
ປະດັບຫຼຽນກອງທັບ ສ ຣັດເຊຍ ໃຫ້ພະນັກງານ-ນັກຮົບກອງທັບປະຊາຊົນລາວ
ເວລາອອກຂ່າວ: 2023-02-08 08:34:35 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 34 | ຄວາມນິຍົມ:
ໃນວັນທີ 7 ກຸມພາ 2023 ນີ້, ຢູ່ກົມພົວພັນຕ່າງປະເທດ ກະຊວງປ້ອງກັນປະເທດ ໄດ້ຈັດພິ ທີປະດັບຫຼຽນຈາກຫ້ອງການຜູ້ຕາງໜ້າກະຊວງປ້ອງກັນປະເທດ ແຫ່ງ ສ ຣັດເຊຍ ປະຈຳ ສປປ ລາວ ໃຫ້ແກ່ພະນັກງານ-ນັກຮົບກອງທັບປະຊາຊົນລາວ ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນຈັດຕະວາ ບຸນເດືອງ ພັນສົດໃສ ຫົວໜ້າກົມພົວພັນຕ່າງປະເທດ, ມີ ສະຫາຍ ພົນຕີ ຄຣາບຢຽບ ເດິມີຕຼີ ເວິລາດີເມຍ ໂລວິດ ຫົວໜ້າຫ້ອງການຜູ້ຕາງໜ້າກະຊວງປ້ອງກັນປະເທດສະຫະພັນຣັດເຊຍ ປະຈຳ ສປປ ລາວ ແລະ ຜູ້ທີ່ ໄດ້ຮັບການຍ້ອງຍໍເຂົ້າຮ່ວມ.
ໃນພິທີ ສະຫາຍ ຫົວໜ້າຫ້ອງ ການຜູ້ຕາງໜ້າກະຊວງປ້ອງກັນປະເທດ ສະຫະພັນຣັດເຊຍ ປະຈຳ ສປປ ລາວ ໄດ້ຜ່ານຂໍ້ຕົກລົງຂອງຫ້ອງການຜູ້ຕາງໜ້າກະຊວງປ້ອງກັນປະເທດ ແຫ່ງ ສ.ຣັດເຊຍ ປະຈຳ ສປປ ລາວ ວ່າດ້ວຍການປະດັບຫຼຽນກາ ໃຫ້ພະນັກງານ-ນັກຮົບກອງທັບປະຊາຊົນລາວ ທີ່ໄດ້ປະກອບສ່ວນເຂົ້າໃນການຊ້ອມຮົບ ລາວ-ຣັດເຊຍ ລາໂຣດ (LAROS 2022), ໃນນັ້ນ ໄດ້ປະດັບຫຼຽນກາພິລະອາດຫານ ໃຫ້ 8 ສະຫາຍ, ຫຼຽນກາມິດຕະພາບ 4 ສະຫາຍ ແລະ ຫຼຽນກາບຸກຄົນດີເດັ່ນ 6 ສະຫາຍຢ່າງສົມກຽດ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ