
ອວຍພອນ ສະຫະພັນກຳມະບານແຂວງຫົວພັນ
ເວລາອອກຂ່າວ: 2023-02-08 08:45:55 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 67 | ຄວາມນິຍົມ:
ວັນທີ 30 ມັງກອນ 2023, ຫ້ອງການເມືອງ ກອງບັນຊາການທະຫານແຂວງຫົວພັນ, ນຳໂດຍ ສະຫາຍ ພັນໂທ ແສງສະຫວັນ ແສນສຸທຳ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງຫົວພັນ ພ້ອມດ້ວຍຄະນະ ໄດ້ນຳເອົາກະຕ່າຂອງຂວັນ ພ້ອມດ້ວຍຄຳອວຍພອນໄຊອັນປະເສີດ ອວຍພອນ ຄະນະນຳສະຫະພັນກຳມະບານແຂວງຫົວພັນ ເນື່ອງໃນໂອກາດລະນຶກວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 67 ປີ (1 ກຸມພາ 1956 - 1 ກຸມພາ 2023) ຢູ່ທີ່ຫ້ອງປະຊຸມສະຫະ ພັນກຳມະບານແຂວງຫົວພັນ, ໂດຍການຕ້ອນຮັບຂອງ ສະຫາຍ ແສງເພັດ ບຸນມີໄຊ ຮອງປະທານສະຫະພັນກຳມະບານແຂວງຫົວ ພັນ ພ້ອມດ້ວຍຄະນະ.
ສະຫາຍ ພັນໂທ ແສງສະຫວັນ ແສນສຸທຳ ໄດ້ກ່າວສະແດງຄຳອວຍພອນໄຊອັນປະເສີດຄະນະນຳພະນັກງານລັດຖະກອນສະ ຫະພັນກຳມະບານແຂວງຫົວພັນ ຈົ່ງມີແຕ່ຄວາມຜາສຸກ, ມີພາລະນະໄມສົມບຸນ, ມີຜົນສຳເລັດໃນໜ້າທີ່ວຽກງານທຸກປະການ ແລະ ພ້ອມກັນສືບຕໍ່ປະກອບສ່ວນເຮັດໜ້າທີ່ປົກປັກຮັກສາ ແລະ ພັດທະ
ນາປະເທດຊາດ ໃຫ້ມີຄວາມຈະເລີນຮຸ່ງເຮືອງສີວິໄລ.
ສະຫາຍ ແສງເພັດ ບຸນມີໄຊ ໄດ້ກ່າວສະແດງຄວາມຂອບໃຈ ມາຍັງຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງຫົວພັນ ກໍຄືຄະນະນຳຫ້ອງການ
ເມືອງທີ່ໄດ້ສະຫຼະເວລາອັນມີຄຸນຄ່າເຫັນໄດ້ຄວາມໝາຍສຳຄັນ ຂອງສະຫະພັນກຳມະບານ ແລະ ໃຫ້ຄຳໝັ້ນສັນຍາວ່າ ເພື່ອຕອບສະໜອງກັບຄວາມເປັນຫວ່ງເປັນໃຍຄວາມສາມັກຄີຮັກແພງນັ້ນ ກຳມະບານຈະສືບຕໍ່ປະຕິບັດໜ້າທີ່ອັນມີກຽດໃຫ້ມີຜົນສຳເລັດ, ສ້າງເປັນຜົນງານອັນໃຫຍ່ຫຼວງໄວ້ເປັນເອກອ້າງໃນວັນສຳຄັນຕ່າງໆຂອງຊາດ, ຂອງພັກໃນຕໍ່ໜ້າ, ສືບຕໍ່ຮັດແໜ້ນຄວາມສາ ມັກຄີ ລະຫວ່າງ ຫ້ອງການເມືອງ ກອງບັນຊາການທະຫານແຂວງຫົວພັນ ກັບ ສະຫະພັນກຳມະບານແຂວງຫົວພັນ ໄວ້ໃຫ້ໝັ້ນຄົງຕະ ຫຼອດໄປ.
ໂດຍ: ໄຜ່ຄຳ ແກ້ວສອນພຽນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ