
ຮອງຫົວໜ້າຫ້ອງການເມືອງ ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ຢ້ຽມຢາມບ້ານຮາກຖານ
ເວລາອອກຂ່າວ: 2023-09-22 08:39:55 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 11 | ຄວາມນິຍົມ:
ວັນທີ 18 ກັນຍາ 2023 ນີ້, ສະຫາຍ ພັນໂທ ນາງ ຄຳພອນ ແກ້ວໄຊຍາ ຮອງຫົວໜ້າຫ້ອງການເມືອງໂຮງຮຽນ ກໍ່ສ້າງ ນາຍສິບ ເລກ 2 ວຽງໄຊ ພ້ອມຄະນະໄດ້ຢ້ຽມຢາມບ້ານໝື່ນຫຼວງ ເຊິ່ງເປັນບ້ານຮາກຖານຫ້ອງການເມືອງ ເພື່ອສະເໜີຈຸດປະສົງໃຫ້ອົງການຈັດຕັ້ງ ບ້ານໄດ້ຮັບຮູ້ ໂດຍສະເພາະໃນການກະກຽມສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 29 ປີ ແລະ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີໃຫ້ມີບັນ ຍາກາດຟົດຟື້ນມ່ວນຊື່ນ ແລະ ສະພາບຂອບເຂດຮັບຜິດຊອບມີຄວາມສະຫງົບ ປອດໄພ 100%.
ສະຫາຍ ອຳແກ້ວ ຄຳສຸກ ຮອງນາຍບ້ານບ້ານໝື່ນຫຼວງ ໄດ້ລາຍງານສະພາບການເຄື່ອນ ໄຫວຕ່າງໆໂດຍສັງເຂບ, ປະຊາຊົນສ່ວນຫຼາຍຖືເອົາປູກຝັງ-ລຽ້ງສັດ ເປັນອາຊີບຕົ້ນຕໍ ໂດຍສະເພາະ ປູກມັນຕົ້ນກວມ 95% ແລະ ການຄ້າຂາຍ ເປັນສຳຮອງ ເຮັດໃຫ້ຊີວິດການເປັນຢູ່ນັບມື້ນັບດີຂຶ້ນ, ຂອບເຂດບ້ານມີຄວາມສະຫງົບໂດຍພື້ນຖານ ພ້ອມກັນແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນໃຫ້ທັນເວລາ, ປະຊາຊົນມີຄວາມເຊື່ອໝັ້ນຕໍ່ແນວທາງຂອງພັກ, ມີຄວາມຕື່ນຕົວສູງເປັນເຈົ້າການສຶກສາອົບຮົມລູກເຕົ້າໃຫ້ເປັນຄົນດີ, ຊ່ວຍເປັນຫູ ເປັນຕາໃຫ້ອຳນາດການປົກຄອງ ບ້ານ ແລະ ກົມກອງເຮັດສຳເລັດ ໜ້າທີ່.
ສະຫາຍ ພັນໂທ ນາງ ຄຳພອນ ແກ້ວໄຊຍາ ໄດ້ຍົກໃຫ້ເຫັນສະ ພາບທີ່ສົ່ງຜົນກະທົບຕໍ່ປະເທດ ເວົ້າສະເພາະແມ່ນສະພາບຂອບເຂດຮັບຜິດຊອບຂອງກົມກອງຕັ້ງທັບ ເພື່ອປະຕິບັດຕາມ 4 ເນື້ອໃນ 4 ຄາດໝາຍ ເຮັດໃຫ້ບ້ານມີຄວາມສະຫງົບ, ກົມກອງມີຄວາມເຂັ້ມແຂງ, ມີຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງກົມກອງກັບຮາກຖານປະຊາຊົນໃຫ້ນັບມື້ນັບແໜ້ນແຟ້ນຍິ່ງໆ ຂຶ້ນ ດັ່ງຄຳເວົ້າທີ່ວ່າ: ກອງທັບ ກັບ ປະຊາຊົນ ຄື: ປາ ກັບ ນ້ຳ.
ໂດຍ: ຄຳແປງ ຟອງສາຍໄໝ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ