
ເປີດຊຸດອົບຮົມວຽກງານຮັກສາຄວາມປອດໄພ ທາງດ້ານຂໍ້ມູນ-ຂ່າວສານການທະຫານ
ເວລາອອກຂ່າວ: 2023-09-22 08:50:26 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 37 | ຄວາມນິຍົມ:
ພິທີເປີດຊຸດອົບຮົມວຽກງານຮັກສາຄວາມປອດໄພທາງດ້ານຂໍ້ມູນ-ຂ່າວສານການທະຫານໄດ້ຈັດຂຶ້ນ ໃນວັນທີ 19 ກັນຍາ 2023 ນີ້, ໂດຍການເປັນປະທານ
ຂອງ ສະຫາຍ ພັນເອກ ໂພນທອງ ພັນຈະເລີນພົນ ຮອງຫົວໜ້າກົມວິທະຍາ ສາດ-ປະຫວັດສາດການທະຫານ, ມີຄະນະພັກ-ຄະນະບັນຊາ 5 ຫ້ອງ, 2 ພະແນກເອກະລາດ ພ້ອມດ້ວຍພະນັກງານວິຊາການເຂົ້າຮ່ວມ.
ສະຫາຍ ຮ້ອຍເອກ ຫວຽນຕຽນຢຸ້ງ ຕາງໜ້າວິຊາການຂອງກອງບັນຊາການ 86 ກະຊວງປ້ອງກັນປະເທດ ສສ ຫວຽດນາມ ໄດ້ລາຍງານການເປີດຊຸດ
ອົບຮົມໃນຄັ້ງນີ້ວ່າ: ເປົ້າໝາຍຂອງການອົບຮົມແມ່ນປະຕິບັດຕາມທິດຊີ້ນຳຂອງສອງກະຊວງປ້ອງກັນປະເທດ ຕາມແຜນການຮ່ວມມືປະຈຳປີ 2023 ໂດຍສະ
ເພາະກອງບັນຊາການ 86 ກະຊວງປ້ອງກັນປະເທດ ສສ ຫວຽດນາມ ແລະ ກົມວິທະຍາສາດ-ປະຫວັດສາດການທະຫານກະຊວງປ້ອງກັນປະເທດ ສປປ ລາວ
ໃນການບໍລິຫານ ແລະ ນຳໃຊ້ເວັບໄຊຂອງກະຊວງປ້ອງກັນປະເທດໃຫ້ມີຄວາມປອດໄພ ສາມາດຜັນຂະຫຍາຍແນວທາງຂອງພັກ-ລັດ ແລະ ກອງທັບອອກສູ່ສັງຄົມປາສະຈາກຂໍ້ຜິດພາດ ແລະ ການແຊກແຊງຂອງຜູ້ບໍ່ຫວັງດີ ທີ່ຈະເຂົ້າມາທຳລາຍ ດັ່ງນັ້ນ, ຈຶ່ງໄດ້ເປີດຊຸດອົບຮົມຄັ້ງນີ້ ໂດຍຈະໃຊ້ເວລາອົບຮົມ
ຕົວເປັນເວລາ 10 ວັນ ແລະ ມີນັກອົບຮົມເຂົ້າຮ່ວມ 25 ສະຫາຍ. ບົດຮຽນທີ່ນຳມາອົບຮົມປະກອບມີຄວາມໝາຍຄວາມສຳຄັນຂອງວຽກຂໍ້ມູນ-ຂ່າວສານ ໃນສະພາບປັດຈຸບັນ, ວິທີນຳໃຊ້ ແລະ ຮັບ ປະກັນຄວາມປອດໄພທາງດ້ານຂໍ້ມູນຜ່ານລະບົບຄອມພິວເຕີ, ບັນ ດາໂປຣແກຣມ ທີ່ຮັບໃຊ້ໃນວຽກງານຂໍ້ມູນລະບົບຄວາມປອດໄພ, ການເຂົ້າເຖິງແຫຼ່ງຂໍ້ມູນ ແລະ ລະບົບແຈ້ງເຕືອນ, ການນຳໃຊ້ອິນເຕີເນັດ ໃນການກະຈາຍຂໍ້ມູນ, ຄຸນປະໂຫຍດ ແລະ ໂທດ ຂອງລະບົບອິນເຕີເນັດ, ການນຳໃຊ້ເອໄອ ເຂົ້າໃນການເກັບຮັກສາຂໍ້ມູນ, ການນຳໃຊ້ອີເມວ ແລະ ແອັບຕ່າງໆ ເຂົ້າໃນການສົ່ງຕໍ່ຂໍ້ມູນໃນເປົ້າໝາຍ, ການປ້ອງກັນໄວຣັດ ແລະ ວິທີແຮັກຂໍ້ມູນທາງເອເລັກໂຕຣນິກ ໂດຍຜ່ານບົດຮຽນທີ່ເຄີຍຮັບຮູ້ໃນໄລຍະຜ່ານມາເກີດຈາກ 3 ປັດໄຈ ເປັນຕົ້ນແມ່ນເກີດຈາກລະບົບທີ່ໃຊ້ເຂົ້າໃນການເຜີຍແຜ່ຂໍ້ມູນ, ເກີດຈາກຜູ້ຄຸ້ມຄອງລະບົບ ແລະ ຍ້ອນຄວາມຮັບຮູ້ຂອງຜູ້ນຳໃຊ້.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ