
ວປກ ປະກາດການຈັດຕັ້ງຂັ້ນພະແນກການ ກົມພະລາທິການ-ເຕັກນິກ
ເວລາອອກຂ່າວ: 2023-09-22 12:38:08 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 23 | ຄວາມນິຍົມ:
ວັນທີ 15 ກັນຍາ 2023 ນີ້, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ວປກ) ໄດ້ປະກາດການຈັດຕັ້ງຂັ້ນພະແນກການກົມພະລາທິການ-ເຕັກນິກ ວປກ, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ບຸນເກີມ ສະເຫຼີມສຸກ ຮອງຫົວໜ້າວິທະຍາຄານ, ຫົວໜ້າກົມພະລາທິການ-ເຕັກນິກ ວປກ, ມີຄະນະພັກ-ຄະນະບັນຊາ, ຄະນະກົມ, ຫ້ອງ ການ, ພະແນກການທີ່ກ່ຽວຂ້ອງພ້ອມດ້ວຍຜູ້ທີ່ໄດ້ຮັບໜ້າທີ່ໃໝ່ເຂົ້າຮ່ວມ.
ສະຫາຍ ພັນໂທ ວິນທອງ ໄຊຍະວົງ ຮອງຫົວໜ້າກົມເສນາເຕັກນິກ-ກົມໃຫຍ່ເຕັກນິກກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການແຕ່ງຕັ້ງຂັ້ນພະແນກການ ທີ່ຂຶ້ນກັບ ກົມພະລາທິການ-ເຕັກນິກ ວປກ, ອີງຕາມກົດໝາຍນາຍທະຫານກອງທັບ ປະຊາຊົນລາວ (ສະບັບປັບປຸງ) ໃນພາກທີ II ໝວດທີ 4 ມາດຕາ 26 ວ່າດ້ວຍການແຕ່ງຕັ້ງ, ຍົກຍ້າຍນາຍທະຫານ, ອີງຕາມທິດທາງກ່ຽວກັບການປັບປຸງບູລະນະກົງຈັກການຈັດຕັ້ງນຳພາ-ບັນຊາ ໃນກຳລັງປະກອບອາວຸດໃຫ້ເຂັ້ມແຂງໜັກແໜ້ນຮອບດ້ານ ເພື່ອເຮັດສຳເລັດໜ້າທີ່ປົກປັກຮັກສາ ແລະ ພັດທະນາປະເທດຊາດ. ກົມໃຫຍ່ການເມືອງກອງທັບ ໄດ້ຕົກລົງ ແຕ່ງຕັ້ງ ສະຫາຍ ພັນໂທ ລະຄອນສີ ທໍາມະວົງ ເປັນຫົວໜ້າພະແນກເຕັກນິກລົດ, ສະຫາຍ ພັນໂທ ວົງສາຫວັນ ວັນນາລີ ເປັນຫົວໜ້າພະແນກຄຸ້ມຄອງລົດ, ສະຫາຍ ພັນຕີ ກິນດາວົງ ໂພສີອານົງ ເປັນຮອງຫົວໜ້າພະແນກຄຸ້ມຄອງລົດ ແລະ ສະຫາຍ ພັນຕີ ສີສຸພັນ ສີສຸວັນນາງ ເປັນຮອງຫົວໜ້າພະແນກເຕັກນິກລົດ ກົມພະລາທິການ-ເຕັກນິກ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ບຸນເກີມ ສະເຫຼີມສຸກ ກໍ່ໄດ້ມີຄຳເຫັນໂອ້ລົມ ແລະ ກ່າວຄຳຍ້ອງຍໍຊົມເຊີຍຕໍ່ບັນດາສະຫາຍທີ່ໄດ້ຮັບໜ້າທີ່ໃໝ່. ພ້ອມທັງເນັ້ນໜັກໃຫ້ສືບຕໍ່ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ, ເອົາໃຈໃສ່ຊີ້ນຳ-ນຳພາ ຂົງເຂດວຽກງານຕາມພາລະບົດບາດໜ້າທີ່, ເຊື່ອມຊຶມແນວທາງນະໂຍບາຍ, ມະຕິຄຳສັ່ງຂອງພັກ, ກົດໝາຍຂອງລັດ, ຂໍ້ກຳນົດ, ກົດລະບຽບຂອງກອງທັບຢ່າງເຂັ້ມງວດ, ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນແໜ້ນໜາ, ທຸ່ມເທເຫື່ອແຮງ, ສະຕິປັນຍາຄວາມຮູ້ຄວາມສາມາດເຂົ້າໃນການເຄື່ອນໄຫວວຽກງານວິຊາສະເພາະ ແລະ ປັບປຸງແບບແຜນວິທີເຮັດວຽກໃຫ້ມີຄວາມກ້າວໜ້າທັນສະໄໝຂຶ້ນເທື່ອລະກ້າວ.
ໂດຍ: ເຂັງພອນ ແກ້ວຄຳລຽງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ