
ກອງບັນຊາການທະຫານແຂວງຜົ້ງສາລີ ມອບເງິນອຸດໜູນ ໃຫ້ຄອບຄົວພະນັກງານຜູ້ເສຍຊີວິດ
ເວລາອອກຂ່າວ: 2023-09-22 08:41:30 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 28 | ຄວາມນິຍົມ:
ວັນທີ 18 ກັນຍາ 2023 ນີ້, ກອງບັນຊາການທະຫານແຂວງຜົ້ງສາລີ ໄດ້ມອບເງິນອຸດໜູນໃຫ້ຄອບຄົວພະນັກງານຜູ້ເສຍຊີວິດ, ໂດຍມີສະຫາຍ ພັນໂທ
ບຸນເພັງ ແສງສຸລີ ກໍາມະການ ຄະນະພັກ ກອງບັນຊາການ, ຮອງຫົວໜ້າຫ້ອງການເມືອງ, ມີຜູ້ຕາງໜ້າພະແນກການທີ່ກ່ຽວ ຂ້ອງ ແລະ ຄອບຄົວພະນັກງານຜູ້ເສຍຊີວິດ ເຂົ້າຮ່ວມ.
ສະຫາຍ ພັນໂທ ພອນໄຊ ທຳແສນໄຊ ຫົວໜ້າພະແນກປະກັນສັງຄົມ ຫ້ອງການເມືອງ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການ ມອບເງິນອຸດໜູນເສຍຊີວິດໃຫ້ພະນັກງານຜູ້ທີ່ເສຍຊີວິດ ທັງໝົດ 6 ສະຫາຍ, ພະນັກງານບຳນານ 4 ສະຫາຍ ລວມເງິນ 231.363.972 ກີບ ແລະ ພະນັກງານປະຈຳການ 2 ສະຫາຍ ລວມເງິນ 99.239.940 ກີບ. ກ່າວມອບໂດຍ ສະຫາຍ ພັນໂທ ບຸນເພັງ ແສງສຸລີ ແລະ ກ່າວຮັບໂດຍຄອບຄົວຂອງພະນັກງານຜູ້ເສຍຊີວິດ.
ຕາງໜ້າຄອບຄົວຂອງພະ ນັກງານຜູ້ເສຍຊີວິດ ໄດ້ສະແດງ ຄວາມຂອບໃຈ ແລະ ຮູ້ບຸນຄຸນ ຢ່າງຍິ່ງທີ່ພັກ-ລັດຂັ້ນເທິງ ໄດ້ເບິ່ງແຍງແລະ ໃຫ້ການຊ່ວຍເຫຼືອນະໂຍ ບາຍ ໃນດ້ານຕ່າງໆໃນໄລຍະ ຜ່ານມາ. ພ້ອມນັ້ນ, ສະຫາຍ ພັນໂທ
ບຸນເພັງ ແສງສຸລີ ໄດ້ຮຽກຮ້ອງໃຫ້ຄອບຄົວຂອງພະນັກງານຜູ້ເສຍຊີວິດ ຈົ່ງນຳເອົາເງິນດັ່ງກ່າວໄປນຳໃຊ້ໃຫ້ຖືກເປົ້າໝາຍ ແລະ ເກີດປະໂຫຍດສູງສຸດ.
ໂດຍ: ທອງສຸກ ຈັນຖະໜອມ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ