
ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ, ພະນັກງານຫຼັກແຫຼ່ງ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ.
ເວລາອອກຂ່າວ: 2023-09-22 19:41:57 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 7 | ຄວາມນິຍົມ:
ວັນທີ 22 ກັນຍາ 2023 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ ພົບປະໂອ້ລົມການນຳ, ພະນັກງານຫຼັກແຫຼ່ງກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ, ມີສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີຄະນະນໍາກົມໃຫຍ່, ຫ້ອງວ່າການກະຊວງ, ພະນັກງານຫຼັກແຫຼ່ງສອງກະຊວງເຂົ້າຮ່ວມ.
ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ຜ່ານບົດລາຍງານຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃນໄລຍະ 6 ເດືອນຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນຜົນງານອັນພົ້ນເດັ່ນຫຼາຍດ້ານ ໂດຍໄດ້ສຸມໃສ່ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ຂອງພັກຢ່າງແຂງແຮງ; ຊີ້ນຳກຳລັງລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານຕາມ 4 ເນື້ອໃນ 4 ຄາດໝາຍ ຕິດພັນກັບວຽກງານ 3 ສ້າງຂອງພັກ, ສ້າງທ່າສະໜາມສົງຄາມປະຊາຊົນ 3 ຂັ້ນ, ປັບປຸງຕາໜ່າງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ເອົາໃຈໃສ່ວຽກງານກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດໂດຍສະເພາະແມ່ນບັນດາຈຸດສຸມໃນທົ່ວປະເທດ; ແກ້ໄຂໜໍ່ແໜງທີ່ຈະພາໃຫ້ເກີດຄວາມບໍ່ສະຫງົບ ໂດຍສະເພາະໄດ້ປະສານສົມທົບກັບບັນດາພາກສ່ວນກ່ຽວຂ້ອງກຳແໜ້ນຮາກຖານ, ບັນດາເປົ້າໝາຍເຄື່ອນໄຫວຂອງກຸ່ມຄົນບໍ່ຫວັງດີ, ຈັດຕັ້ງກຳລັງເຄື່ອນໄຫວຕາມບໍລິເວນຂອບເຂດຮັບຜິດຊອບ ເພື່ອແກ້ໄຂສະພາບປະກົດການຫຍໍ້ທໍ້ຕ່າງໆໃຫ້ທັນກັບເວລາ ຕິດຕາມ, ກວດກາ, ຊຸກຍູ້ ແລະ ຖອດຖອນບົດຮຽນຄືນການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດຂອງພັກ ແລະ ລັດຖະບານທົ່ວກຳລັງຫຼວງ ແລະ ທ້ອງຖິ່ນ, ຊີ້ນຳກົມກອງກຳລັງຫຼວງ-ກຳລັງທ້ອງຖິ່ນ ຍົກສູງສະຕິກຽມພ້ອມຮອບດ້ານ ຈັດຕັ້ງລະບົບປະຈຳການເປັນປົກກະຕິ ຕິດຕາມກຳແໜ້ນການປ່ຽນແປງສະພາບດິນຟ້າອາກາດ; ກຳແໜ້ນສະພາບການໃຫ້ທັນເວລາ ໄດ້ຊີ້ນຳບັນດາກອງບັນຊາການທະຫານ-ຕໍາຫຼວດແຂວງ ເຂົ້າກອບກູ້ຊ່ວຍເຫຼືອປະຊາຊົນທີ່ຖືກຜົນກະທົບຈາກໄພພິບັດຢູ່ບັນດາແຂວງຕ່າງໆທີ່ເກີດໄພພິບັດນໍ້າຖ້ວມ.
ວຽກງານປັບປຸງກໍ່ສ້າງກຳລັງ ໄດ້ເອົາໃຈໃສ່ໃນການສຶກສາອົບຮົມການເມືອງ-ນຳພາແນວຄິດ ທົ່ວກຳລັງປະກອບອາວຸດ ແລະ ເຝິກແອບຮ່ຳຮຽນ ສິນລະປະຍຸດ-ຍຸດທະວິທີ ເພື່ອໃຫ້ມີຄວາມຊໍານິຊໍານານ, ນອກນັ້ນຍັງໄດ້ເອົາໃຈໃສ່ຮັບປະກັນການແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບໃນການລ້ຽງດູທັບ, ລ້ຽງດູກໍາລັງ ຍົກສູງນໍ້າໃຈເພີ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ສຸມໃສ່ການປູກຝັງ-ລ້ຽງສັດ ຕາມເງື່ອນໄຂທ່າແຮງບົ່ມຊ້ອນຂອງຕົນ; ວຽກງານການຄຸ້ມຄອງພາຫະນະເຕັກນິກ, ກວດກາ, ເບີກຈ່າຍວັດຖຸອາໄຫຼ່ເຕັກນິກເຫຼົ່າຮົບຕ່າງໆ ແລະ ສ້ອມແປງບົວລະບັດພັດເຊັດພາຫະນະເຕັກນິກລົດ, ອາວຸດກະສຸນ ໃຫ້ຢູ່ໃນສະພາບກຽມພ້ອມສູ້ຮົບ ຮັບປະກັນໃຫ້ແກ່ການກໍ່ສ້າງພື້ນຖານເຕັກນິກ ແລະ ອຸດສາຫະກຳປ້ອງກັນຊາດໃຫ້ເຂັ້ມແຂງ ພ້ອມນັ້ນຍັງເປັນເຈົ້າການປະຕິບັດແນວທາງການຕ່າງປະເທດຂອງພັກຢ່າງຕັ້ງໜ້າ ເພີ່ມທະວີການຮ່ວມມືກັບປະເທດເພື່ອນມິດຍຸດທະສາດ.
ໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ກໍໄດ້ມີຄຳເຫັນໂອ້ລົມ ເຊິ່ງສະຫາຍ ໄດ້ຕີລາຄາສູງຕໍ່ໝາກຜົນຂອງການປະຕິວັດ ເວົ້າລວມເວົ້າສະເພາະ ຜົນສໍາເລັດວຽກງານໃນຫຼາຍດ້ານຂອງສອງກໍາລັງ ປກຊ-ປກສ ຍາດມາໄດ້ພ້ອມທັງໄດ້ຍົກໃຫ້ເຫັນສະພາບການຂອງໂລກ ແລະ ພາກພື້ນ ກໍຄືຢູ່ໃນປະເທດເຮົາໃນປັດຈຸບັນ, ໂດຍອີງໃສ່ສະພາບການດັ່ງກ່າວ ແລະ ອີງໃສ່ຄວາມຮຽກຮ້ອງຕ້ອງການຂອງກອງທັບໃນໄລຍະໃໝ່ຮຽກຮ້ອງໃຫ້ສອງກຳລັງ ປກຊ-ປກສ ຈົ່ງສືບຕໍ່ຮັບປະກັນສະຖຽນລະພາບທາງດ້ານການເມືອງ, ເປັນຫຼັກແຫຼ່ງໃນການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, ຫັນເອົາກຳລັງລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານຕິດພັນກັບວຽກງານ 3 ສ້າງຂອງພັກ, ເດັດດ່ຽວສະກັດກັ້ນທຸກກົນອຸບາຍຫັນປ່ຽນໂດຍສັນຕິຂອງອິດທິກຳລັງປໍລະປັກ, ທັບມ້າງໃຫ້ໄດ້ໜໍ່ແໜງທີ່ກໍ່ໃຫ້ເກີດຄວາມບໍ່ສະຫງົບ ເພື່ອເຮັດໃຫ້ສະພາບພາຍໃນຂອບເຂດທົ່ວປະເທດມີຄວາມສະຫງົບທາງດ້ານການເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍດີ ແລະ ສືບຕໍ່ປະຕິບັດ 2 ວາລະແຫ່ງຊາດຂອງພັກ ແລະ ລັດຖະບານ ໃຫ້ເຂັ້ມງວດ, ພ້ອມກັນນີ້ກໍຕ້ອງເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກຂອງສອງກຳລັງໃຫ້ສອດຄ່ອງ, ເປັນເຈົ້າການເຮັດວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ພະນັກງານ-ນັກຮົບທັງສອງກໍາລັງ ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ສືບຕໍ່ປັບປຸງກໍ່ສ້າງກຳລັງທຸກເຫຼົ່າຮົບໃຫ້ມີຄວາມເຂັ້ມແຂງ ແລະ ໜັກແໜ້ນ ເຮັດໃຫ້ສອງກຳລັງມີຄວາມຈົງຮັກພັກດີຕໍ່ພັກ-ລັດ ກໍ່ຄືປະຊາຊົນລາວບັນດາເຜົ່າ ໃຫ້ຄວາມໄວ້ເນື້ອເຊື່ອໃຈຕະຫຼອດມາ; ສຸມໃສ່ສ້າງພະລາທິການກັບທີ່ເພື່ອຮັບປະກັນໃນການຍົກສູງນໍ້າໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສືບຕໍ່ປະຕິບັດ ແນວທາງປ່ຽນແປງໃໝ່ຂອງພັກ, ປະຕິບັດໜ້າທີ່ການເມືອງຂອງຕົນໃຫ້ມີໝາກຜົນດີກວ່າເກົ່າ, ເພື່ອນຳພາບັນດາກົມກອງທັງສອງກຳລັງກ້າວຂຶ້ນສ້າງທ່ວງທ່າໃໝ່ຢ່າງໜັກແໜ້ນ, ສ້າງ ແລະ ປັບປຸງກົມກອງໄປຕາມທິດສ້າງກົມກອງມີແບບແຜນທັນສະໄໝເທື່ອລະກ້າວ, ເຊີດຊູສະຕິລະວັງຕົວ ແລະ ມີສະຕິໃນການປົກປັກຮັກສາແນວທາງນະໂຍບາຍຂອງພັກ-ລັດ ປົກປັກຮັກສາໝາກຜົນຂອງການປະຕິວັດ, ປົກປັກຮັກສາລະບອບໃໝ່ປະຊາທິປະໄຕປະຊາຊົນໄວ້ໃຫ້ໝັ້ນຄົງ, ສົມທົບແໜ້ນລະຫວ່າງສອງກໍາລັງສະເໝີຕົ້ນສະເໝີປາຍໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ກັບການສ້າງສາພັດທະນາເສດຖະກິດ-ສັງຄົມ, ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງຕົນ,ຕັ້ງໜ້າປັບປຸງກຳລັງໃນທຸກດ້ານໃຫ້ໜັກແໜ້ນ ເຂັ້ມແຂງ, ເອົາໃຈໃສ່ຕໍ່ການປັບປຸງລະບອບຄຸ້ມຄອງບັນຊາ, ປັບປຸງກຳລັງປະເພດຕ່າງໆໂດຍຖືເອົາຄຸນນະພາບເປັນຕົ້ນຕໍ ໃນນັ້ນຖືເອົາຄຸນນະພາບທາງດ້ານການເມືອງ-ແນວຄິດເປັນກົກ, ຖືເອົາຄວາມສາມາດດ້ານວິຊາສະເພາະ ຫົວຄິດປະດິດສ້າງ ແລະ ການຈັດຕັ້ງບັນຊາເປັນສິ່ງສຳຄັນ ມີແບບແຜນໃນການອົບຮົມ-ຫັດແອບທາງດ້ານສິລະປະຍຸດ- ຍຸດທະວິທີ, ລະດັບວິຊາສະເພາະໃຫ້ສູງຂຶ້ນ ປະກອບສ່ວນເຂົ້າໃນການຊ່ວຍເຫຼືອກຳລັງທ້ອງຖິ່ນຢູ່ຂັ້ນຮາກຖານ ໃນການປັບປຸງລະບົບການຈັດຕັ້ງ ອົບຮົມ-ຫັດແອບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ກ້ວາງຂວາງ ເພື່ອເຮັດໃຫ້ເຂົາເຈົ້າສາມາດເຮັດລ້ອນໜ້າທີ່ໃນການປົກປັກຮັກສາ ທ້ອງຖິ່ນຂອງຕົນ, ປະຕິບັດແນວທາງການຕ່າງປະເທດ ແລະ ການຮ່ວມມືກັບປະເທດຂອງພັກຢ່າງແຂງແຮງ ຍາດແຍ່ງເອົາການຊ່ວຍເຫຼືອດ້ານຕ່າງໆຈາກປະເທດເພື່ອນມິດຍຸດທະສາດ ແລະ ສາກົນ ເພີ່ມທະວີການຮ່ວມມືຮອບດ້ານກັບກອງທັບເພື່ອນມິດຍຸດທະສາດ ເປັນຕົ້ນ ແມ່ນກອງທັບປະຊາຊົນຫວຽດນາມ ແລະ ກອງທັບປົດປ່ອຍປະຊາຊົນຈີນ ແລະ ການຮ່ວມມືກັບບັນດາປະເທດສັງຄົມນິຍົມອ້າຍນ້ອງ ກໍຄື ເພື່ອນມິດທີ່ກ້າວໜ້າໃຫ້ດີ ເພື່ອປັບປຸງກໍ່ສ້າງກໍາລັງ ປກຊ-ປກສ ໃຫ້ກ້າວໜ້າສູ່ຄຸນນະພາບໃໝ່ໃຫຍ່ຫຼວງກວ່າເກົ່າ.
ໂດຍ ອາຫວຸ້ນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ