ກອງທັບປະຊາຊົນລາວ

ວັນອັງຄານ, ວັນທີ 12 ທັນວາ 2023



ວປກ ເປີດຂະບວນການແຂ່ງຂັນຕ້ອນຮັບວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 75 ປີ
ເວລາອອກຂ່າວ: 2023-09-22 12:42:32 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 37 | ຄວາມນິຍົມ:



ໃນວັນທີ 20 ກັນຍາ 2023 ນີ້, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ວປກ) ໄດ້ຈັດຕັ້ງພິທີເປີດຂະບວນການແຂ່ງຂັນຕ້ອນຮັບວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 75 ປີຂຶ້ນຢ່າງເປັນທາງການ, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ຄຳຫຼ້າ ພັນໄຊຍະສຸກ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຫົວໜ້າການເມືອງ ວປກ, ມີຄະນະພັກ-ຄະນະບັນຊາ ແລະ ພະນັກງານຫຼັກແຫຼ່ງທົ່ວ ວປກ ເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ປອ ສົມພອນ ສີສຸວັນນະ ຮອງຫົວໜ້າການເມືອງ ວປກ ໄດ້ຂຶ້ນຜ່ານຂໍ້ຕົກລົງອະນຸມັດເປີດຂະບວນການແຂ່ງຂັນ ຕ້ອນຮັບວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 75 ປີ. ໂດຍອີງຕາມຄໍາສັ່ງແນະນໍາຂອງກົມໃຫຍ່ການເມືອງກອງທັບ ກ່ຽວກັບການຈັດຕັ້ງເປີດຂະບວນການແຂ່ງຂັນໄລຍະສັ້ນ ສ້າງຜົນງານຂ່ຳນັບຮັບຕ້ອນວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 75 ປີ ສະບັບເລກທີ 3505/ກມທ, ລົງວັນທີ 11/8/2023. ເຊິ່ງບັນດາເນື້ອໃນຂະບວນການປະກອບມີ 10 ຂະບວນການຄື: 1. ຂະບວນການສຶກສາອົບຮົມການເມືອງ - ແນວຄິດ ແລະ ດຳເນີນຊີວິດການເມືອງ, ສາຍຮູບເງົາມູນເຊື້ອ, ສ້າງຟີມມູນເຊື້ອ ວປກ ໃຫ້ສຳເລັດ ແລະ ພົບປະພະນັກງານບຳນານ. 2. ກຽມພ້ອມສູ້ຮົບ, ການຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ. 3. ຂະບວນການປັບປຸງ, ສ້າງເອກະສານຮັບໃຊ້ການຮຽນ, ການສອນ. 4. ຂະບວນການຄົ້ນຄວ້າວິທະຍາສາດການທະຫານ-ການເມືອງ. 5. ຂະບວນການປະຕິບັດລະບຽບວິໄນ. 6. ຂະບວນການຄູສອນດີ, ສອນເດັ່ນ. 7. ຂະບວນການກິລາມວນຊົນ, ຫັດກາຍຍະບໍລິຫານ, ຍ່າງເພື່ອສຸຂະພາບ. 9. ຂະບວນການຝຶກແອບແຂ່ງຂັນສິລະປະ ແລະ ນັກຮ້ອງສຽງດີ. 10. ຂະບວນການອະນາໄມຮັກສາສິ່ງແວດລ້ອມ, ການສ້າງເຂດພັກຜ່ອນ ແລະ ປະດັບປະດາ, ຂະບວນການຖາມ-ຕອບ ກ່ຽວກັບພັກ ແລະ ວັນດັ່ງກ່າວ. ທັງນີ້ກໍເພື່ອເປັນການຫວນຄືນມູນເຊື້ອການສ້າງຕັ້ງ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງ ກອງທັບປະຊາຊົນລາວ ຕະຫຼອດໄລຍະ 75 ປີຜ່ານມາ, ເພື່ອໃຫ້ພະນັກງານ-ນັກຮົບ ຮັບຮູ້ເຂົ້າໃຈຕໍ່ທາດແທ້, ມູນເຊື້ອອັນດີງາມຂອງກອງທັບ, ນ້ຳໃຈຕໍ່ສູ້ອັນພິລະອາດຫານ ກໍ່ຄືຜົນງານໄຊຊະນະຂອງກອງທັບປະຊາຊົນລາວ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ທັງເປັນການສຶກສາອົບຮົມ ແລະ ສ້າງຂະບວນການວຽກງານຮອບດ້ານ ທົ່ວກອງທັບໃຫ້ຟົດຟື້ນ ແລະ ແຂງແຮງ ໃນການສືບຕໍ່ປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກໃຫ້ມີຜົນສຳເລັດ, ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ ໃຫ້ປະກົດຜົນເປັນຈິງ. ໂອກາດດັ່ງກ່າວ, ສະຫາຍ ພົນຕີ ຄຳຫຼ້າ ພັນໄຊຍະສຸກ ໄດ້ກ່າວວ່າ ຂະບວນການແຂ່ງຂັນໃນຄັ້ງນີ້ ລ້ວນແຕ່ມີເນື້ອໃນສຳຄັນ ແລະ ຈຳເປັນທີ່ພວກເຮົາຕ້ອງໄດ້ພ້ອມກັນປະຕິບັດດ້ວຍຄວາມຮັບຜິດຊອບສູງ ເພື່ອໃຫ້ປະກົດຜົນເປັນຈິງ ແລະ ມີຄຸນນະພາບ, ຕ້ອງຕິດພັນ ແລະ ມີສາຍພົວພັນຢ່າງກົມກຽວກັບຂະບວນການຮັກຊາດ ແລະ ພັດທະນາ, ຂະບວນການຕ້ອນຮັບກອງປະຊຸມໃຫຍ່ຂອງພັກ, 4 ໜ້າທີ່ໃຫຍ່ 26 ແຜນງານຂອງກອງທັບ ແລະ ໜ້າທີ່ການເມືອງຂອງອົງການ ກໍຄືຂອງວິທະຍາຄານ, ຕ້ອງໃຫ້ມີການຫັນປ່ຽນຢ່າງແຂງແຮງນັບທັງບຸກຄົນ, ການຈັດຕັ້ງ ແລະ ຜົນຂອງການປະຕິບັດ ເຮັດໃຫ້ສະພາບກົມກອງມີຄວາມສະຫງົບ, ໜັກແໜ້ນ, ມີຄວາມສາມັກຄີ, ຄວາມເປັນເອກະພາບຢູ່ພາຍໃນເປັນປຶກແຜ່ນ, ມີບັນຍາກາດເບີກບານມ່ວນຊື່ນ-ມີສະຕິສູງ ແລະ ເຂັ້ມງວດໃນການປະຕິບັດຕາມແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ມະຕິຄຳສັ່ງ, ຂໍ້ກຳນົດ, ກົດລະບຽບຂອງກອງທັບ ແລະ ວປກ ວາງອອກ ໃຫ້ມີຜົນສຳເລັດ ແລະ ມີຄຸນນະພາບ. ໂດຍ: ພິດສະໄໝ ແກ້ວມະນີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ