
ປະດັບຫຼຽນກາລະນຶກ 65 ປີ ຂອງຊາວໜຸ່ມ ປະຊາຊົນປະຕິວັດລາວໃຫ້ບຸກຄົນ ແລະ ກົມກອງລວມໝູ່
ເວລາອອກຂ່າວ: 2023-03-17 10:46:25 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 21 | ຄວາມນິຍົມ:
ວັນທີ 16 ມີນາ 2023 ນີ້, ຢູ່ທີ່ສະໂມສອນກົມໃຫຍ່ການເມືອງກອງທັບ ໄດ້ຈັດພິທີປະດັບຫຼຽນກາລະນຶກ 65 ປີ ຂອງຊາວໜຸ່ມປະຊາຊົນປະຕິວັດລາວ ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີ ສະຫາຍ ມອນໄຊ ລາວມົວຊົ່ງ ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ມີຄະນະນຳກະຊວງປ້ອງກັນປະເທດ,
ການນຳກົມໃຫຍ່ການເມືອງກອງທັບ, ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ຄະນະພັກ-ຄະນະບັນຊາ ພ້ອມດ້ວຍຄະນະນຳຊາວໜຸ່ມກົມກອງ ຮາກຖານອ້ອມຂ້າງກະຊວງປ້ອງກັນປະເທດ ເຂົ້າຮ່ວມ.
ສະຫາຍ ພັນໂທ ຫົງທອງ ສີຊານົນ ຮອງຫົວໜ້າຫ້ອງການຊາວໜຸ່ມກອງທັບ ໄດ້ຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການປະດັບຫຼຽນກາ
ລະນຶກ 65 ປີ ວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ ໃຫ້ບຸກຄົນ ແລະ ກົມກອງລວມໝູ່ ຂອງກະຊວງປ້ອງກັນປະເທດ. ໃນນີ້, ຕົກລົງມອບຫຼຽນກາລະນຶກ 65 ປີ ໃຫ້ໃຫ້ຄະນະນຳກະຊວງປ້ອງກັນປະເທດ, ຄະນະນຳກົມໃຫຍ່ການ
ເມືອງກອງທັບ ຈຳນວນ 7 ສະຫາຍຄື: ສະຫາຍ ພົນໂທ ປອ ທອງລອຍ ສີລິວົງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ສະຫາຍ ພົນຕີ ປອ ວົງຄຳ ພົມມະກອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ສະຫາຍ ພົນຕີ ຈັນທອງ ສອນຕະອາດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ສະຫາຍ ພົນຕີ ສອນທອງ ພົມລາວົງ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ສະຫາຍ ພົນຕີ ວໍລະສານ ວິລັດດາວົງ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ສະຫາຍ ພົນຈັດຕະວາ ພູມີ ດາລາເພັດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ໂດຍການມອບຂອງ ສະຫາຍ ມອນໄຊ ລາວມົວຊົ່ງ. ນອກນັ້ນ, ຍັງໄດ້ມອບໃຫ້ພະນັກງານຫຼັກແຫຼ່ງຂອງຫ້ອງການຊາວໜຸ່ມກອງທັບໃນອະດີດ ແລະ ປັດຈຸບັນ ຈຳນວນ 11 ສະຫາຍ, ມອບໃຫ້ການຈັດຕັ້ງກົມກອງລວມໝູ່ທີ່ຂຶ້ນກັບກະຊວງປ້ອງກັນປະເທດ 25 ກົມກອງ, ມອບໃຫ້ການຈັດຕັ້ງຊາວໜຸ່ມກົມກອງອ້ອມຂ້າງກະຊວງປ້ອງກັນປະເທດ 22 ກົມກອງ ໂດຍການມອບຂອງ ສະຫາຍ ພົນຕີ ວໍລິສານ ວິລັດດາວົງ. ພ້ອມດຽວກັນນີ້, ຍັງໄດ້ຮັບຟັງການປາຖະກະຖາວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວຄົບຮອບ 68 ປີ ຈາກ ສະຫາຍ ມອນໄຊ ລາວມົ່ວຊົງ ຕື່ມອີກ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ