
ຮອງຫົວໜ້າຫ້ອງການກຳມະບານກອງທັບ ຊຸກຍູ້ວຽກງານຂະບວນການກຳມະບານຢູ່ໂຮງພິມກອງທັບ
ເວລາອອກຂ່າວ: 2023-09-22 08:48:48 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 29 | ຄວາມນິຍົມ:
ວັນທີ 21 ກັນຍາ 2023 ນີ້, ສະຫາຍ ພັນໂທ ໜູດຳ ສຸລິໄຊ ຮອງຫົວໜ້າຫ້ອງການກຳມະບານກອງທັບ ພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ວຽກງານຂະບວນການກຳມະບານຢູ່ໂຮງພິມກອງທັບ, ໂດຍການຕ້ອນຮັບຂອງສະຫາຍ ພັນໂທ ນາງ ແສງວັນ ແພງຫຼ້າ ຮອງອຳນວຍການໂຮງພິມກອງທັບ ພ້ອມຄະນະ.
ສະຫາຍ ພັນໂທ ສົມໝາຍ ພົນທິລາດ ປະທານຮາກຖານກຳມະບານໂຮງພິມກອງທັບ ໄດ້ລາຍງານໂດຍຫຍໍ້ກ່ຽວກັບການເຄື່ອນໄຫວວຽກງານໃນໄລຍະ 6 ເດືອນຜ່ານມາ ເຊິ່ງຄະນະຮາກຖານກຳມະບານໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກກຳມະບານ-ກຳມະກອນມີແນວຄິດອຸ່ນອຽນທຸ່ນທ່ຽງ, ມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ ແລະ ກົດໝາຍຂອງລັດ ຮັບຮູ້ເຊື່ອມ
ຊຶມ, ກຳແໜ້ນແນວທາງນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ ກໍຄືທິດທາງແຜນການຂອງກົມກອງວາງອອກໄດ້ຢ່າງເຂັ້ມງວດ ຕິດພັນກັບການຈັດຕັ້ງປະຕິບັດຂະບວນການຂໍ້ແຂ່ງຂັ້ນ 5 ເປັນເຈົ້າ ຂອງສູນກາງສະຫະພັນກຳມະບານລາວວາງອອກ ຄຽງຄູ່ກັນນີ້, ໄດ້ເອົາໃຈໃສ່ວຽກງານປົກປ້ອງຜົນປະໂຫຍດສະມາຊິກກຳມະກອນ-ກຳມະກອນ ເວົ້າສະເພາະກໍຄືຮາກຖານກຳມະບານຢູ່ໃນລັດ ບໍລິຫານ, ໄດ້ຮັບເງິນຕາມຊັ້ນພະນັກງານ-ນັກຮົບ, ສະມາຊິກກຳມະບານ-ກຳມະກອນລ້ວນ ແຕ່ແມ່ນສະມາຊິກປະກັນສັງຄົມ, ການເຈັບເປັນໄດ້ຮັບການກວດກາ ແລະ ປິ່ນປົວຢູ່ໂຮງໝໍ ທີ່ໄດ້ຮັບປະກັນຢ່າງຖືກຕ້ອງ ພ້ອມທັງໄດ້ຮັບນະໂຍບາຍຈາກກົມກອງຈຳນວນໜຶ່ງຕາມຄວາມ
ສາມາດຕົວຈິງ ພ້ອມນີ້ໄດ້ປະຕິບັດວຽກງານວິຊາສະເພາະ ໂດຍໄດ້ພິມໜັງສືພິມກອງທັບ 190 ຄັ້ງ ຈຳນວນ 13.142 ສະບັບ, ພິມເອກະສານສະຫະພັນນັກຮົບເກົ່າ ຈຳນວນ 6.000 ສະບັບ, ພິມເອກະສານຕ່າງໆ 15.180 ຫົວ, ແຟ້ມໃສ່ເອກະສານ 4.100 ອັນ ນອກນີ້, ຍັງໄດ້ປຸກລະດົມສະມາຊິກກຳມະບານ-ກຳມະ
ກອນເຂົ້າຮ່ວມຂະບວນການຕ່າງໆ ທີ່ກົມກອງຈັດຂຶ້ນ ກໍຄືຂັ້ນເທິງ ໃຫ້ມີບັນຍາກາດຟົດຟື້ນແຂງແຮງ ແລະ ຕໍ່ເນື່ອງ. ນອກນັ້ນ, ຍັງໄດ້ຊອກແຫຼ່ງລາຍຮັບເຂົ້າຄັງລວມ ດ້ວຍຂາຍນ້ຳກ້ອນ, ຂາຍເຄື່ອງຍ່ອຍ ແລະ ການບໍລິການອື່ນໆ ສາມາດສ້າງລາຍຮັບເຂົ້າຄັງລວມໄດ້ 24 ລ້ານກວ່າກີບ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ