
ກອງປະຊຸມໃຫຍ່ຂອງສະມາຊິກພັກ ຄັ້ງທີ I ຂອງຄະນະພັກຮາກຖານ ກອງພັນ 977
ເວລາອອກຂ່າວ: 2023-09-21 09:02:20 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 56 | ຄວາມນິຍົມ:
ຄະນະພັກຮາກຖານ ກອງພັນ 977 ແມ່ນຫົວໜ່ວຍການຈັດຕັ້ງໜຶ່ງທີ່ຂຶ້ນກັບກອງພັນໃຫຍ່ 643 ໃນໄລຍະຜ່ານມາ, ຄະນະພັກ-ຄະນະບັນຊາ ໄດ້ຖືເອົາວຽກງານເຮັດໃຫ້ສະພາບມີຄວາມສະຫງົບເປັນບັນຫາສຳຄັນ ຈັດຕັ້ງພະນັກງານຫັນລົງກໍ່ສ້າງຮາກຖານບ້ານປະຊາຊົນອອ້ມຂ້າງແບບມູນເຊື້ອ ແລະ ແຮກສ່ຽວຕາມ 4 ເນື້ອໃນ 4 ຄາດໝາຍ ໂດຍໄດ້ເອົາໃຈໃສ່ນຳພາ-ຊີ້ນຳເຄື່ອນໄຫວຕາມຂອບເຂດຄວາມຮັບຜິດຊອບ ຕິດຕາມກຳແໜ້ນສະພາບການເຄື່ອນໄຫວຂອງກຸ່ມ
ຄົນບໍ່ຫວັງດີ, ບັນດາປະກົດການຫຍໍ້ທໍ້ຕ່າງໆ ເພື່ອຕ້ານ ແລະ ແກ້ໄຂໃຫ້ທັນເວລາ, ເອົາໃຈໃສ່ໃກ້ຊິດຕິແທດ ສືກສາອົບຮົມປຸກລະດົມແນວຄິດຂອງພະນັກ
ງານສະມາຊິກພັກ-ນັກຮົບ ໃຫ້ຮູ້ຈຳແນກໄດ້ມິດ ແລະ ສັດຕູຢ່າງຈະແຈ້ງ, ຮັບຮູ້ ແລະ ເຂົ້າໃຈຕໍ່ແນວທາງຂອງພັກ-ລັດວາງອອກ ຄຽງຄູ່ກັນນັ້ນ ໄດ້ເອົາໃຈໃສ່ປັບປຸງກໍ່ສ້າງພັກ ຕາມ 5 ຫຼັກການ 3 ທິດນຳຂອງພັກ ຖືເອົາບັ້ນດຳເນີນຊີວິດການເມືອງ ພາຍໃນພັກເປັນການຕຳນິສ່ົງຂ່າວກໍ່ສ້າງເຊິ່ງກັນ ແລະ ກັນ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ. ປັດຈຸດບັນຄະນະພັກຮາກຖານ ກອງພັນ 977 ມີ 3 ໜ່ວຍພັກຂຶ້ນກັບ
ແລະ ໄດ້ຮັບນາມມະຍົດເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ 2 ໜ່ວຍ, ມີສະມາຊິພັກທັງໝົດ 48 ສະຫາຍ, ມີສະມາຊິກພັກແຂງ 44 ສະຫາຍ, ກາງ 4 ສະຫາຍ. ນອກຈາກວຽກງານການນຳພາແລ້ວ ຍັງໄດ້ສຸມໃສ່ການອົບຮົມ-ຫັດແອບການເມືອງ, ການທະຫານ, ພະລາທິການ-ເຕັກນິກ ແລະ ເຫຼົ່າຮົບວິຊາສະເພາະໃຫ້ມີຄວາມຊຳນິຊຳນານ ຮັບປະກັນເຮັດໃຫ້ສະພາບມີຄວາມສະຫງົບ. ດ້ານວຽກງານຮັບປະກັນສ້າງພະລາທິການກັບທີ່ ໄດ້ຊຸກຍູ້ພະນັກງານ-ນັກຮົບ ຍົກສູງນໍ້າໃຈ ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ສຸມໃສ່ 4 ປູກ 4 ລ້ຽງ ຕາມທ່າແຮງບົ່ມຊ້ອນຂອງກົມກອງ ເພື່ອແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບໃຫ້ນັບມື້ດີ ຂຶ້ນ ສາມາດສ້າງລາຍຮັບຈາກ
ການປູກຝັງ-ລ້ຽງສັດ ແລະ ບໍລິ ການຕ່າງໆໄດ້ 288.242.800 ກີບ.
ກອງປະຊຸມຍັງໄດ້ປ່ອນບັດຄັດ ເລືອກເອົາຄະນະພັກຮາກຖານຊຸດໃໝ່ ໂດຍເລືອກເອົາ ສະຫາຍ ພັນໂທ ບຸນແສງ ຈິດບົວລະພາ ເປັນເລຂາຄະນະພັກຮາກຖານ, ສະຫາຍ ພັນໂທ ສີສົມພອນ ອິນທະແສງ ເປັນຮອງເລຂາ, ສະ ຫາຍ ພັນໂທ ບົວສີ ບຸດດາວົງ ເປັນກຳມະການກວດກາ, ສະຫາຍ ພັນໂທ ພອນທິບ ພົມມະຫາໄຊ ແລະ ສະຫາຍ ພັນໂທ ວັນທອງ ຈ່າເຊຍມົວ ເປັນກຳມະການ.
ໃນໂອກາດທີ່ ສະຫາຍ ພັນໂທ ບຸນມີ ດວງມະນີຈັນ ເລຂາຄະນະພັກ, ຫົວໜ້າການເມືອງ ກອງພັນໃຫຍ່ 643 ໄດ້ເປັນປະທານກອງປະຊຸມໃຫຍ່ ຄັ້ງທີ l ຂອງຄະນະພັກຮາກຖານ ກອງພັນ 977 ໃນວັນທີ 13 ກັນຍາ 2023 ໄດ້ເນັ້ນໃຫ້ຄະນະພັກຮາກຖານຊຸດໃໝ່ ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດ ເປັນກົກຕິດພັນແໜ້ນກັບໜ້າທີ່ວຽກງານວິຊາສະເພາະຂອງຕົນ ເປັນເສນາທິການໃຫ້ຄະນະພັກກອງພັນໃຫຍ່ ໃນການເຕົ້າໂຮມຄວາມສາມັກຄີພາຍໃນເປັນປຶກແຜ່ນແໜ້ນໜາ, ຖືເອົາການກໍ່ສ້າງພັກເປັນແກ່ນນຳໃນທຸກຂົງເຂດວຽກງານລວມຂອງກົມກອງ, ເອົາການກໍ່ສ້າງພະນັກງານ ໃນການນຳພາ-ບັນຊາ ເພື່ອພ້ອມກັນສ້າງໃຫ້ກົມກອງມີຄວາມໜັກແໜ້ນ ເຂັ້ມແຂງທາງດ້ານການຈັດຕັ້ງ ໄປສົມຄູ່ກັບການສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ກອງ 3 ປອດ ແລະ ກອງວັດທະນະທຳ-ນັກຮົບວັດທະນະທຳ.
ໂດຍ: ຄຳໝັ້ນ ຄົງວິໄລ
ພາບ: ນາງ ສຸດທິດາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ