ກອງທັບປະຊາຊົນລາວ

ວັນອັງຄານ, ວັນທີ 12 ທັນວາ 2023



ນັກຝຶກອົບຮົມ ໜັງສືພິມກອງທັບປະຊາຊົນລາວ ຢ້ຽມຢາມທັດສະນະສຶກສາຢູ່ກອງ​ພົນ​ນ້ອຍ​ 679​ ສສ​ ຫວຽດນາມ​
ເວລາອອກຂ່າວ: 2023-09-22 19:43:45 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 24 | ຄວາມນິຍົມ:



ວັນທີ 21 ກັນຍາ 2023 ນີ້, ສະຫາຍ ພັນເອກພິເສດ ເລຫງອກລອງ ຮອງຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນຫວຽດນາມ ໄດ້ນໍາພາຄະນະນັກຝຶກອົບ ໜັງສືພິມກອງທັບປະຊາຊົນລາວ ລົງຢ້ຽມຢາມທັດສະນະສຶກສາຢູ່ກອງພົນ​ນ້ອຍ​ 679 ໂດຍການຕ້ອນຮັບຂອງ ສະຫາຍ ພັນເອກ​ພິເສດ​ ຫງວຽນ​ແທັງຕຸງ ຫົວໜ້າການເມືອງກອງພົນ​ນ້ອຍ​ 679​ ​ ພ້ອມດ້ວຍຄະນະ. ໂອກາດນີ້, ສະຫາຍ​ ຫົວໜ້າການເມືອງກອງພົນນ້ອຍ 679​ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ຄະນະໜັງສືພິມກອງທັບປະຊາຊົນຫວຽດນາມ ແລະ ຄະນະໜັງສືພິມກອງທັບປະຊາຊົນລາວ ທີ່ໄດ້ມາຢ້ຽມຢາມ ແລະ ທັດສະນະສຶກສາຢູ່ກົມກອງໃນຄັ້ງນີ້, ພ້ອມທັງລາຍງານຫຍໍ້ກ່ຽວກັບການກໍາເນີດ, ເຕີບໃຫຍ່ຂະຫຍາຍຕົວຂອງກົມກອງຜ່ານຂະບວນການເຄື່ອນໄຫວຈັດຕັ້ງປະຕິບັດໜ້າທີ່ໃນໄລຍະຜ່ານມາ ເຊິ່ງກອງພົນນ້ອຍໄດ້ຮັບການສ້າງຕັ້ງຂຶ້ນໃນປີ 1979 ກະຊວງ​ປ້ອງ​ກັນ​ປະ​ເທດ​ໄດ້​ປະກາດສ້າງຕັ້ງກອງລູກສອນໄຟຂະໜາດນ້ອຍ ພາຍໃຕ້ກອງທັບເຮືອ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນການປົກປັກຮັກສາອະທິປະໄຕເຂດທະເລ, ໝູ່ເກາະຢ່າງໝັ້ນຄົງໃນສະພາບການໃໝ່, ກອງພັນໃຫຍ່ໄດ້ຮັບການເສີມສ້າງອຸປະກອນທີ່ທັນສະໄໝ ແລະ ຍົກລະດັບຂຶ້ນເປັນກອງບັນຊາການທະຫານປ້ອງກັນຊາຍແດນພາຍຫຼັງ​ກວ່າ 44 ປີ​ແຫ່ງ​ການ​ກໍ່ສ້າງ, ພັດທະນາ ​ແລະ ​ເຕີບ​ໂຕ, ກອງ​ບັນຊາ​ການ​​ຖື​ວ່າ​ແມ່ນ​ບ່ອນ​ອີງ​ຂອງ​ກຳລັງ​ລູກ​ສອນ​ໄຟ​ຢູ່​ທະ​ເລ​ປະຊາຊົນ​ຫວຽດນາມ. ໃຫ້ສື່ມ່ວນຊົນກອງທັບປະຊາຊົນລາວ ໄດ້ຮັບຊາບ, ພິ ເສດ ສະຫາຍໄດ້ຍົກໃຫ້ເຫັນບັນດາຜົນງານອັນເດັ່ນ ເປັນຕົ້ນແມ່ນການປະຕິບັດໜ້າທີ່ວິຊາສະເພາະຄຽງຄູ່ກັບການເຮັດວຽກງງານພະລາທິການກັບທີ່, ​ເຊິ່ງກອງພົນນ້ອຍ 679​ ສາມາດຮັບປະກັນໃຫ້ອ້າຍນ້ອງພະນັກງານ-ນັກຮົບ ພາຍໃນກົມກອງກິນແຊບ-ນຸ່ງງາມ, ​ໂດຍກອງພົນນ້ອຍໄດ້ຫັນເອົາມະຕິຂອງກະຊວງປ້ອງກັນປະເທດຫວຽດນາມ ມາຜັນຂະຫຍາຍໃຫ້ແຕກດອກອອກຜົນ ໂດຍໄດ້ສຸ່ມໃສ່ວຽກງງານປູກຝັງ-ລ້ຽງສັດ ເປັນຕົ້ນແມ່ນປູກຜັກຕາມລະດູດານການ, ​ປູກຕົ້ນໄມ້ໃຫ້ໝາກ,​ ລ້ຽງປາ, ​ຫອຍ​ ແລະ ​ສັດລຽ້ງຈຳນວນຫຼວງຫຼາຍ, ​ສັງລວມ ແລ້ວ​ ກອງພົນນ້ອຍ 679 ​ເປັນກົມກອງໜຶ່ງທີ່ນຳໜ້າ ສາມາດເຮັດສຳເລັດໃນການປະຕິບັດໜ້າທີ່​ວິຊາ​ສະເພາະ,​ ຄວບຄູ່ກັບການສ້າງພະລາທິການກັບທີ່ ສາມາດກຸ້ມຕົນເອງໄດ້100%. ພ້ອມນີ້, ສະຫາຍຮອງຫົວໜ້າບັນນາທິການໜັງສືພີມກອງທັບປະຊາຊົນລາວ ຕາງໜ້າຄະນະນັກອົບຮົມ ກ່າວສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບອັນດູດດື່ມ, ທັງເປັນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ-ສອງລັດ, ສອງກອງທັບ ລາວ-ຫວຽດນາມ ທີ່ເປັນມູນເຊື້ອມາແຕ່ດົນນານແລ້ວນັ້ນໃຫ້ໝັ້ນຄົງຕະຫຼອດໄປ. ໂອກາດດຽວກັນນີ້ຄະນະກໍໄດ້ຢ້ຽມຊົມຫໍມູນເຊື້ອກອງພົນ​ນ້ອຍ​ 679​ ທະຫານເຮືອ ຮັບຊົມບັນດາຮູບພາບການປະຕິບັດໜ້າທີ່ຝຶກຊ້ອມ, ການປົກ​ປັກ​ຮັກສາ​ຂອບເຂດທະ​ເລ, ໝູ່​ເກາະ​ທີ່​ໄດ້​ຮັບ​ມອບ​ໝາຍ, ຮັບຊົມການ​ຝຶກ​ອົບຮົມ​ວິຊາ​ສະ​ເພາະ​ໃນ​ການ​ຮັກສາ ​ແລະ ປັບປຸງ​ສຸຂະ​ພາບ, ຄວາມ​ທົນ​ທານ ​ແລະ ຄວາມ​ແຂງ​ແຮງ​ຂອງ​ກອງທັບຕື່ມອີກ.​



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ