ກອງທັບປະຊາຊົນລາວ

ວັນອັງຄານ, ວັນທີ 12 ທັນວາ 2023



ກອງບັນຊາການທະຫານ​ເມືອງ​ພຽງ ເປີດ​ຂະ​ບວນ​ການແຂ່ງຂັນ​ ຮັກ​ຊາດ ແລະ ພັດທະນາ
ເວລາອອກຂ່າວ: 2023-09-22 08:38:31 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 14 | ຄວາມນິຍົມ:



ວັນ​ທີ 12 ກັນຍາ 2023 ນີ້, ກອງ​ບັນຊາ​ການ​ທະຫານ​ເມືອງ​ພຽງ ແຂວງໄຊ​ຍະ​ບູ​ລີ ໄດ້ເປີດຂະ​ບວນ​ການ​ແຂ່ງຂັນ ​ຮັກ​ຊາດ ແລະ ພັດທະນາ, ໂດຍ ມີສະຫາຍ ນາງ ແສງ​ອາພອນ ແກ້ວ​ບົວ​ໂຮມ ຮອງ​ເຈົ້າເມືອງ ເມືອງ​ພຽງ, ປະທານ​ສະພາ​ປະຊາຊົນ​ປະຈຳເມືອງ​ພຽງ​ແຂວງ​ໄຊ​ຍະ​ບູ​ລີ, ສະຫາຍ ພັນ​ໂທ ຈື່​ເນັ່ງ ຢົວ​ໃຈ​ລີ ຫົວໜ້າ​ການເມືອງ ກອງ​ບັນຊາ​ການ​ທະຫານ​ເມືອງ​ພຽງ, ມີ​ຄະນະ​ພັກ-ຄະນະ​ບັນຊາ ພ້ອມດ້ວຍນາຍ ແລະ ພົນທະຫານ ​ເຂົ້າ​ຮ່ວມ. ສະຫາຍ ພັນ​ຕີ ມືດ ພອນ​ສະຫວັນ ຮອງ​ຫົວໜ້າ​ການເມືອງ​ ກອງ​ບັນຊາ​ການ​ທະຫານ​ເມືອງ​ພຽງ ໄດ້​ຜ່ານ​ບົດ​ສະຫຼຸບ​ການຈັດຕັ້ງ​ປະຕິບັດ​ຂໍ້​ແຂ່ງຂັນ ​ຮັກ​ຊາດ ແລະ ພັດທະນາ​ ໄລຍະ​ຜ່ານ​ມາ ແລະ ທິດ​ທາງ​ແຜນການ​ຂໍ້​ແຂ່ງ ຂັນ​ ຮັກ​ຊາດ ແລະ ພັດທະນາ ປີ 2023-2025 ຂອງກອງ​ບັນຊາ​ການ​ທະຫານ​ເມືອງ​ພຽງ. ຕະຫຼອດ​ໄລຍະ​ຜ່ານ​ມາ​ ກົມ​ກອງ ໄດ້​ເອົາໃຈໃສ່ຈັດ​ຕັ້ງ​ປະຕິບັດຂໍ້​ ແຂ່ງຂັນ​ຮັກ​ຊາດ ແລະ ພັດທະນາ ເຊິ່ງ​ໄດ້​ສຸມ​ໃສ່​ຈັດ​ຕັ້ງ​ປະຕິບັດ​ແຕ່​ຂັ້ນ​ສະມາ ຊິກ​ພັກ, ພະ ນັກງານ-ນັກຮົບ, ໜ່ວຍ​ພັກ, ພະແນກ​ການ​ທີ່​ຂຶ້ນ​ກັບ ໂດຍ​ຖືເອົາ​ຂໍ້​ ແຂ່ງຂັນ​ຂອງ​ແຕ່​ລະ​ພາກສ່ວນ​ເປັນ​ໄມ້​ຫຼາ​ວັດແທກ​ໃນການ ຈັດຕັ້ງ​ປະຕິບັດ​ໜ້າທີ່​ວຽກ​ງານ ແລະ ວິຊາ​ສະເພາະ ເພື່ອເປັນ​ບ່ອນ​ອີງໃນການ​ສຳ​ຫຼວດກວດ ກາ, ການ​ນຳພາ-ຊີ້ນໍາຂອງຄະນະ​ ພັກ, ຄະນະ​ບັນຊາ, ພະນັກງານ- ນັກຮົບ ທີ່​ໄດ້​ເຂົ້າ​ຮ່ວມ​ແຂ່ງຂັນ. ຜ່ານ​ການຈັດຕັ້ງ​ປະຕິ​ບັດ​ວຽກ​ງານ​ຕົວ​ຈິງ ໃນ​ຂະ​ບວນ​ການ ​ແຂ່ງຂັນ-ຍ້ອງຍໍຮັກ​ຊາດ ແລະ ພັດທະນາ ຂອງ​ກອງ​ບັນຊາ​ການ​ທະຫານ​ເມືອງ​ພຽງ ມີບຸກຄົນ, ກົມ​ກອງ ໄດ້​ຮັບ​ການ​ຍ້ອງຍໍຂັ້ນ ​ຕ່າງໆ ຫຼາຍ​ສະຫາຍ. ຈາກນັ້ນ, ຄະນະ​ພັກ-ຄະນະ​ບັນຊາ, ເລຂາ​ໜ່ວຍ​ພັກ​ແຕ່​ລະ​ໜ່ວຍ, ອົງ​ການ ຈັດຕັ້ງ​ຊາວ​ໜຸ່ມ-ແມ່ຍິງ ໄດ້​​ຈັບ​ມື​ ເພື່ອ​ຮັບຮອງ​ເອົາ​ຂໍ້​ແຂ່ງຂັນ​ດັ່ງກ່າວ. ຈຸດປະສົງ​ຂອງ​ການ​ເປີດ​ຂະ​ບວນ​ການ​ແຂ່ງຂັນ ​ຮັກ​ຊາດ ແລະ ພັດທະນາ​ໃນ​ຄັ້ງ​ນີ້ ເພື່ອ​ເປັນ​ການ​ປຸກລະດົມ ແລະ​ ເຕົ້າໂຮມ​ກຳລັງ​ແຮງ ໃຫ້​ເປັນ​ປຶກ​ແຜ່ນ​ແໜ້ນໜາ, ຊອກ​ໃຫ້ເຫັນ​ ບຸກຄົນ ທີ່​ມີ​ຄວາມ​ບຸກ​ບືນ​ຫ້າວ ຫັນ, ຕໍ່ໜ້າ​ທີ່​ວຽກ​ງານ ແລະມີ​ ການ​ແຂ່ງຂັນ​ກັນຈັດ​ຕັ້ງ​ປະຕິບັດ ເພື່ອ​ແນໃສ່​ເຮັດ​ໃຫ້​ຂະ​ບວນ​ແຂ່ງຂັນ​ຮັກ​ຊາດ ແລະ ພັດທະນາ ເປັນ​ຂະ​ບວນ​ຟົດຟື້ນ​ຕໍ່​ເນື່ອງ. ໂດຍ: ເກ​ສັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ