ກອງທັບປະຊາຊົນລາວ

ວັນອັງຄານ, ວັນທີ 12 ທັນວາ 2023



ຫົວໜ້າການທະຫານ ວປກ ໂອ້ລົມນັກສືກສາທີ່ມາຈາກຄູ ວປກ
ເວລາອອກຂ່າວ: 2023-09-22 12:49:12 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 4 | ຄວາມນິຍົມ:



ໃນວັນທີ 19 ກັນຍາ 2023 ນີ້, ສະຫາຍ ພົນຈັດຕະວາ ປອ ແກ້ວສຸວັນ ອິນທະວົງສາ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຫົວໜ້າການທະຫານ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ວປກ) ໄດ້ພົບປະໂອ້ລົມນັກສືກສາທີ່ກຳລັງສຶກສາໃນສົກຮຽນ 2023-2024 ເຊິ່ງມາຈາກພາກສ່ວນ ຄູການທະຫານ, ຄູການເມືອງ ແລະ ຄູເຫຼົ່າຮົບ ວປກ. ມີຄະນະກົມອົບຮົມ, ຫ້ອງການເໜືອມະຫາ, ຫ້ອງການກວດກາອົບຮົມ, ຄະນະຮັບຜິດຊອບນັກສຶກສາລະບົບບໍາລຸງ ແລະ ຄະນະຮັບຜິດຊອບນັກສຶກສາລະບົບກໍ່ສ້າງ ພ້ອມດ້ວຍນັກສືກສາເຂົ້າຮ່ວມ. ໂອກາດນີ້ ສະຫາຍ ພົນຈັດຕະວາ ປອ ແກ້ວສຸວັນ ອິນທະວົງສາ ໄດ້ຍົກໃຫ້ເຫັນຫຼາຍບັນຫາທີ່ສຳຄັນ ເປັນຕົ້ນແມ່ນ ຄວາມຈໍາເປັນໃນການບຳລຸງ-ກໍ່ສ້າງ ພະນັກງານ-ນັກຮົບໃນກອງທັບ, ຄວາມໝາຍສຳຄັນໃນການຄົ້ນຄວ້າສຶກສາຮ່ຳຮຽນ. ພ້ອມທັງໄດ້ເນັ້ນໜັກຫຼາຍບັນຫາທີ່ສໍາຄັນທີ່ຄວນເອົາໃຈໃສ່ປະຕິບັດ ໃນໄລຍະເວລາທີ່ເປັນນັກສຶກສາ ດັ່ງນີ້: ຕ້ອງມີທັດສະນະ ແລະ ຫຼັກໝັ້ນການເມືອງທີ່ໜັກແໜ້ນ, ບໍ່ຫວັ່ນໄຫວຄອນແຄນຕໍ່ຄວາມຫຍຸ້ງຍາກ ແລະ ອຸປະສັກຕ່າງໆ, ມີຄວາມອຸ່ນອ່ຽນ, ຫຼີກລ່ຽງການປຽບທຽບຊັ່ງຊາກັບອົງການອື່ນ, ເປັນແບບຢ່າງທີ່ດີໃນທຸກດ້ານ ໃຫ້ແກ່ນັກສຶກສາທີ່ມາຈາກກົມກອງອື່ນ, ມີຄວາມມານະອົດທົນ, ເຊື່ອມຊຶມກໍາແໜ້ນໜ້າທີ່ຂອງ ຕົນ, ຕື່ນຕົວຫ້າວຫັນໃນການຈັດຕັ້ງປະຕິບັດທຸກວຽກງານ, ຕ້ອງກໍານົດຈຸດຢືນ ແລະ ຄວາມຮັບຮູ້ທີ່ຖືກຕ້ອງ ຕໍ່ການໄດ້ເຂົ້າສຶກສາຮໍ່າຮຽນຢູ່ສະຖາບັນແຫ່ງນີ້, ໜ້າທີ່ສຶກສາຮໍ່າຮຽນແມ່ນເປັນໜ້າທີ່ໃຈກາງສໍາຄັນຕົ້ນຕໍ, ສະນັ້ນ ຕ້ອງໄດ້ຕັ້ງໃຈໃນການຄົ້ນຄວ້າຮ່ໍາຮຽນ, ຮຽນໃຫ້ດີ, ໃຫ້ເກັ່ງ ບົນພື້ນຖານຮ່ໍາຮຽນແຂ່ງກັບເວລາ, ໝູນໃຊ້ຫຼາຍວິທີການຄົ້ນຄວ້າຮໍ່າຮຽນ ໂດຍຕິດພັນແໜ້ນກັບການຮຽນນຳຄູອາຈານ, ຮຽນນຳໝູ່ເພື່ອນ ແລະ ຮຽນດ້ວຍຕົນເອງ, ຕ້ອງປະຕິບັດກົດລະບຽບຂອງກອງທັບ ແລະ ກົດລະບຽບວ່າດ້ວຍນັກສຶກສາທະຫານ ວປກ ຢ່າງເຂັ້ມງວດ, ນອກຈາກຮ່ໍາຮຽນແລ້ວ ຍັງມີໜ້າທີ່ ແລະ ພັນທະໃນການປັບປຸງ-ກໍ່ສ້າງ ວປກ ໃຫ້ເຕີບໃຫຍ່ເຂັ້ມແຂງ ໃຫ້ສົມກັບເປັນສະຖາບັນການສຶກສາປ້ອງກັນຊາດສູງສຸດຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ທັງສາມາດໂຄສະນາປຸກລະດົມໃຫ້ໝູ່ເພື່ອນນັກສຶກສາດ້ວຍກັນ ມີຄວາມເປັນເອກະພາບໃນການປະຕິບັດກົດລະບຽບທີ່ວາງອອກ, ມີຄວາມສາມັກຄີສະໜິດສະໜົມ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອພ້ອມກັນເຮັດສໍາເລັດໜ້າທີ່ໃນການສຶກສາຮໍ່າຮຽນ ມີຜົນສຳເລັດຢ່າງຈົບງາມ. ໂດຍ: ເຂັງພອນ ແກ້ວຄໍາລຽງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ