
ກອງພົນທີ 3 ມອບເງິນອຸດໜູນໃຫ້ຄອບຄົວພະນັກງານ-ນັກຮົບຜູ້ທີ່ເສຍຊີວິດ
ເວລາອອກຂ່າວ: 2023-09-22 08:51:48 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 33 | ຄວາມນິຍົມ:
ໃນວັນທີ 20 ກັນຍາ 2023 ນີ້, ຫ້ອງການເມືອງ ກອງພົນທີ 3 ໄດ້ມອບເງິນອຸດໜູນໃຫ້ຄອບຄົວພະນັກງານ-ນັກຮົບຜູ້ທີ່ເສຍຊີວິດ, ໂດຍມີສະຫາຍ ພັນເອກ ບຸນຫຼາຍ ອຸດົມຮຸນ ກໍາມະການຄະນະປະຈຳພັກກອງພົນ, ຫົວໜ້າຫ້ອງການເມືອງ ກອງພົນທີ 3, ມີບັນດາຄະນະພັກ-ຄະນະບັນຊາແຕ່ລະກົມກອງ, ພະແນກ ການທີ່ກ່ຽວຂ້ອງ ພ້ອມດ້ວຍຄອບຄົວພະນັກງານ-ນັກຮົບຜູ້ທີ່ເສຍຊີວິດເຂົ້າຮ່ວມ.
ສະຫາຍ ພັນໂທ ຄຳພັດ ອິນມາລາ ຫົວໜ້າພະແນກປະກັນສັງຄົມໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍ ການມອບເງິນອຸດໜູນໃຫ້ຄອບຄົວພະນັກງານ-ນັກຮົບຜູ້
ທີ່ເສຍຊີວິດ ຢູ່ກອງພົນທີ 3 ໃນນີ້, ມີພະນັກງານເສຍຊີວິດ 5 ສະຫາຍ, ຊັ້ນພັນໂທ 1 ສະຫາຍ, ພັນຕີ 1 ສະຫາຍ, ຮ້ອຍເອກ 1 ສະຫາຍ, ເງິນອຸດໜູນເມຍຊັ້ນຮ້ອຍຕີ 1 ສະຫາຍ, ຊັ້ນ I 1 ສະຫາຍ ລວມທັງໝົດ 306.000.000 ກີບ.
ສະຫາຍ ພັນເອກ ບຸນຫຼາຍ ອຸດົມຮຸນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ບັນດາສະຫາຍໄດ້ປະກອບສ່ວນເຫື່ອແຮງສະຕິປັນຍາທັງກາຍ ແລະ ໃຈ ເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດກໍຄືການປັບປຸງກໍ່ສ້າງກົມກອງຕະຫຼອດໄລຍະຜ່ານມາ, ພ້ອມທັງໄດ້ຮຽກຮ້ອງຄອບຄົວພະນັກ
ງານ-ນັກຮົບຜູ້ທີ່ເສຍຊີວິດ ນຳເອົາ ເງິນຈຳນວນດັ່ງກ່າວນີ້ ໄປໝູນໃຊ້ໃຫ້ເປັນປະໂຫຍດເຂົ້າໃນການສ້າງສາພັດທະນາເສດຖະກິດຄອບຄົວຂອງຕົນໃຫ້ມີຄວາມຈະເລີນກ້າວໜ້າ, ມີຄວາມເຂັ້ມແຂງທາງດ້ານເສດຖະກິດ, ມີຊີວິດທີ່ດີຂຶ້ນກວ່າເກົ່າ.
ໂດຍ: ເທບພະກອນ ລັດຕະນະສັກ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ