ກອງທັບປະຊາຊົນລາວ

ວັນອັງຄານ, ວັນທີ 12 ທັນວາ 2023



ກທອ ​ມອບ​ເຄື່ອງນຸ່ງ​ນັກ​ບິນ​ຄວາມ​ໄວ​ສູງ ແລະ ເຄື່ອງ​ແບບ​ເຫຼົ່າ​ຮົບ​ ທະຫານ​ອາກາດ ໃຫ້​ຫໍ​ພິ​ພິ​ທະ​ພັນ​ປະຫວັດສາດ​ກອງທັບ
ເວລາອອກຂ່າວ: 2023-09-22 08:47:03 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 13 | ຄວາມນິຍົມ:



ໃນ​ວັນ​ທີ 19 ກັນຍາ 2023 ນີ້, ສະຫາຍ ພັນ​ເອກ ແພງ​ສີ ເສັງ​ວິ​ໄຊ ຮອງ​ຫົວໜ້າ​ຫ້ອງ​ການເມືອງກອງ​ບັນຊາ​ການ​ທະຫານ​ອາກາດ(ກທອ) ພ້ອມດ້ວຍ ຄະນະ ໄດ້​ນຳ​ເອົາ​ຊຸດ​ເຄື່ອງແບບ​ ຂອງເຫຼົ່າ​ຮົບ​ທະຫານ​ອາກາດ ມາ​ມອບ​ໃຫ້​ຫໍ​ພິ​ພິ​ທະ​ພັນປະຫວັດ ສາດ​ກອງທັບ, ໂດຍ​ການ​ຮັບ​ຂອງ ສະຫາຍ ພັນເອກ ຄຳ​ສີ ລີ​ຟູ່ງ ຫົວໜ້າ​ອຳນວຍ​ການຫໍ​ພິ​ພິ​ທະ​ ພັນ​ປະ​ຫວັດ​ສາດ​ກອງທັບ ພ້ອມ​ດ້ວຍ​ຄະນະ. ເຄື່ອງ​ນຳ​ມາ​ມອບ​ໃນ​ຄັ້ງ​ນີ້​, ປະກອບ​ມີ: 33 ລາຍການ ໃນ​ນັ້ນ, ​ມີ​ຊຸດ​ເຄື່ອງນຸ່ງ​ນັກ​ບິນ​ສູ້​ຮົບ​ຄວາມ​ໄວ​ສູງ, ໝວກ​ນັກ​ບິນ​ສູ້​ຮົບ​ຄວາມ​ໄວ​ສູງ, ຊຸດ​ນັກ​ບິນ​ສູ້​ຮົບ​ຄວາມ​ໄວ​ຕໍ່່​​າ ແລະ ເຄື່ອງ​ແບບ​ຊຸດ​ນ້ອຍ​ທີ່​ນຳ​ໃຊ້​ໃນ​ອະ​ດີດ ແລະ ປັດຈຸບັນ​ຂອງ​ເຫຼົ່າ​ຮົບ​ທະຫານ​ອາກາດ. ຈາກ​ນັ້ນ, ສະຫາຍຫົວໜ້າ​ອຳນວຍ​ການຫໍ​ພິ​ພິ​ທະ​ພັນ​ປະຫວັດສາດ​ກອງທັບ ໄດ້​ສະແດງ​ຄວາມ​ຂອບໃຈຕໍ່ ສະຫາຍ ພັນ​ເອກ ແພງ​ສີ ເສັງ​ວິ​ໄຊ ພ້ອມດ້ວຍຄະນະທີ່​ໄດ້​ນຳ​ເອົາ​ເຄື່ອງ​ແບບຂອງ​ທະຫານ​ອາກາດມາ​ມອບ​ໃຫ້​ຫໍ​ພິ​ພິ​ທະ​ພັນ​ປະຫວັດສາດ​ກອງທັບ ເພື່ອ​ນຳໄປ​ວາງສະແດງ ​ໃຫ້​ພະນັກງານ-ນັກຮົບ, ແຂກ​ຕ່າງປະເທດ ແລະ ປະຊາຊົນ​ລາວ​ບັນດາເຜົ່າ ທີ່​ເຂົ້າ​ມາ​ທ່ຽວ​ຊົມ ໄດ້​ເຫັນ​ເຖິງ​ມູນເຊື້ອ​ຂອງ​ກອງທັບ​ປະຊາຊົນ​ລາວ ໂດຍ​ສະ ເພາະ​ແມ່ນ​ມູນເຊື້ອ​ຂອງ​ເຫຼົ່າ​ຮົບ​ທະຫານ​ອາກາດ. ໂດຍ: ວ່າ​ຊົງ ໄຟ​ດໍ້​ຊົວ​ຕົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ