ກອງທັບປະຊາຊົນລາວ

ວັນອັງຄານ, ວັນທີ 12 ທັນວາ 2023



ກົມຜະລິດກະສິກໍາ ກອງທັບ ຈັດແຂ່ງຂັນກິລາບານເຕະ ມິດຕະພາບ ກັບ ບໍລິສັດ ກຣີນຟີດ ລາວ ຈໍາກັດ
ເວລາອອກຂ່າວ: 2023-09-22 12:35:54 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 133 | ຄວາມນິຍົມ:



ໃນຕອນແລງວັນທີ 21 ກັນຍາ 2023 ນີ້, ກົມຜະລິດກະສິກໍາ ກົມໃຫຍ່ພະລາທິການກອງທັບ, ໄດ້ຈັດກິດຈະກໍາແຂ່ງຂັນກິລາບານເຕະມິດຕະພາບ ກັບ ບໍລິສັດ ກຣີນຟີດ ລາວ ຈໍາກັດ, ຢູ່ທີ່ເດີ່ນກິລາຂອງກົມໃຫຍ່ພະລາທິການກອງ ທັບ, ໂດຍມີ ສະຫາຍ ພົນຈັດຕະວາ ພິມພາ ດວງຈັນດີ ຫົວໜ້າກົມຜະລິດກະສິກໍາ, ກົມໃຫຍ່ພະລາທິການກອງທັບ, ສະຫາຍ ຮວງຫງ໋ອກຮ໋າວ ຜູ້ອໍານວຍການ ປະທານ ບໍລິສັດ ກຣີນຟີດ ລາວ ຈໍາກັດ, ພະນັກງານທີ່ກ່ຽວຂ້ອງ ແລະ ນັກກິລາບານເຕະ ທັງສອງ ເຂົ້າຮ່ວມ. ຈຸດປະສົງ ການຈັດກິດຈະກໍາແຂ່ງຂັນກິລາບານເຕະມິດຕະພາບໃນຄັ້ງນີ້, ເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນວັນປະຫວັດສາດສໍາຄັນຕ່າງໆ ຂອງພັກ ຂອງຊາດ, ຂອງກອງທັບ ແລະ ສາກົນ, ເວົ້າລວມ, ເວົ້າສະເພາະ ແມ່ນຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ VIII ຂອງໜ່ວຍພັກກົມຜະລິດກະສິກໍາ ທີ່ໃກ້ຈະມາເຖີງໃນມໍ່ໆນີ້ ໃຫ້ມີຄວາມໝາຍສໍາຄັນເລິກເຊິ່ງ ແລະ ທັງເປັນການຮັດແໜ້ນຄວາມສາມັກຄີ, ສະແດງເຖີງໄມຕີຈິດ ມິດຕະພາບ ທີ່ດີ ລະຫວ່າງ ຄະນະພັກ-ຄະນະບັນຊາ, ພະນັກງານ, ນັກຮົບ ຂອງກົມຜະລິດກະສິກໍາ ກົມໃຫຍ່ພະລາທິການກອງທັບ ກັບ ພະນັກງານ ບໍລິສັດ ກຣີນຟີດ ລາວ ຈໍາກັດ, ເພື່ອໄປມາຫາສູ່, ຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ ໃນການພົວພັນ, ແລກປ່ຽນຖອດຖອນບົດຮຽນວິຊາສະເພາະດ້ານຂົງວຽກງານການຜະລິດກະສິກໍາກອງທັບ, ກໍຄືການຜະລິດກະສິກໍາ ຂອງ ສປປ ລາວ ເຮົາໃຫ້ໄດ້ຮັບໝາກຜົນສູງຂື້ນໄປເລື້ອຍໆ. ໃນໂອກາດດຽວກັນນີ້, ສະຫາຍ ຮວງຫງ໋ອກຮ໋າວ ພ້ອມດ້ວຍຄະນະໄດ້ມອບເຄື່ອງກິລາຈໍານວນ 45 ຊຸດໃຫ້ແກ່ ຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບ ກົມຜະລິດກະສິກໍາ ກົມໃຫຍ່ພະລາທິການກອງທັບ ອີກດ້ວຍ. ໂດຍ: ຄໍາປະສົງ ລາດຊະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ