົມ, ພະນັກງານຫຼັກແຫຼ່ງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໂອກາດດັ່ງກ່າວ, ສະຫາຍ ກິ
ແກ້ວ ໄຂຄຳພິທູນ ກໍໄດ້ມີຄຳເຫັນໂອ້ລົມວ່າ: ການປ່ຽນແທນໜ້າທີ່ຕຳແໜ່ງຂອງການນຳແຕ່ລະຂັ້ນ ແມ່ນເປັນເລື່ອງປົກກະຕິສຳລັບພັກ-ລັດເຮົາ, ເພື່ອແນໃສ່ປັບປຸງການຈັດຕັ້ງ ແລະ ບຸກຄະລາກອນເພື່ອສືບທອດປ່ຽນແທນໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນແຕ່ລະໄລຍະ, ບໍ່ວ່າພະນັກງານຂັ້ນໃດ ຈະແມ່ນພະນັກງານການນຳຂັ້ນສູງ, ຂັ້ນກາງ ແລະ ພະນັກງານລັດຖະກອນທົ່ວໄປໃນເມື່ອມີຄວາມຮຽກຮ້ອງຕ້ອງການຂອງພັກ-ລັດແລ້ວ ກໍຕ້ອງໄດ້ປະຕິບັດຕາມການມອບໝາຍຂອງການຈັດຕັ້ງ.
ພ້ອມນີ້, ສະຫາຍຮອງນາຍົກລັດຖະມົນຕີ ຍັງໄດ້ສະເໜີໃຫ້ສະຫາຍລັດຖະມົນຕີຜູ້ໃໝ່ ກໍຄືພະນັກງານ, ສະມາຊິກ ແລະ ພະນັກ ງານຫຼັກແຫຼ່ງທົ່ວກະຊວງ ຍທຂ ໃຫ້ເອົາໃຈໃສ່ບາງບັນຫາຄື: ຕ້ອງເປັນເອກະພາບນຳຂັ້ນເທິງ ບົນພື້ນຖານນັ້ນໃຫ້ບັນດາສະຫາຍເອົາໃຈໃສ່ວຽກງານສຶກສາອົບຮົມ-ນຳພາແນວຄິດຂອງພະນັກງານ, ສະມາຊິກພັກ ຢູ່ແຕ່ລະກົມ, ກອງ, ພະແນກການ ແລະ ວິສາຫະກິດທີ່ຂຶ້ນກັບກະຊວງ ເພື່ອໃຫ້ທຸກຄົນເຂົ້າໃຈ ແລະ ຮັບຮູ້ຢ່າງທົ່ວເຖິງຕໍ່ການປ່ຽນແປງດັ່ງກ່າວ ບໍ່ໃຫ້ມີການສວຍໂອກາດທັບຖົມ-ໂຈມຕີກັນ ໃນທາງບໍ່ດີ, ອັນໃດເປັນຜົນສຳເລັດທີ່ພວກສະຫາຍພ້ອມກັນນຳພາຈັດຕັ້ງປະຕິບັດຜ່ານມາ ກໍໃຫ້ພ້ອມກັນປົກປັກຮັກສາ ແລະ ເສີມຂະຫຍາຍໃຫ້ດີຂຶ້ນ, ອັນໃດຍັງເປັນຈຸດອ່ອນ ແລະ ຂໍ້ຄົງຄ້າງໃຫ້ບັນດາສະຫາຍພ້ອມພາກັນປັບປຸງ, ແກ້ໄຂ; ເອົາໃຈໃສ່ເປັນເຈົ້າການ ແລະ ປະສານສົມທົບກັບທຸກພາກສ່ວນກ່ຽວຂ້ອງ ເພື່ອປົກປັກຮັກສາຄວາມສະຫງົບພາຍໃນ ແລະ ພາຍນອກ ເປັນຕົ້ນໃນຂົງເຂດວຽກງານວິຊາສະເພາະຂອງຕົນ ແລະ ສືບຕໍ່ເອົາໃຈໃສ່ຕ້ານ ແລະ ສະກັດກັ້ນທຸກກົນອຸບາຍເລ່ຫຼ່ຽມ ແລະ ຖ້ອຍທຳນອງ ໃສ່ຮ້າຍປ້າຍສີ, ປັ່ນປ່ວນ, ແບ່ງແຍກຄວາມສາມັກຄີພາຍໃນຄະນະພັກ, ຄະນະນຳຂອງພວກສັດຕູ ແລະ ກຸ່ມຄົນບໍ່ດີທີ່ຫວັງມ້າງເພທຳລາຍ; ສືບຕໍ່ປົກປັກຮັກສາມູນເຊື້ອອັນດີງາມຂອງກະຊວງ ໂດຍສະເພາະຄວາມສາມັກຄີພາຍໃນຄະນະພັກ-ຄະນະນຳ ຕ້ອງສາມັກຄີກັນແໜ້ນ, ມີຄວາມເປັນເອກະພາບສູງ, ສືບຕໍ່ເປັນຫລັກເປັນແຫຼ່ງ, ເປັນຄັນທຸງ ແລະ ເປັນແກນນຳໃນການເຕົ້າໂຮມຄວາມສາມັກຄີໃນຖັນແຖວພະນັກງານ ສະມາຊິກພັກ; ສິ່ງສຳຄັນ ຕ້ອງເອົາໃຈໃສ່ໂດຍມີລະບອບ, ແບບແຜນວິທີເຮັດວຽກ, ລະບອບປະຊຸມປຶກສາຫາລືສ່ອງແສງລາຍງານພາຍໃນຄະນະພັກ-ຄະນະນຳເປັນປົກກະຕິ ເພື່ອສືບຕໍ່ນຳພາພະນັກງານ, ສະມາຊິກພັກ ພ້ອມກັນຈັດຕັ້ງປະຕິບັດວຽກງານໂຍທາທິການ ແລະ ຂົນສົ່ງ ໃຫ້ນັບມື້ໄດ້ຮັບການປັບປຸງດີຂຶ້ນເລື້ອຍໆ; ໃຫ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານໂຍທາ ແລະ ຂົນສົ່ງ (ທາງບົກ, ທາງອາກາດ ແລະ ທາງນ້ຳ) ໃນການກໍ່ສ້າງ, ບູລະນະ ແລະ ປົກປັກຮັກສາ ສິ່ງສຳຄັນແມ່ນໃຫ້ເອົາໃຈໃສ່ ຕິດຕາມກວດກາວຽກງານວິຊາສະເພາະຂອງພວກສະຫາຍ ໂດຍສະເພາະຈັດຕັ້ງປະຕິບັດຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພວກສະຫາຍ ວາງອອກ. ນອກນັ້ນ, ຍັງຕ້ອງເອົາໃຈໃສ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ແລະ 2 ວາລະແຫ່ງຊາດ ວາງອອກໃຫ້ປະກົດຜົນເປັນຈິງ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ